ຮູ້ຫຼືຍັງ!!! ຢາປາບສັດຕູພືດທີ່ອະນຸຍາດໃຫ້ນໍາໃຊ້ ແລະ ຫ້າມນໍາໃຊ້ຢູ່ລາວ

306

ຈາກການປ່ຽນແປງຂອງຍຸກສະໄໝ ວັດຖຸອຸປະກອນເຄື່ອງໃຊ້ ມີການພັດທະນາໄປຕາມ ເພື່ອເຮັດໃຫ້ຄົນຜູ້ທີ່ຊົມໃຊ້ມີຄວາມສະດວກໃນການທຳມາຫາກິນ ຈິ່ງກຳເນີດມີຝຸ່ນປຸ໋ຍ, ສານ ແລະ ຢາປາບສັດຕູພືດຂຶ້ນມາເປັນທາງເລືອກຂອງຊາວກະສິກອນ ແຕ່ບົນເງື່ອນໄຂຄວາມສະບາຍນັ້ນກໍ່ຕ້ອງສຶກສາໃຫ້ດີກ່ອນ ເປັນຕົ້ນແມ່ນປະເພດສິນຄ້າທີ່ມີຄວາມປອດໄພ ແລະ ບໍ່ຄວນໃຊ້ມົ່ວເພາະມີອັນຕະລາຍຢູ່ຮອບຕົວ.

ເພື່ອເປັນຄວາມຮູ້ໃຫ້ແກ່ຊາວກະສິກອນໃນປະເທດເຮົາ, ກະຊວງກະສິກໍາ ແລະ ປ່າໄມ້ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1766/ກປຝ ລົງວັນທີ 13 ສິງຫາ 2019 ເລື່ອງການກໍານົດບັນຊີຢາປາບສັດຕູພືດ ທີ່ອະນຸຍາດໃຫ້ນໍາໃຊ້ ແລະ ຫ້າມນໍາໃຊ້ໃນ ສປປ ລາວ.

ເຊິ່ງເນື້ອໃນແຈ້ງການລະບຸວ່າ: ແຈ້ງເຖິງປະຊາຊົນ ແລະ ຊາວກະສິກອນໃນຂອບເຂດທົ່ວປະເທດທີ່ຕ້ອງການນໍາໃຊ້ຢາປາບສັດຕູພືດຄວນເອົາໃຈໃສ່ກວດກາ ແລະ ຕິດຕາມຢ່າງໃກ້ສິດ ໃນການນໍາໃຊ້ຢາປາບສັດຕູພືດປະເພດຕ່າງໆ ເພາະວ່າ ມີບາງປະເພດແມ່ນຖືກຫ້າມນໍາໃຊ້ ແລະ ອະນຸຍາດໃຫ້ໃຊ້ໃນບາງປະເພດເທົ່ານັ້ນ ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການສະບັບເລກທີ 1766/ກປຝ, ລົງວັນທີ 13 ສິງຫາ 2019 ກ່ຽວກັບບັນຊີຢາປາບສັດຕູພືດ ທີ່ອະນຸຍາດໃຫ້ນໍາໃຊ້ ແລະ ຢາປາບສັດຕູພືດຫ້າມນໍາໃຊ້.

ແຈ້ງການສະບັບດັ່ງກ່າວ ໄດ້ມີການກໍານົດບັນຊີຢາປາບສັດຕູພືດທີ່ອະນຸຍາດໃຫ້ນໍາໃຊ້ໄດ້ ປະກອບມີ 120 ລາຍການ. ໃນນັ້ນ, ຢາຂ້າຫຍ້າ 13 ຊະນິດ, ຢາຂ້າແມງໄມ້ 51 ຊະນິດ, ຢາຂ້າເຊື້ອຣາພະຍາດພືດ 50 ຊະນິດ, ຢາຂ້າໜູ 2 ຊະນິດ, ຢາຂ້າໄຮ 3 ຊະນິດ ແລະ ຢາຂ້າຫອຍອີກ 1 ຊະນິດ.

ສ່ວນຢາປາບສັດຕູພືດຫ້າມນໍາໃຊ້ ໃນ ສປປ ລາວ ປະກອບ ມີ 55 ລາຍການຄື: ຢາຂ້າແມງໄມ້ ແລະ ຂ້າໄຮ 27 ຊະນິດ; ຢາຂ້າເຊື້ອຣາ 7 ຊະນິດ; ຢາຂ້າໝູ 2 ຊະນິດ, ຢາຂ້າຫຍ້າ 6 ຊະນິດ; ຢາຮົ່ມຂ້າເຊື້ອພະຍາດ ແລະ ແມງໄມ້ 3 ຊະນິດ ແລະ ອື່ນໆອີກ 9 ຊະນິດ.

ລາຍລະອຽດກ່ຽວກັບປະເພດຢາປາບສັດຕູພືດທີ່ນຳໃຊ້ ແລະ ຫ້າມນຳໃຊ້ ໃຫ້ເບິ່ງຕາຕະລາງດ້ານລຸ່ມນີ້:

 width=