ອຸນຫະພູມອາກາດຈະຫຼຸດລົງ 1-2 ອົງສາ ໃນຕອນກາງຄືນ-ຕອນເຊົ້າຢູ່ເຂດພາກເໜືອ

100

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 21 ຫາ 27 ຕຸລາ 2019ວ່າ: ໃນໄລຍະວັນທີ 21 ຫາ 27 ຕຸລາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງແຮງຂື້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1-2 ອົງສາ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຢູ່ແຂວງພາກ ເໜືອ ລົງຫາພາກກາງ ດ້ານຕາເວັນອອກ ຈະມີລົມພັດແຮງເປັນບາງໂອກາດ ແລະ ຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 21 ຫາ 24 ຕຸລາ 2019 ອາກາດຈະເຢັນ ຫາ ໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ, ວັນທີ 25 ຫາ 27 ຕຸລາ 2019 ອາກາດຍັງຈະສືບຕໍ່ເຢັນຫາໜາວເຢັນຢູ່ຕື່ມອີກ. ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 21 ຫາ 27 ຕຸລາ 2019 ອາກາດຈະເຢັນລົງ 1-2 ອົງສາ ໃນຕອນກາງຄືນ ຫາ ຕອນເຊົ້າໃນໄລຍະຕົ້ນອາທິດ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍ ຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 20 – 31 ອົງສາ.

ພາກກາງ: ໃນໄລຍະວັນທີ 21 ຫາ 27 ຕຸລາ 2019 ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າຢູ່ບາງທ້ອງຖິ່ນແຂວງ ວຽງຈັນ ແລະ ບໍລິຄໍາໄຊ, ສະເພາະຢູ່ທາງດ້ານຕາເວັນອອກຂອງພາກຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 20 – 22 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ ຂo, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 21 ຫາ 27 ຕຸລາ 2019 ອາກາດຈະເຢັນ ຫາ ໜາວເຢັນລົງ ແລະ ມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກໃຕ້: ໃນໄລຍະວັນທີ 21 ຫາ 27 ຕຸລາ 2019 ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນຢູ່ທົ່ວໄປ ພ້ອມມີໝອກບາງ ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 21 ຫາ 27 ຕຸລາ 2019 ອາກາດຈະເຢັນຫາ ໜາວເຢັນລົງຕື່ມ ພ້ອມມີໝອກບາງ ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 11 – 13 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 21 ຫາ 27 ຕຸລາ 2010 ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນໃນຕອນ ກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 24 – 27 ອົງສາ ແລະ ສູງສຸດ 31 – 33 ອົງສາ.