ຄໍາມ່ວນ ສົ່ງອອກສິນຄ້າບໍ່ບັນລຸແຜນ

219

ແຂວງຄຳມ່ວນ ໄດ້ຕັ້ງເປົ້າການສົ່ງອອກໝົດປີ 328 ລ້ານໂດລາ ໄລຍະ 6 ເດືອນຕົ້ນປີ 2019 ສາມາດສົ່ງອອກໄດ້ 100 ກວ່າລ້ານໂດລາ ທຽບໃສ່ໄລຍະດຽວກກັນຂອງປີຜ່ານມາ ຫຼຸດລົງກວ່າ 6%, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນປະເພດແຮ່ທາດ ແລະ ກະສິກຳ.

ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ນີ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນການນໍາເຂົ້າ ແລະ ສົ່ງອອກສິນຄ້າທີ່ຜ່ານດ່ານສາກົນຂົວມິດຕະພາບ 3 ແລະ ດ່ານສາກົນນາເພົ້າ – ຈາຫຼໍ່ ໂດຍເຮັດວຽກງານບໍລິການນໍາເຂົ້າ – ສົ່ງສິນຄ້າໃຫ້ແກ່ພາກທຸລະກິດ. ສໍາລັບຕົວເລກຄາດຄະເນແຜນການນໍາເຂົ້າປີ 2019 ແມ່ນ 167 ລ້ານກວ່າໂດລາສະຫະລັດ, ໃນ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 109 ລ້ານກວ່າໂດລາສະຫະລັດ ທຽບໃສ່ແຜນການປີໄດ້ 66% ສິນຄ້າສ່ວນຫຼາຍທີ່ນໍາເຂົ້າມາແມ່ນນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ສອຍປະຈໍາວັນຈໍານວນໜຶ່ງ.

ສ່ວນສິນຄ້າສົ່ງອອກແຜນການປີແມ່ນ 328 ລ້ານກວ່າໂດລາສະຫະລັດ ປະຕິບັດໄດ້ໃນ 6 ເດືອນຕົ້ນປີແມ່ນ 113 ລ້ານກວ່າໂດລາສະຫະລັດ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນ ຫຼຸດລົງ 6,36%, ຖ້າທຽບໃສ່ແຜນປີແມ່ນປະຕິບັດໄດ້ 35% ຂອງມູນຄ່າການສົ່ງອອກ, ສິນຄ້າທີ່ສົ່ງອອກສ່ວນຫຼາຍແມ່ນປະເພດແຮ່ທາດ, ສິນຄ້າກະສິກໍາ.

ສິນຄ້າທີ່ສົ່ງອອກຂອງແຂວງຄໍາມ່ວນ ມີປະເພດຊີມັງ, ເກືອກາລີ, ຜະລິດຕະພັນໄມ້ ເຊິ່ງແຂວງໄດ້ເຮັດສັນຍາສອງຝ່າຍ ແລະ ຫຼາຍຝ່າຍໃນການສົ່ງອອກ ເຊິ່ງລວມມີ 10 ກວ່າປະເທດ ເປັນຕົ້ນແມ່ນປະເທດໄທ, ສປ ຈີນ, ສ.ເກົາຫຼີ, ອິນໂດເນເຊຍ, ມຽນມາ, ອາເມຣິກາ, ອິຕາລີ, ໄຕ້ຫວັນ, ຊູແອັດ, ຍີ່ປຸ່ນ, ສິງກະໂປ, ໂຮນລັງ, ອັງກິດ, ຫວຽດນາມ ແລະ  ອີຣານ ເຊິ່ງສິນຄ້າທີ່ກວມອັດຕາສ່ວນສົ່ງອອກຫຼາຍກວ່າໝູ່ແມ່ນຊີມັງ ແລະ ເກືອກາລີ ຮອງລົງມາແມ່ນປະເພດແຮ່ກົ່ວ, ແຮ່ເຫຼັກອື່ນໆ. ໃນນັ້ນ, ຕິດພັນກັບການສົ່ງອອກກໍຍັງໄດ້ມີການສົ່ງເສີມຜູ້ປະກອບການຢູ່ບັນດາເມືອງພາຍໃນແຂວງທີ່ນອນໃນເປົ້າໝາຍ SMEs ແລະ ໄດ້ມີການຊຸກຍູ້ບັນດາກຸ່ມສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP. ນອກຈາກນັ້ນ, ຍັງໄດ້ສົມທົບກັບໂຄງການ JICA ທີ່ໄດ້ລົງມາຊ່ວຍແຂວງຄໍາມ່ວນ.