ເມືອງຕົ້ນເຜິ້ງ ເດັດຂາດຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງ

228

ປັດຈຸບັນ ບັນຫາປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນພົບເຫັນຫຼາຍ​ໃນເຂດ​ຕົວ​ເມືອງລວມທັງນະຄອນຫຼວງວຽງຈັນ ແລະ ຢູ່ຕ່າງແຂວງ ເຊິ່ງເຫດການດັ່ງກ່າວໄດ້ກາຍເປັນປາກົດການຫຍໍ້ທໍ້ໜຶ່ງໃນສັງຄົມ ຈົນມີ​ຫາງ​ສຽງ​ວິພາກ​ວິຈານ​ກັນ​ວ່າພາກສ່ວນໃດຄຸ້ມຄອງ ແລະ ອະນຸຍາດໃຫ້ຫົວໜ່ວຍທຸລະກິດດັ່ງກ່າວຕິດຕັ້ງປ້າຍ​ລັກສະນະນີ້ຂຶ້ນ, ໂດຍສະເພາະເນື້ອໃນ ແລະ ຕົວໜັງສືຢູ່ເທິງແຜນປ້າຍຕ່າງໆ​ ສະເພາະປ້າຍໂຄສະນາຂອງນັກລົງທຶນຕ່າງປະເທດ ສ່ວນໜຶ່ງບໍ່ປາກົດເຫັນຕົວໜັງສືລາວ ຫຼື ບາງບ່ອນກໍ່ມີເລີຍ.

*

ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະແມ່ນໜ່ວຍງານຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວຢູ່ບັນດາແຂວງ ແລະ ນະຄອນຫຼວງ ກໍ່ໄດ້ມີການລົງກວດກາຈຳນວນປ້າຍໂຄສະນາທີ່ຕິດຕາມຮ້ານຕ່າງໆ ພ້ອມທັງມີການຮື້ຖອນ ແລະ ທຳລາຍ ເນື່ອງຈາກຜິດກັບກົດລະບຽບຂອງ ສປປ ລາວວາງອອກ. ຂະນະທີ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເປັນເມືອງທີສອງຖັດຈາກ ເມືອງລອງ ແຂວງຫຼວງນໍ້າທາ ທີ່ໄດ້ມີການລົງຮື້ຖອນ ແລະ ທຳລາຍປ້າຍໂຄລະນາທີ່ບໍ່ຖືກຕ້ອງ.

ຫຼ້າສຸດ, ໃນລະຫວ່າງວັນທີ 3-7 ຕຸລາ 2019 ນີ້, ໜ່ວຍງານວັດທະນະທຳ ຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ລົງຮື້ຖອນ ແລະ ທຳລາຍປ້າຍຕ່າງໆທີ່ບໍ່ຖືກຕ້ອງຕາມລະບຽບການ ຈຳນວນ 62 ປ້າຍ ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງປ້າຍໄຟ 6 ປ້າຍ ໂດຍໃຫ້ມີໂຕໜັງສືລາວຂຶ້ນກ່ອນ. ທັງນີ້, ກໍ່ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງມີຄວາມຈົບງາມ ແລະ ມີການໂຄສະນາທີ່ຖືກລະບຽບສອດຄ່ອງກັບວັດທະນະທຳລາວ.

ຂະນະທີ່, ໃນວັນທີ 29 ສິງຫາ 2019 ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງລອງ ແຂວງ ຫຼວງນໍ້າທາ ກໍ່ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງ ແລະ ປ້າຍໂຄສະນາທີ່ຍົກເລີກກິດຈະການຢູ່ພາຍໃນເມືອງລອງ ເຊິ່ງມີຈໍານວນ 9 ປ້າຍ ແລະ ປ້າຍໂຄສະນາທີ່ຍົກເລີກກິດຈະການຈໍານວນ 6 ປ້າຍ.

*

ກ່ຽວກັບບັນຫາປ້າຍ ກ່ອນໜ້ານີ້, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໂດຍສະເພາະເມືອງ ໄຊທານີ ກໍ່ໄດ້ລົງແກ້ໄຂບັນຫາປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມຫ້າງຮ້ານພາຍໃນເມືອງໄຊທານີ. ຜ່ານການລົງເກັບກໍາຂໍ້ມູນຢູ່ເມືອງໄຊທານີພົບເຫັນຫຼາຍແມ່ນຢູ່ຕາມແຄມທາງໃຫຍ່ບ້ານດອນໜູນ ແລະ ບ້ານໄຊສະຫວ່າງ ເຊິ່ງພົບເຫັນ 150 ກວ່າປ້າຍ, ພົ້ນເດັ່ນກວ່າໝູ່ແມ່ນປ້າຍຮ້ານຂາຍໂທລະສັບ.