ບໍລິສັດ ອໍຕາດສ໌ ມາຍນິ້ງ ນຳປະສົບການ ຈາກ ອົສຕຣາລີ ເພື່ອພັດທະນາບໍ່ແຮ່ຢູ່ລາວ

226

ບໍລິສັດ ອໍຕາດສ໌ ມາຍນິ້ງ ລາວ ( Ortus Mining Laos ) ໄດ້ສຳເລັດການຈົດທະບຽນ ບໍລິສັດລູກ ( Ortus Sole Co., Ltd ) ແລະ ໄດ້ຮັບໃບອະນຸຍາດຢ່າງຖືກຕ້ອງ ຈາກກົມຄຸ້ມຄອງບໍ່ແຮ່ ພ້ອມທັງໄດ້ຕັ້ງຫ້ອງການຢູ່ນະຄອນຫຼວງວຽງຈັນ ຢ່າງສົມບູນແລ້ວ.

ຜູ້ປະກອບການ ແລະ ເຈົ້າຂອງທຸລະກິດທີ່ກ່ຽວຂ້ອງກັບບໍ່ແຮ່ໃນລາວ ປັດຈຸບັນນີ້ສາມາດນຳໃຊ້ຄວາມຊຳນານງານທີ່ກວ້າງຂວາງຂອງ ບໍລິສັດ ອໍຕາດສ໌ ມາຍນິ້ງ ເພື່ອພັດທະນາໂຄງການບໍ່ແຮ່.

ທ່ານ ດູເວນ ໄຊມ້ອນສ໌ ( Dwayne Symonds ) ເຊິ່ງເປັນຕົວແທນຂອງ ບໍລິສັດ ອໍຕາດສ໌ ມາຍນິ້ງ ທີ່ມາປະຈຳການຢູ່ລາວໃນຕຳແໜ່ງຜູ້ອຳນວຍການໃຫຍ່ກ່າວຕໍ່ ໜັງສືພິມ ເສດຖະກິດ – ການຄ້າ ເມື່ອບໍ່ດົນມານີ້ວ່າ: ພວກເຮົາສຸມໃສ່ການພັດທະນາໂຄງການສຳປະທານແຮ່ທາດໃນລາວ, ບໍລິສັດສົນໃຈທີ່ຈະຮ່ວມກັບເຈົ້າຂອງໂຄງການບໍ່ແຮ່ ແລະ ລັດຖະບານລາວ ເພື່ອພັດທະນາໂຄງການບໍ່ແຮ່ທີ່ມີທ່າແຮງສູງ, ສຸມໃສ່ການຜະລິດຄຳ ແລະ ທອງແດງເປັນຫຼັກ.

ທ່ານ ດູເວນ ກ່າວຕື່ມວ່າ: “ ບໍລິສັດ ອໍຕາດສ໌ ມາຍນິ້ງ ນຳໃຊ້ຫຼັກການສາກົນ ເພື່ອການພັດທະນາແບບຍືນຍົງ ແລະ ປະຕິບັດວຽກງານຕາມມາດຕະຖານສິ່ງແວດລ້ອມຂອງອົສຕຣາລີສະເໝີ, ບໍລິສັດຍັງມີຄວາມມຸ່ງໝັ້ນຢ່າງສູງສົ່ງຕໍ່ກັບການພົວພັນທີ່ເປີດເຜີຍ ແລະ ໂປ່ງໃສ ກັບບັນດາຄູ່ຮ່ວມທຸລະກິດ, ລັດຖະບານ, ຊຸມຊົນ, ນັກລົງທຶນ ແລະ ບັນດາພາກສ່ວນກ່ຽວຂ້ອງ.

ບໍລິສັດ ອໍຕາດສ໌ ມາຍນິ້ງ ນຳໃຊ້ມາດຕະຖານສາກົນ ສຳລັບນະໂຍບາຍການຕ້ານການສໍ້ລາດບັງຫຼວງ ແລະ ການຂັດແຍ່ງກັບຜົນປະໂຫຍດ ເພື່ອຮັກສາຄວາມເຊື່ອໝັ້ນ ແລະ ຈັນຍາບັນທາງທຸລະກິດໃນລະດັບສູງ ”.

ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການໃນຄະນະກຳມະການຂອງ ບໍລິສັດ ອໍຕາດສ໌ ມາຍນິ້ງ ກ່າວວ່າ: ບໍລິສັດໄດ້ເລີ່ມມີການປຶກສາຫາລືກັບເຈົ້າຂອງສຳປະທານຂອງໂຄງການບໍ່ແຮ່ ແລະ ອົງການທີ່ກ່ຽວຂ້ອງຂອງລັດຖະບານໃນເລື່ອງການຮ່ວມມື ເພື່ອກຳນົດໂຄງການທີ່ມີທ່າແຮງສູງ ແລະ ສ້າງແຜນພັດທະນາ ສຳລັບແຕ່ລະໂຄງການສຳປະທານບໍ່ແຮ່ເຫຼົ່ານັ້ນ.

ບໍລິສັດ ອໍຕາດສ໌ ມາຍນິ້ງ ມີຄວາມມຸ່ງໝັ້ນທີ່ຈະສ້າງແນວທາງ ເພື່ອເອົາໂຄງການຂຸດຄົ້ນບໍ່ແຮ່ທີ່ມີທ່າແຮງສູງໄປສູ່ການຜະລິດ ແລະ ສ້າງລາຍຮັບໃຫ້ລັດຖະບານຜ່ານການຊຳລະພາສີ ແລະ ອາກອນປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງຜະລິດຕະພັນພາຍໃນ ( GDP ) ຂອງ ສປປ ລາວ.

ອີງຕາມເວັບໄຊ ຂອງ ບໍລິສັດ ອໍຕາດສ໌ ມາຍນິ້ງ ຄາພິໂທ ( Ortus Mining Capital ) ໂດຍຜ່ານ ບໍລິສັດລູກ ອໍຕາດສ໌ ມາຍນິ້ງ ລາວ ມີຈຸດປະສົງເພື່ອດຳເນີນການຊອກຄົ້ນ, ສຳຫຼວດ ແລະ ພັດທະນາ ໂຄງການບໍ່ແຮ່ ໃນທົ່ວປະເທດລາວ; ປະເທດລາວມີສັກກະຍະພາບສູງສຳລັບຫຼາຍໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ແລະ ບໍລິສັດເຊື່ອວ່າ ດ້ວຍການປະສົມປະສານປະສົບການດ້ານການບໍລິຫານຢູ່ໃນປະເທດກ່ອນໜ້ານີ້ ແລະ ມີຄວາມຊ່ຽວຊານດ້ານບໍ່ແຮ່ ແລະ ການເຂົ້າເຖິງແຫຼ່ງທຶນ, ບໍລິສັດຢູ່ໃນສະຖານະທີ່ດີທີ່ຈະດຳເນີນໂຄງການໃຫ້ສຳເລັດ, “ ທີມງານພາກສະໜາມຂອງພວກເຮົາ ລວມມີຜູ້ຊ່ຽວຊານທີ່ມີປະສົບການດ້ານການຂຸດຄົ້ນແຮ່ທາດ, ນັກທໍລະນີສາດທີ່ມີປະສົບການທັງພາຍໃນ ແລະ ຕ່າງປະເທດ ແລະ ການບໍລິຫານ, ທີມງານບໍລິຫານຂອງພວກເຮົາແມ່ນມີປະສົບການຫຼາຍສິບປີໃນອຸດສາຫະກຳບໍ່ແຮ່ໂດຍກົງໃນປະເທດລາວ, ດ້ວຍຄວາມຮູ້ທ້ອງຖິ່ນຂອງພວກເຮົາ, ການສະໜັບສະໜູນຈາກຕ່າງປະເທດ ແລະ ຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ໂຄງການເກີດຂຶ້ນ, ພວກເຮົາຈະໃຫ້ຜົນໄດ້ຮັບທີ່ມີຄຸນນະພາບສູງກັບບັນດາຄູ່ຮ່ວມງານ, ຜູ້ຖືຫຸ້ນ, ລັດຖະບານ ແລະ ຊຸມຊົນ ”, ທ່ານ ວິບູນ ກ່າວ.

