ມວນຊົນຮ່ວມລອຍກະໂທງ – ໄຫຼເຮືອໄຟບຸນອອກພັນສາ ສ່ວນຊ່ວງເຮືອມີ 25 ລໍາ

338

ບຸນອອກພັນສາປະວໍລະນາໃນປີ ພ.ສ 2562 ຄ.ສ 2019 ແມ່ນກົງກັບວັນອາທິດ ວັນທີ 13 ຕຸລາ 2019 ເຊິ່ງມີຫຼາກຫຼາຍກິດຈະກໍາທີ່ຊາວພຸດໄດ້ຮ່ວມກັນປະຕິບັດສືບທອດກັນມາແຕ່ບູຮານນະການ ເປັນຕົ້ນແມ່ນການຕັກບາດຢາດນໍ້າ, ໃນຕອນກາງຄືນມີການຄົບງັນ, ວຽນທຽນ, ລອຍກະໂທງ, ໄຫຼເຮືອໄຟ ພໍຮຸ່ງເຊົ້າມາກໍມີກິດຈະກໍາແຂ່ງຂັນເຮືອຊ່ວງ.

ຄຳວ່າອອກພັນສາແມ່ນການອະນຸຍາດໃຫ້ພະພິກຂຸສົງອອກຈາກເຂດຈຳກັດ ຫຼັງຈາກການເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ຢູ່ບ່ອນອື່ນໄດ້ເອີ້ນອີກຢ່າງໜຶ່ງວ່າການອອກຈາກລະດູຝົນ ເມື່ອເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ມື້ອອກພັນສາຊາວພຸດທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆມາໄວ້ ຖວາຍທານຕາມກຳລັງສັດທາຂອງຕົນ, ໃນຕອນເຊົ້າມວນຊົນຊາວພຸດກໍມາເຕົ້າໂຮມກັນ ຖວາຍຂອງທານທີ່ໄດ້ກະກຽມໄວ້ດ້ວຍການຕັກບາດຢູ່ໃນວັດພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ.

ຕາມປະເພນີລາວແຕ່ກ່ອນເວລາໃກ້ຈະຮອດວັນບຸນອອກພັນສາຊາວບ້ານໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ ແລະ ຂີ້ເຈຍ ມາຕຳປະສົມກັນໃຫ້ເປັນເຊື້ອເພີງຈຶ່ງນຳມາຫໍ່ດ້ວຍໃບລານແຫ້ງ, ພໍຕົກຄໍ່າໃນມື້ເພັງຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດເພື່ອພ້ອມກັນສ້າງເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ, ໄຕ້ໄຟບູຊາຄຸນພະພຸດ, ພະທຳ ແລະ ພະສົງ.

ນອກນີ້, ແຕ່ລະຄອບຄົວຍັງໄດ້ສ້າງເຮືອໄຟໂຄກຢູ່ທີ່ເຮືອນຂອງໃຜລາວເພື່ອບູຊາຄຸນພະພຸດ, ພະທຳ ແລະ ພະສົງ, ຊາວບ້ານໄດ້ກະກຽມເຮືອໄຟນໍ້າ, ບາງບ້ານກໍເຮັດແບບງ່າຍດາຍຈາກຕົ້ນກ້ວຍປະດັບປະດາດ້ວຍດອກໄມ້ຕາມໃຈມັກພ້ອມດ້ວຍທູບ ແລະ ທຽນ. ເມື່ອນໍາໄປລອຍນໍ້າກໍອະທິຖານຂໍໃຫ້ຊີວິດມີ ຄວາມສຸກ, ປາສະຈາກພະຍາດໂລຄາ, ປະສົບຜົນສຳເລັດໃນໜ້າທີ່ການງານ, ຂໍໃຫ້ໝົດທຸກ, ຂໍໃຫ້ມີໂຊກມີໄຊ ແລະ ອື່ນໆ ຈຶ່ງປ່ອຍອອກສູ່ແລວນໍ້າເພິ່ນເອີ້ນວ່າ “ ການໄຫຼເຮືອໄຟ ”.

ພໍຮອດມື້ຕໍ່ມາຄືມື້ແຮມ 1 ຄ່ຳ ເດືອນ 11 ກໍມີການຈັດຊ່ວງເຮືອລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີຕະຫຼອດທັງຄືນ ຈຸດປະສົງຂອງການຊ່ວງເຮືອ ແລະ ການໄຫຼເຮືອໄຟແມ່ນເພື່ອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກພະຍານາກ ແລະ ເທວະດາອົງທີ່ໄດ້ປົກປັກຮັກສາແມ່ນໍ້າລຳເຊຕະຫຼອດຮອດຫ້ວຍຮ່ອງຄອງບຶງບ່ອນທີ່ຊາວພຸດທັງຫຼາຍໄດ້ທຳມາຫາກິນຢ່າງສະຫງົບສຸກ.

