ຊ່ວງເຮືອທ່າວັດຈັນປີນີ້ ຈັດຢູ່ 2 ຈຸດຄືປີກາຍ, ສ່ວນຂັນແຊັມຈາກ ຮ້ານຄໍາພູວົງ ມູນຄ່າ 20 ລ້ານກີບ

218

ການແຂ່ງຂັນຊ່ວງເຮືອປະເພນີໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນ ປະຈໍາປີ 2019 ຈະຈັດຂຶ້ນລະຫວ່າງວັນທີ 13 – 14 ຕຸລາ 2019 ຢູ່່່່່ 2 ຈຸດຄືກັບປີກາຍ, ສ່ວນຂັນແຊັມໝູນວຽນປີນີ້ ໄດ້ຮັບການສະໜັບສະໜູນຈາກ ຮ້ານຄໍາພູວົງ ມູນຄ່າ 20 ລ້ານກີບ.

ການແຂ່ງຂັນຊ່ວງເຮືອໃນງານບຸນຊ່ວງເຮືອ ປະຈໍາປີ 2019 ທີ່ທ່າວັດຈັນ ຕ້ອງຈັດຢູ່ 2 ຈຸດ ເນື່ອງຈາກຈຸດເກົ່ານໍ້າບົກແຫ້ງເຮືອໃຫຍ່ບໍ່ສາມາດແຂ່ງຂັນໄດ້ ໂດຍເຮືອກີລາ 12 ສີພາຍຈັດຢູ່ຈຸດເກົ່າ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ເຮືອປະເພນີ 55 ສີພາຍ   ( ຍິງ – ຊາຍ ) ແລະ ເຮືອສູດ 55 ສີພາຍ ແມ່ນຍັບລົງມາແຂ່ງຂັນຢູ່ໜ້ານໍ້າທີ່ເຊິ່ງໜ້າກັບໂຮງແຮມແລນມາກ ທີ່ຂຶ້ນກັບເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຫຼ້າສຸດ, ທ່ານ ກອງແກ້ວ  ແຫ່ງດາວົງໄຊ ຫົວໜ້າຂະແໜງກີລາລະດັບສູງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ອີງຕາມຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0386/ຫວນວ ລົງວັນທີ 9 ຕຸລາ 2019 ເລື່ອງການກະກຽມບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນ ປະຈໍາປີ 2019 ເຫັນດີໃຫ້ຈັດການແຂ່ງຂັນຊ່ວງເຮືອນ້ອຍ ເຮືອກີລາ 12 ສີພາຍ ຢູ່ຫາດດອນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 13 ຕຸລາ 2019 ໂດຍໃຫ້ຈັດໃນລະດັບຂັ້ນເມືອງ, ສ່ວນວັນທີ 14 ຕຸລາ 2019 ໃຫ້ຈັດແຂ່ງຂັນຊ່ວງເຮືອໃຫຍ່, ເຮືອປະເພນີຍິງ – ຊາຍ ແລະ ເຮືອສູດ ຢູ່ແຄມຂອງບໍລິເວນໂຮງແຮມແລນມາກ ໂດຍແມ່ນການຈັດງານແຂ່ງຂັນຂັ້ນນະຄອນຫຼວງວຽງຈັນ.

ສ່ວນຈໍານວນເຮືອເຂົ້າຮ່ວມປີນີ້ແມ່ນຍັງບໍ່ທັນແນ່ນອນ ເພາະຍັງຢູ່ໃນຂັ້ນການກະກຽມ, ຮັບສະໝັກ ແລະ ຈະມີການປິດຮັບສະໝັກໃນຕອນເຊົ້າວັນສຸກທີ 11 ຕຸລາ 2019 ກ່ອນພິທີຈັບສະຫຼາກຢ່າງເປັນທາງການ ໃນເວລາ 9:30 ໂມງ ທີ່ຫ້ອງການປົກຄອງເມືອງຈັນທະບູລີ ພ້ອມທັງຈະມີການຜ່ານກົດລະບຽບຕ່າງໆ ກ່ອນການແຂ່ງຂັນ ”, ທ່ານ ກອງແກ້ວ ກ່າວ.

ສໍາລັບການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນປີນີ້ ຊະນະເລີດເຮືອປະເພດນີຊາຍ 55 ສີພາຍ ປີ 2019 ຈະໄດ້ຮັບຂັນໝູນວຽນມູນຄ່າ 20 ລ້ານກີບ ຈາກຮ້ານຄໍາພູວົງ ທີ່ໃຫ້ການສະໜັບສະໜູນຂັນລາງວັນ ຕາມການເປີດເຜີຍຂອງເພຈ໌ບຸນທາງການຂອງ ຮ້ານຄຳພູວົງ Phouvong Jewelry.

ສໍາລັບການແຂ່ງຂັນຊ່ວງເຮືອປີ 2018 ທີ່ທ່າວັດຈັນ ມີເຮືອ 29 ລໍາເຂົ້າຮ່ວມຊີງໄຊ ແບ່ງເປັນເຮືອປະເພນີຊາຍ 7 ລໍາ, ເຮືອປະເພນີຍິງ 5 ລໍາ, ເຮືອສູດຊາຍ 5 ລໍາ ແລະ ເຮືອກີລາ 12 ສີພາຍ 8 ລໍາ ປາກົດວ່າ: ເຮືອຣີສອດ ປາກນໍ້າຄານ ຈາກແຂວງຫຼວງພະບາງ ຄວ້າແຊັມພ້ອມຂັນໝູນ, ຂັນເງິນອີກ 1 ໜ່ວຍ ແລະ ເງິນລາງວັນ 20 ລ້ານກີບ ແລະ ແຊັມເຮືອປະເພນີຍິງ ເຮືອບໍລິສັດ ແສງເພັດ ເກັບກູ້ລະເບີດ, ສ່ວນເຮືອສູດຊາຍ ຊະນະເລີດເປັນຂອງ ເຮືອກຸ່ມທຸລະກິດ ຊ້າງເພັດ ຫຼວງພະບາງ ແລະ ຊະນະເລີດເຮືອກີລາເປັນຂອງ ເທບພິສິດໄຊ ບ້ານນາລ້ອງ ຕ້ອງຕິດຕາມກັນຕໍ່ໄປວ່າປີ 2019 ເຮືອລໍາໃດຈະເປັນແຊັມ.

ຂ່າວ: ຄໍາສອນ