4 ບັນຫາ ພົ້ນເດັ່ນທີ່ຍົກຂຶ້ນມາພິຈາລະນາໃນກອງປະຊຸມແກ້ໄຂປາກົດການຫຍໍ້ທໍ້ເມືອງຕົ້ນເຜິ້ງ

227

ປະເທດເຮົາຈະເວົ້າໄປແລ້ວ ເຖິງສະພາບການໂດຍລວມຈະມີຄວາມສະຫງົບປອດໄພ ໂດຍພື້ນຖານ ແຕ່ກໍ່ບໍ່ອາດປາສະຈາກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍສະເພາະເຂດຕົວເມືອງທີ່ມີຄົນມາຢູ່ຢ່າງຫຼວງຫຼາຍ, ເຂດກຳລັງໄດ້ຮັບພັດທະນາ ເຂດເຊື່ອມຕໍ່ຊາຍແດນ, ສຳລັບເມືອງ ຫ້ວຍຊາຍ ຫາ ເຂດພິເສດສາມຫຼ່ຽມຄໍາກໍ່ເປັນເຂດໜຶ່ງທີ່ເຈົ້າໜ້າທີ່ຕ້ອງໄດ້ຕິດຕາມກວດກາໃກ້ຊິດ.

ສະນັ້ນ, ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ບັນດາພາກສ່ວນກ່ຽວຂ້ອງ ແລະ ຄະນະສະເພາະກິດຂັ້ນແຂວງ-ເມືອງ ໄດ້ມີການປຶກສາຫາລືຮ່ວມກັນໃນວັນທີ 14 ຕຸລາ 2019 ຜ່ານມາ ຢູ່ເມືອງຕົ້ນເຜິ້ງ ເພື່ອປຶກສາຫາລືກ່ຽວກັບການລົງແກ້ໄຂປາກົດການຫຍໍ້ທໍ້ ຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໂດຍການເປັນປະທານຂອງ ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ, ເປັນກຽດເຂົ້າຮ່ວມມີທ່ານ ພັນເອກ ວິດອນ ພຸດດາວົງ ຫົວໜ້າການທະຫານກອງບັນຊາການທະທານແຂວງບໍ່ແກ້ວ ທັງເປັນຫົວໜ້າຄະນະສະເພາະກິດລົງແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວ, ມີຄະນະປະຈໍາກຳມະການພັກເມືອງຫົວໜ້າ, ຄະນະສະເພາະກິດຂັ້ນແຂວງ-ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ເຄື່ອນເພັດ ວົງຈັນ ໄດ້ກ່າວວ່າ ປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາທີ່ພົບເຫັນຜ່ານມາສ່ວນໃຫຍ່ແມ່ນ ບັນຫາຄົນເຂົ້າ-ອອກເມືອງຜິດກົດໝາຍ, ການຄ້າໂສເພນີ, ບັນຫາໃບພັກເຊົາ, ການຊື້ – ຂາຍດິນປຸກສ້າງຕ່າງໆໃຫ້ແກ່ຄົນຕ່າງປະເທດ.

ບັນຫາສິ່ງແວດລ້ອມ, ບັນຫາການຫັນປ່ຽນທີ່ດິນຜະລິດກະສິກຳໄປເປັນທີ່ດິນປຸກສ້າງໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ, ການດຳເນີນທຸລະກິດບາງປະເພດຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ບໍ່ມີເອກະສານດຳເນີນທຸລະກິດ ແລະ ເອກະສານເສຍພັນທະຕ່າງໆໃຫ້ແກ່ລັດ, ບັນຫາການກໍ່ສ້າງສິ່ງປຸກສ້າງ ທີ່ບໍ່ຖືກຕ້ອງຕາມກົດໝາຍວ່າດ້ວຍຜັງເມືອງ, ບັນຫາປ້າຍໂຄສະນາຂອງທຸລະກິດປະເພດຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບຫຼັກການໂຄສະນາ ແລະ ບັນຫາອື່ນໆຄວນໄດ້ຮັບການແກ້ໄຂຢ່າງເດັດຂາດ.

ຕໍ່ບັນຫາຕ່າງໆທັງໝົດນັ້ນ ບັນດາຂະແໜງການຕ່າງໆຂອງເມືອງ ແລະ ອຳນາດການປົກຄອງບ້ານທີ່ເຂົ້າຮ່ວມປະຊຸມ ກໍ່ໄດ້ຂຶ້ນປະກອບຄໍາຄິດຄໍາເຫັນ ພ້ອມລະບຸວ່າ: ຄະນະສະເພາະກິດຈະໄດ້ລົງແກ້ໄຂຢ່າງຮີບດ່ວນ ແລະ ເດັດຂາດ ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນໄລຍະກ່ອນການໄຂກອງປະຊຸມອົງຄະນະພັກເມືອງ ກໍ່ຄືພາຍຫຼັງສໍາເລັດກອງປະຊຸມໃນໄລຍະຍາວ.

ໂອກາດນີ້, ທ່ານ ພັນເອກ ວິດອນ ພຸດດາວົງ ກໍ່ໄດ້ມີຄໍາເຫັນຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ພ້ອມກັນໃຫ້ການຮ່ວມມືກັບທາງຄະນະສະເພາະກິດ ຖ້າຫາກເກີດມີປາກົດການຫໍ້ທໍ້ຕ່າງໆໃນຂອບເຂດຮັບຜິດຊອບຂອງຕົນ ໃຫ້ລາຍງານຢ່າງຮີບດ່ວນ ທາງຄະນະສະເພາະກິດພ້ອມແລ້ວທີ່ຈະລົງແກ້ໄຂຢ່າງເດັດຂາດ ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງ ກໍ່ຄືແຂວງບໍ່ແກ້ວ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ທີ່ມາ: ຖວທ ເມືອງຕົ້ນເຜິ້ງ