ກໍາຈັດປວກຂຶ້ນເຮືອນແບບງ່າຍໆດ້ວຍ “ໃບຂີ້ເຫຼັກ”

280

ບັນຫາປວກຂຶ້ນເຮືອນ ໂດຍສະເພາະແມ່ນເຮືອນທີ່ເຮັດດ້ວຍໄມ້ ເປັນບັນຫາກວນໃຈຂອງໃຜຫຼາຍໆຄົນຢູ່ແມ່ນບໍ? ເຊິ່ງປວກຈຳພວກນີ້ມັກທຳລາຍເຮືອນຊານເປັນຕົ້ນແມ່ນ ເຈາະໂຄງເຮືອນ ຫຼື ເຄື່ອງໄມ້ເຟີເນີຈີຕ່າງໆສ້າງຄວາມເສຍຫາຍ ເພາະມັນຈະຄ່ອຍໆເຈາະໄມ້ໃຫ້ເປັນໂກນ ຈົນໃນທີ່ສຸດເນື້ອໄມ້ກໍ່ຜຸພັງລົງມາ. ສຳລັບທ່ານໃດທີ່ປະສົບກັບບັນຫາດັ່ງກ່າວນີ້ ບໍ່ຕ້ອງກັງວົນໃຈຕໍ່ໄປອີກ ເພາະມື້ນີ້ ເຮົາມີວິທີ ກຳຈັດປວກແບບວິທີພື້ນບ້ານ ໂດຍບໍ່ຕ້ອງເສຍເງິນຊື້ສານເຄມີມາສີດ ພຽງແຕ່ໃຊ້ສະໝຸນໄພໃບຂີ້ເຫຼັກ ກໍ່ສາມາດກຳຈັດປວກໄດ້ ແຖມຍັງປອດໄພໄຮ້ສານເຄມີອີກດ້ວຍ. ເຊິ່ງຈະມີຫຍັງແດ່ໄປເບິ່ງນຳກັນ!

ສູດທີ 1: ນຳໃບຂີ້ເຫຼັກມາຕຳໃຫ້ລະອຽດ ໃສ່ນໍ້າລົງໄປພໍໃຫ້ຖ້ວມ. ຈາກນັ້ນ, ກໍ່ຄັ້ນເອົາແຕ່ນໍ້າປະມານ 1 ລິດ ແລ້ວປະສົມກັບນໍ້າສະອາດປະມານ 20 ລິດ ຈາກນັ້ນ, ກໍ່ສີດພົ່ນໃສ່ຮັງປວກໄດ້ເລີຍ.

ສູດທີ 2: ນໍານໍ້າໃບຂີ້ເຫຼັກມາປະສົມກັບດິນດາກສັງເຄາະ ແລະ ຂີ້ເລື່ອຍ ແລ້ວນໍາມາໂຮຍຕາມຈຸດຮັງຕ່າງໆ ບໍລິເວນຮັງປວກ ເຊິ່ງດິນດາກສັງເຄາະ ແລະ ຂີ້ເລື່ອຍ ເມື່ອແຫ້ງແລ້ວຈະຈັບຕົວເປັນກ້ອນ ແລະ ມີລັກສະນະຄ້າຍໆກັບເສດໄມ້, ປວກຈະເຂົ້າໃຈວ່າເປັນເສດໄມ້ຜຸ ແລ້ວປວກໃຊ້ນໍ້າລາຍຍ່ອຍສະຫຼາຍເນື້ອດິນດາກສັງເຄາະ ແລ້ວນຳໄປເຮັດຮັງຕໍ່ໃນສ່ວນອື່ນໆ. ເມື່ອເວລາຜ່ານໄປບໍ່ດົນ ປາກົດວ່າປວກຍ້າຍຮັງໜີໄປບ່ອນອື່ນ ໂດຍທີ່ບໍ່ກັບມາເຮັດຮັງບ່ອນເກົ່າອີກ.

ສູດທີ 3: ນຳນໍ້າໃບຂີເຫຼັກ 1 ລິດ ປະສົມກັບເກືອ 1 ລິດ ແລະ ນໍ້າຢາລ້າງຖ້ວຍ 1 ບ່ວງ. ຈາກນັ້ນ,ນຳໄປສີດພົ່ນທີ່ຮັງປວກ ຫຼື ບໍລິເວນອ້ອມຮອບເຮືອນ ທີ່ຕ້ອງການປ້ອງກັນປວກ. ສໍາລັບໄລຍະທໍາອິດ ຈະເຮັດເປັນອາທິດລະ 1 ຄັ້ງ ຫຼັງຈາກນັ້ນ ກໍ່ປ່ຽນເປັນເດືອນລະຄັ້ງກໍ່ໄດ້ເຊັ່ນດຽວກັນ.