ສະເພາະຢູ່ນະຄອນຫຼວງວຽງຈັນ ກໍມີວັດຫຼາຍແຫ່ງທີ່ຈັດກິດຈະກຳໄຕ້ໂຄມໄຟ ຫຼື ທຽນໄຟ  ເປັນຕົ້ນແມ່ນຢູ່ວັດອົງຕື້ມະຫາວິຫານ ພະສົງສາມະເນນໄດ້ພາກັນຈັດກິດຈະກຳໄຕ້ໂຄມໄຟເພື່ອໃຫ້ອອກຕົນຍາດໂຍມໄດ້ພາກັນຮ່ວມໄຕ້ ໂດຍເລີ່ມແຕ່ວັນທີ 12 ຕຸລາ 2019 ເປັນມື້ຂຶ້ນ 14 ຄໍ່າ ກໍໄດ້ມີການກະກຽມສະຖານທີ່ພ້ອມທົດລອງເປີດໃຫ້ອອກຕົນຍາດໂຍມເຂົ້າໄປຮ່ວມໄຕ້ ໂດຍລວມເຫັນວ່າມວນຊົນທັງຫຼາຍແມ່ນໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ເຊິ່ງກິດຈະກຳພາຍໃນວັດນອກຈາກຈະມີການໄຕ້ໂຄມໄຟໃນສວນທຳມະຈັກ ແລະ ບໍລິເວນສິມແລ້ວຍັງມີຈຸດສະຖານທີ່ເພື່ອໃຫ້ອອກຕົນຍາດໂຍມໄດ້ເຂົ້າໄປຖ່າຍຮູບ, ຊົມພາບວັດວາອາຮາມພ້ອມດ້ວຍຈຸດໄຕ້ເຮືອໄຟ ແລະ ການສະແດງສິລະປະຈາກບັນດາໂຮງຮຽນຕ່າງໆໃນນະຄອນຫຼວງອີກດ້ວຍ.

ທ່ານ ນາງ ອຸໄລວັນ ວົງຂັນຕີ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຂ້າພະເຈົ້າແມ່ນມາຮ່ວມໄຕ້ໂຄມໄຟ ຫຼື ມາຟັງເທດສະໜາທີ່ວັດອົງຕື້ມະຫາວິຫານທຸກປີ ໃນມື້ 14 ແລະ 15 ຄໍ່າ ແລະ ປີນີ້ສັງເກດເຫັນວ່າຄົນຈະມາຮ່ວມຫຼາຍກວ່າທຸກໆປີ ທັງມື້ 14 ແລະ 15 ຄໍ່າ.  ທັງນີ້, ກໍອາດຍ້ອນວ່າທາງວັດເພິ່ນມີກິດຈະກຳຫຼາຍຢ່າງ ແລະ ພິເສດເພິ່ນມາບໍລິການໃຫ້ເຊົ່າຊຸດເຜົ່າລາວເດີມເພື່ອໃຫ້ຜູ້ທີ່ມາຮ່ວມໄດ້ໃສ່ເພື່ອໄປຖ່າຍຮູບ ແລະ ຜູ້ທີ່ບໍ່ເຊົ່າກໍເຫັນວ່າທັງຍິງ ແລະ ຊາຍກໍໄດ້ພາກັນໃສ່ເຄື່ອງສຸພາບ, ຜູ້ຍິງກໍໃສ່ຊຸດໄໝບ່ຽງແພມາຮ່ວມກິດຈະກໍາພ້ອມຖ່າຍຮູບເຫັນແລ້ວໜ້າປະທັບໃຈຫຼາຍ.

ທ່ານ ນາງ ບົວພັນ ແກ້ວມະນຸດ ບ້ານບໍ່ນາງົວ ເມືອງຈັນທະບູລີ ໄດ້ກ່າວວ່າ: ນ້ອງມາທຸກປີ ເພາະນ້ອງ ໄດ້ມາສະແດງສິລະປະວັນນະຄະດີຢູ່ງານບຸນຊ່ວງເຮືອ. ດັ່ງນັ້ນ, ຫຼັງສະແດງແລ້ວນ້ອງກັບໝູ່ເພື່ອນກໍຈະພາກັນມາເລາະຮ່ວມໄຕ້ໂຄມໄຟ ແລະ ຖ່າຍຮູບທີ່ວັດອົງຕື້.