ທ່ານ ດູເວນ ກ່າວຕື່ມວ່າ: ບໍລິສັດ ອໍຕາດສ໌ ມາຍນິ້ງ ມີຄວາມຊ່ຽວຊານ ແລະ ມີປະສົບການດ້ານບໍ່ແຮ່ທີ່ເໝາະສົມທັງໃນປະເທດອົສຕຣາລີ ແລະ ຕ່າງປະເທດ, ວຽກທັງໝົດຂອງພວກເຮົາແມ່ນເຮັດຕາມມາດຕະຖານສາກົນ ເຊັ່ນ: ລະຫັດ JORC ພວກເຮົາມີໂຄງສ້າງກໍາມະສິດທີ່ເໝາະສົມ ແລະ ການເຂົ້າເຖິງການລົງທຶນ ການລະດົມທຶນສຳລັບໂຄງການສຳຫຼວດຂອງພວກເຮົາໃນລະດັບສາກົນ ໂດຍຜ່ານປະເທດສິງກະໂປ ແລະ ອົສຕຣາລີ; ການສໍາຫຼວດ ແລະ ການພັດທະນາບໍ່ແຮ່ ບໍລິສັດ ອໍຕາດສ໌ ມາຍນິ້ງ ໄດ້ສຳເລັດການກວດກາສະຖານທີ່ຫຼາຍແຫ່ງ ເຊິ່ງເປັນສ່ວນໜຶ່ງຂອງແຜນການໃນການປະຕິບັດທັງໂຄງການສຳຫຼວດ ແລະ ພັດທະນາ ພ້ອມທັງແຜນການນຳເອົາບາງໂຄງການເຂົ້າໃນການຜະລິດດ້ວຍເສັ້ນທາງທີ່ວ່ອງໄວ.

ທຸກໆໂຄງການໃນປະເທດຈະດຳເນີນການໃນຮູບແບບເປັນຜູ້ຮ່ວມທຸລະກິດ ( Joint Venture ) ກັບບໍລິສັດພາຍໃນ ໃຫ້ໄດ້ຜົນປະໂຫຍດແກ່ທັງສອງບໍລິສັດ, ທັງຜູ້ຖືຫຸ້ນ ແລະ ລັດຖະບານ. ນອກຈາກນີ້, ບໍລິສັດ ເອັມພີເອັກສ໌ ( MPX ) ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ອໍຕາດສ໌ ມາຍນິ້ງ ຄາພິໂທ ມີການຮ່ວມມືກັບ ບໍລິສັດ ໂອເຣຟອກສ໌ ( Orefox ) ໂດຍນຳໃຊ້ປັນຍາປະດິດ ( Artificial Intelligence ) ແລະ ການຮຽນຮູ້ຂອງເຄື່ອງຈັກ ( Machine Learning ) ເພື່ອສາມາດເລັ່ງການລະບຸເປົ້າໝາຍການເຈາະໃນໂຄງການສຳຫຼວດ ໂດຍການນຳໃຊ້ເຕັກໂນໂລຊີດິຈິຕອລ. ປັດຈຸບັນນີ້, ບໍລິສັດກຳລັງນຳໃຊ້ເຕັກໂນໂລຊີດັ່ງກ່າວໃນໂຄງການຢູ່ອົສຕຣາລີ ແລະ ຖ້າມີຂໍ້ມູນທີ່ພຽງພໍບໍລິສັດກໍສົນໃຈທີ່ຈະນຳໃຊ້ເຕັກໂນໂລຊີນັ້ນຢູ່ໃນລາວ ນີ້ແມ່ນຄວາມສາມາດທີ່ເປັນເອກະລັກສະເພາະຂອງ ບໍລິສັດ ອໍຕາດສ໌ ( Ortus ) ແລະ ອາດຈະຊ່ວຍໃນການເລັ່ງລັດການພັດທະນາໂຄງການທີ່ດີທີ່ສຸດ ເພື່ອຈະດຳເນີນການໄວຂຶ້ນ ເພື່ອຜົນປະໂຫຍດຂອງທຸກພາກສ່ວນທີ່ກ່ຽວຂ້ອງ.

ຫວ່າງບໍ່ດົນມານີ້ ທີມງານບໍລິຫານຂອງ ອໍຕາສ໌ ( Ortus ) ໄດ້ພົບກັບ ທ່ານ ຈອງ – ເບີນາດ ຄາຣາສໂກ ( H.E. Jean-Bernard Carrasco ) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເພື່ອສົນທະນາກ່ຽວກັບເປົ້າໝາຍທຸລະກິດໃນປະເທດລາວ. ພ້ອມນັ້ນ, ຍັງໄດ້ພົບປະກັບພະແນກການທີ່ກ່ຽວຂ້ອງຂອງລັດຖະບານ ໃນຊຸມເດືອນທີ່ຜ່ານມາ.