ບໍລິສັດ ບົວລະພາ ປະກອບສ່ວນອຸປະຖໍາງານບຸນຊ່ວງເຮືອຢູ່ແຂວງວຽງຈັນ

76

ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ໄດ້ປະກອບສ່ວນສ້າງຂະບວນການບຸນອອກພັນສາ ກໍຄືງານບຸນຊ່ວງເຮືອ ປະຈໍາປີ 2019 ຢູ່ເມືອງຊະນະຄາມ ແລະ ເມືອງຫີນເຫີບ ແຂວງວຽງຈັນ ເຊິ່ງຈັດຂຶ້ນຢູ່ 3 ໜ້ານໍ້າ ລວມເປັນເງິນ 13 ລ້ານກີບ.

ໃນວັນທີ 10 ຕຸລາ 2019 ທີ່ຫ້ອງວ່າການປົກຄອງເມືອງຊະນະຄາມ ແຂວງວຽງຈັນ ບໍລິສັດ ບົວລະພາ ຮ່ວມກັບຄະນະກໍາມະການຈັດງານບຸນຊ່ວງເຮືອ ຈັດພິທີມອບ – ຮັບເງິນອຸປະຖໍາການຈັດງານບຸນຊ່ວງເຮືອ ຈໍານວນເງິນ 6 ລ້ານກີບ ເຊິ່ງມອບໂດຍ ທ່ານ ອິ້ງ ສຸນາມມະວົງ ຕາງໜ້າບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ສໍາລັບງານບຸນອອກພັນສາ ( ບຸນຊ່ວງເຮືອ ) ເມືອງຫີນເຫີບ ແຂວງວຽງຈັນ ບໍລິສັດ ບົວລະພາ ກໍໄດ້ປະກອບສ່ວນເງິນອຸປະຖໍາ ຈໍານວນ 6 ລ້ານກີບ ເຊິ່ງຕາງໜ້າພະນັກງານພາກສະໜາມເປັນຜູ້ມອບ.

ທ່ານ ອິ້ງ ສຸນາມມະວົງ ກ່າວວ່າ: ການປະກອບສ່ວນຊ່ວຍອຸປະຖໍາການຈັດງານກໍເພື່ອສ້າງບັນຍາກາດ ງານບຸນຊ່ວງເຮືອມີຄວາມຟົດຟື້ນໃຫ້ປະຊາຊົນອ້ອມຂ້າງໄດ້ເຂົ້າມາທ່ຽວຊົມງານ, ຜູ້ມີສິນຄ້າກໍໄດ້ນໍາມາວາງຂາຍເປັນການກະຕຸກຊຸກຍູ້ເສດຖະກິດພາຍໃນເມືອງໃຫ້ຄຶກຄື້ນຂຶ້ນຫຼາຍກວ່າປີຜ່ານມາ.