ເຂື່ອນໄຟຟ້າດອນສະໂຮງ ເປີດທົດລອງແລ່ນເຄື່ອງຈັກໜ່ວຍທີ 1

181

ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ສໍາເລັດແລ້ວ 93% ມີກໍາລັງຕິດຕັ້ງທັງໝົດ 260 ເມກາວັດ ປະກອບມີເຄື່ອງຈັກ 4 ໜ່ວຍ. ຫຼ້າສຸດ, ໄດ້ມີການເປີດທົດລອງນໍາໃຊ້ເຄື່ອງຈັກໜ່ວຍທີ 1 ເພື່ອຜະລິດກະແສໄຟຟ້າ. ດ້ານປະທານບໍລິສັດລະບຸ: ຄາດວ່າຈະໃຫ້ສໍາເລັດການຕິດຕັ້ງເຄື່ອງຈັກອີກ 3 ໜ່ວຍທີ່ຍັງເຫຼືອ ພ້ອມເປີດເຂື່ອນຢ່າງເປັນທາງການໃນທ້າຍປີນີ້.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ເຂື່ອນໄຟຟ້າດອນສະໂຮງ ໄດ້ດໍາເນີນການກໍ່ສ້າງນັບແຕ່ທ້າຍປີ 2016 ເປັນຕົ້ນມາ ຮອດປັດຈຸບັນສໍາເລັດໂດຍພື້ນຖານ 93% ເຊິ່ງມີກໍາລັງຕິດຕັ້ງທັງໝົດ 260 ເມກາວັດ ຖືວ່າເປັນໜຶ່ງໃນ 4 ເຂື່ອນທີ່ໃຫຍ່ທີ່ສຸດຂອງລາວ ເຊິ່ງການກໍ່ສ້າງຖືວ່າລື່ນຄາດໝາຍ ແລະ ໄວກ່ອນແຜນການທີ່ກໍານົດ ຍ້ອນຄວາມເອົາໃຈໃສ່ຂອງທຸກພາກສ່ວນກ່ຽວຂ້ອງ.

ປັດຈຸບັນ, ປະເທດລາວມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 7.207 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ເຖິງ 37.366 ລ້ານກິໂລວັດໂມງຕໍ່ປີ. ໃນນີ້, ມີເຂື່ອນຂະໜາດກາງ ແລະ ໃຫຍ່ 32 ເຂື່ອນ, ເຂື່ອນຂະໜາດນ້ອຍ 15 ເມກາວັດລົງມາ ມີ 21 ເຂື່ອນ, ໂຮງໄຟຟ້າຖ່າຍຫີນ 1 ແຫ່ງ, ໂຮງໄຟຟ້າພະລັງງານຈາກກາກອ້ອຍ 2 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 5 ແຫ່ງ.

ເວົ້າສະເພາະ ການເຊັນສັນຍາຊື້ – ຂາຍໄຟຟ້າໃຫ້ກັບປະເທດກໍາປູເຈຍໃນທ້າຍປີ 2019 ນີ້ ມີຈໍານວນທັງໝົດ 3.215 ເມກາວັດ ແລະ ໜຶ່ງໃນນັ້ນແມ່ນເຂື່ອນໄຟຟ້າດອນສະໂຮງ ຈະໄດ້ສະໜອງພະລັງງານໃຫ້ກໍາປູເຈຍ ຈໍານວນ 195 ເມກາວັດ ຖືວ່າເຂື່ອນແຫ່ງນີ້ມີຄວາມສໍາຄັນຕໍ່ຍຸດທະສາດການພັດທະນາອຸດສາຫະກຳພະລັງງານຂອງລາວ ແລະ ເປັນໂຄງການແຫ່ງທີສອງທີ່ພວກເຮົາດໍາເນີນການກໍ່ສ້າງຢູ່ຕາມລໍາແມ່ນໍ້າຂອງຕອນລຸ່ມ ເຊິ່ງເຂື່ອນໄຟຟ້າດອນສະໂຮງເປັນປະເພດເຂື່ອນນໍ້າລົ້ນ ( Run Off River ) ເຊິ່ງນໍາໃຊ້ປະລິມານນໍ້າເພື່ອຜະລິດກະແສໄຟຟ້າພຽງແຕ່ 5% ຂອງປະລິມານນໍ້າທີ່ໄຫຼຜ່ານ.

ໂອກາດນີ້, ທ່ານ ໂກ ນັນ ດຽວ ປະທານບໍລິສັດ ໄຟຟ້າດອນສະໂຮງ ໄດ້ຂຶ້ນລາຍງານໂດຍຫຍໍ້ວ່າ: ພາຍຫຼັງໄດ້ຮັບອະນຸຍາດຈາກລັດຖະບານລາວ ພວກເຮົາໄດ້ດໍາເນີນການກໍ່ສ້າງແຕ່ລະໜ້າວຽກໃຫ້ສໍາເລັດຕາມແຜນທີ່ວາງໄວ້ ເຊິ່ງໜ້າວຽກໄລຍະສຸດທ້າຍແມ່ນຕິດຕັ້ງເຄື່ອງຈັກປັ່ນໄຟ ປັດຈຸບັນສໍາເລັດໂດຍພື້ນຖານ ແລະ ເປີດທົດລອງເຄື່ອງຈັກໜ່ວຍທີ 1 ໃນວັນທີ 11 ຕຸລາ 2019 ຜ່ານມາ ເຊິ່ງມີກໍາລັງຕິດຕັ້ງ 65 ເມກາວັດ ຄາດວ່າແຕ່ນີ້ຫາທ້າຍປີ 2019 ຈະສາມາດສໍາເລັດການຕິດຕັ້ງອີກ 3 ໜ່ວຍ ທີ່ຍັງເຫຼືອ ໂດຍມີກໍາລັງຕິດຕັ້ງທັງໝົດ 260 ເມກາວັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ເຊິ່ງກະແສໄຟຟ້າທີ່ຜະລິດໄດ້ແມ່ນສົ່ງຂາຍໃຫ້ກັບປະເທດກໍາປູເຈຍ.

ໂອກາດນີ້, ທ່ານ ດາວວົງ ພອນແກ້ວ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສໍາພາດຕື່ມວ່າ: ໂຄງການເຂື່ອນໄຟຟ້າດອນສະໂຮງ ໄດ້ມີການສຶກສາສໍາຫຼວດຄວາມເປັນໄປໄດ້ເປັນເວລາ 10 ປີ, ແຕ່ການກໍ່ສ້າງຕົວຈິງພຽງແຕ່ 3 ປີກວ່າຖືວ່າສໍາເລັດ. ຈຸດພິເສດຂອງໂຄງການນີ້ແມ່ນການພັດທະນາແບບຍືນຍົງ ເຊິ່ງຜົນປະໂຫຍດທາງກົງແມ່ນຈະໄດ້ຮັບຄ່າພາກຫຼວງປະມານ 10 ລ້ານໂດລາຕໍ່ປີກ່ອນຫັກອາກອນ ແລະ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ ຈະໄດ້ຮັບເງິນປັນຜົນພາຍຫຼັງການຂາຍໄຟຟ້າປະມານ 20%.

ພິທີເປີດທົດລອງນໍາໃຊ້ເຄື່ອງຈັກໜ່ວຍທີ 1 ຈັດຂຶ້ນຢູ່ເຂື່ອນໄຟຟ້າດອນສະໂຮງ ເມືອງໂຂງ ແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ສົມສະຫວາດ  ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ        ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາບໍລິສັດຜູ້ພັດທະນາໂຄງການ ແລະ ຕົວແທນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]