ທີມຊາດລາວ ງານໜັກຮ່ວມສາຍ ແຊັມເກົ່າ, ຫວຽດນາມ…ບານເຕະຊາຍ ໃນຊີເກມ 2019

104

ຄວາມເຄື່ອນໄຫວ ຫຼ້າສຸດ ຂອງການແຂ່ງຂັນບານເຕະຊາຍ ທີ່ປະເທດຟິລິບປິນ ໃນທ້າຍປີນີ້ ແລະ ໃນຕອນເຊົ້າວັນທີ 15 ຕຸຸລາ ໄດ້ມີການຈັບສະຫຼາກບານເຕະຊາຍ ໃນຊີເກມ ຄັ້ງທີ 30 ທີ່ຟິລິບປິນ ຢ່າງເປັນທາງການ ທີ່ Sofitel Philippine Plaza ນະຄອນຫຼວງມະນີລາ ປະເທດຟິລິບປິນ

ປາກົດວ່າ: ທີມຊາດລາວ ຖືກຈັບຢູ່ກຸ່ມ B ໄທ ແຊັມເກົ່າ, ອິນໂດເນເຊຍ,​ຫວຽດນາມ,​ ສິງກະໂປ​ ແລະ​ ບຣູໄນ, ສ່ວນກຸ່ມ​ ເອ: ຟີລິບປິນ, ມາເລເຊຍ ຮອງແຊັມເກົ່າ,​ມຽນມາ,​ກຳປູເຈຍ​ ແລະ​ ຕີມໍ​ ເລສເຕ

ສໍາລັບການແຂ່ງຂັນບານເຕະຊີເກມ 2019 ຈະໃຊ້ສະໜາມຫຼັກຢ່າງ ຣິຊັລ ເມໂມຣຽລ ທີ່ສາມາດບັນຈຸໄດ້ 13 ພັນຄົນ ແລະ ອີກ 2-3 ສະໜາມສໍາຮອງ ເລີ່ມແຂ່ງຂັນໃນວັນທີ 25 ພະຈິກ 2019 ແລະ ຮອບຊີງຊະນະເລີດຈະຈັດຂຶ້ນໃນວັນທີ 10 ທັນວາ 2019.