ເປີດເວັບໄຊວຽງຈັນທາຍ ພາສາລາວ – ພາສາຈີນ

161

ໜັງສືພິມພາສາຕ່າງປະເທດ ໄດ້ເປີດໂຕ ເວັບໄຊວຽງຈັນທາຍ ພາສາລາວ ແລະ ພາສາຈີນ ເພື່ອອໍານວຍຄວາມສະດວກໃຫ້ຜູ້ອ່ານ ແລະ ເພີ່ມຊ່ອງທາງໃນການໂຄສະນາ ແລະ ດຶງດູດນັກທ່ອງທ່ຽວຈີນເຂົ້າມາປະເທດເຮົາ.

ພິທີເປີດເວັບໄປດັ່ງກ່າວ ຈັດຂຶ້ນໃນວັນທີ 11 ຕຸລາ 2019 ທີ່ສໍານັກງານ ໜັງສືພິມພາສາຕ່າງປະເທດ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງ, ຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ), ພ້ອມດ້ວຍຫົວໜ້າກົມ – ຮອງກົມ, ຫົວໜ້າສະຖາບັນ, ຫົວໜ້າບັນນາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ ກ່າວວ່າ: ເວັບໄຊວຽງຈັນທາຍພາສາຈີນ ແມ່ນການຮ່ວມມືກັບສະມາຄົມສົ່ງເສີມເສດຖະກິດ ແລະ ການຄ້າ ລາວ – ຈີນ ໂດຍແມ່ນ ທ່ານ ອາລັນ ຢາງ ເປັນປະທານ; ສະມາຄົມດັ່ງກ່າວ ສ້າງຕັ້ງຂຶ້ນຢູ່ລາວໃນປີ 2014 ແລະ ປັດຈຸບັນມີ 598 ບໍລິສັດເປັນສະມາຊິກ ແລະ ບໍລິສັດສ່ວນໃຫຍ່ແມ່ນບໍລິສັດຈີນຢູ່ຈີນ, ຢູ່ລາວ ແລະ ບໍລິສັດລາວ, ບໍລິສັດເຫຼົ່ານີ້ເຮັດທຸລະກິດຫຼາຍດ້ານ ເຊັ່ນ: ອະສັງຫາລິມະຊັບ, ທ່ອງທ່ຽວ ແລະ ອື່ນໆ. ອີງຕາມສັນຍາຂອງບໍລິສັດເປັນຜູ້ຮັບຜິດຊອບແປຂ່າວ ແລະ ສົ່ງລົງເວັບໄຊ ຢູ່ກຸ່ມເຄືອຂ່າຍເວີຍໂບ ແລະ ວີແຊັດ. ນອກນັ້ນ, ສະມາຄົມຍັງຈະໄດ້ຊອກຫາລູກຄ້າມາລົງໂຄສະນາຢູ່ເວັບດັ່ງກ່າວ.

ສ່ວນໜັງສືພິມວຽງຈັນທາຍສະບັບພິເສດ ເປັນພາສາອັງກິດ ແລະ ພາສາຈີນ ມີ 60 ໜ້າ ປະກອບມີບົດຕ່າງໆທີ່ກ່ຽວກັບການທ່ອງທ່ຽວ ແລະ ການຮ່ວມມື ລາວ – ຈີນ, ຄຳໂຄສະນາຂອງບໍລິສັດ ແລະ ຫ້າງຮ້ານຕ່າງໆ ໂດຍໄດ້ຈັດພິມ 2 ຄັ້ງ ຄື: ຄັ້ງທີ 1 ຈຳນວນ 3.000 ສະບັບ, ຍ້ອນຄວາມຕ້ອງການຂອງສັງຄົມຫຼາຍພວກເຮົາຈຶ່ງຈັດພິມເປັນ ຄັ້ງທີ 2 ຈຳນວນ 2.000 ສະບັບ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ມີຄຳເຫັນວ່າ: ເຖິງເວລາແລ້ວ ອົງການສື່ດັ້ງເດີມອື່ນໆ ເປັນຕົ້ນແມ່ນ ໜັງສືພິມ, ວິທະຍຸ ແລະ ໂທລະພາບ ຄວນປັບປຸງຕົນເອງໃຫ້ໄປຕາມຍຸກຕາມສະໄໝ, ຕາມກະແສ ແລະ ຄວາມຕ້ອງການຂອງສັງຄົມ. ໃນນີ້, ລວມທັງເນື້ອໃນ, ຮູບການ, ເຕັກນິກ, ວິທີການ ແລະ ການຕະຫຼາດ, ເຖິງວ່າສັງຄົມທີ່ຈະເລີນກ້າວໜ້າ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝປານໃດກໍຕາມ ຂ້າພະເຈົ້າຂໍຢັ້ງຢືນວ່າ ບຸກຄະລາກອນເປັນປັດໄຈຕັດສິນການຄົງຕົວຂອງອົງການສື່ ແລະ ຂອງສັງຄົມ. ສະນັ້ນ, ຂໍຮຽກຮ້ອງມາຍັງສື່ມວນຊົນລາວຈົ່ງຮ່ຳຮຽນເອົາສິ່ງໃໝ່ໆມາພັດທະນາອົງການຂອງຕົນໃຫ້ໄປຕາມຍຸກສະໄໝຢ່າງເປັນເຈົ້າການ.

[ ຂ່າວ: ແກ້ວ; ຮູບ: ສຸກສະຫວັນ ]