ທ່ານ ນາງ ນ້ອຍ ບ້ານທົ່ງພານທອງ ເມືອງສີສັດຕະນາກ ໄດ້ກ່າວວ່າ: ໃນມື້ອອກພັນສາທຸກປີ ຕອນເຊົ້າແມ່ນໄດ້ໄປໃສ່ບາດຢູ່ວັດນາກໃຫຍ່ ສ່ວນຕອນແລງກໍຈະໄຕ້ທຽນອ້ອມເຮືອນ ແລະ ເຮັດເຮືອໄຟຢູ່ເຮືອນ. ປີນີ້ໄດ້ຊວນໝູ່ມາລອຍກະໂທງທີ່ວັດອົງຕື້ພ້ອມໄດ້ໄຕ້ໂຄມໄຟອີກດ້ວຍ ແຕ່ສັງເກດເຫັນວ່າຄົນຫຼາຍກວ່າທຸກປີ ເຊິ່ງກໍເປັນການດີເພາະມັນສະແດງໃຫ້ເຫັນເຖິງການມີສ່ວນຮ່ວມໃນການຮັກສາຮີດຄອງປະເພນີຂອງລາວເຮົາທີ່ສືບທອດປະຕິບັດກັນມາແຕ່ບູຮານຈົນມາຮອດປັດຈຸບັນລູກຫຼານຄົນຮຸ່ນໃໝ່ກໍບໍ່ໄດ້ປະລະຮີດຄອງໃຫ້ໝອງເສົ້າ.

ສ່ວນການແຂ່ງຂັນຊ່ວງເຮືອປະເພນີໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນ ປະຈໍາປີ 2019 ມື້ນີ້ວັນຈັນທີ 14 ຕຸລາ 2019 ຈະເປັນການຊີງໄຊເຮືອໃຫຍ່ 55 ສີພາຍ ໄດ້ແກ່:  ເຮືອປະເພນີຍິງ – ຊາຍ ແລະ ເຮືອສູດຊາຍ ທີ່ໜ້ານໍ້າບໍລິເວນໂຮງແຮມແລນມາກ ໂດຍແຊັມເຮືອປະເພນີຊາຍຈະໄດ້ຮັບຂັນໝູນວຽນຈາກຮ້ານຄໍາພູວົງ ມູນຄ່າ 20 ລ້ານກີບ.

ສໍາລັບປີນີ້ມີເຮືອ 25 ລໍາເຂົ້າຮ່ວມ ແບ່ງເປັນ: ເຮືອປະເພນີຊາຍ 6 ລໍາ, ເຮືອປະເພນີຍິງ 6 ລໍາ, ເຮືອສູດຊາຍ 7 ລໍາ ແລະ ເຮືອກີລາ 12 ສີພາຍ 6 ລໍາ ເຊິ່ງໄດ້ແບ່ງສາຍຢ່າງເປັນທາງການດັ່ງນີ້:

ເຮືອປະເພນີຊາຍ 55 ສີພາຍ: ສາຍ ກ ປະກອບມີ ຣີສອດປາກນໍ້າຄານ ແຊັມເກົ່າ, ຄອນສະຫວັນ 99 ( 2 ) ແລະ ອົງການແມ່ນໍ້າຂອງ; ສ່ວນສາຍ ຂ ທະນາຄານຮ່ວມພັດທະນາ ( JDB ), ເມືອງຈັນທະບູລີ ແລະ ຄອນສະຫວັນ 99 ( 1 ).

ເຮືອປະເພນີຍິງ 55 ສີພາຍ: ສາຍ ກ ບໍລິສັດ ແສງເພັດກໍ່ສ້າງ ແຊັມເກົ່າ, ຄອນສະຫວັນ 99 ( 1 ) ແລະ ເມືອງຈັນທະບູລີ; ສ່ວນສາຍ ຂ ບ້ານທ່າພະ, ຄອນສະຫວັນ 99 ( 2 ) ແລະ ອົງການແມ່ນໍ້າຂອງ.

ເຮືອສູດຊາຍ 55 ສີພາຍ: ສາຍ ກ ບໍລິສັດ ເຊື້ອໄຟເອເຊຍ, ບ້ານສີຖານ ແລະ ອຸດສາຫະກໍາເຫຼັກ; ສ່ວນສາຍ ຂ ບໍລິສັດ ແສງເພັດ ກໍ່ສ້າງ, ທະນາຄານພັດທະນາລາວ ( JDB ), ໂຄກຊາຍ ແລະ ຈັງຫວັດໜອງຄາຍ ( ໄທ ).

ເຮືອກີລາ 12 ສີພາຍ ຈັດແຂ່ງຂັນທີ່ທ່ານໍ້າວັດຈັນໃນວັນທີ 13 ຕຸລາ 2019: ສາຍ ກ ບ້ານໄຊສະຫວ່າງ, ສາວງາມຈໍາພອນ  ( ບ້ານນາກຸງ ) ແລະ ນາວາສັກສິດ; ສ່ວນສາຍ ຂ ສົມຈັນ ມິນິມາກ, ບ້ານໄຊສະຖານ ແລະ ບ້ານເກິນ.