ປກສ ເອັຟຊີ ສະຫຼອງແຊັມບານເຕະສາຍ ກ ສະໄໝທີ 2 ກຽມພ້ອມລຸຍກີລາແຫ່ງຊາດ

95

ປກສ ເອັຟຊີ ເຖິງຈະລົງສະໜາມນັດສຸດທ້າຍເສຍໃຫ້ກັບ ກອງທັບ ເອັຟຊີ ແຕ່ກໍບໍ່ມີຜົນຕໍ່ການເປັນແຊັມແຕ່ຢ່າງໃດ ກ່ອນຈະໄດ້ສະຫຼອງແຊັມບານເຕະສາຍ ກ ( COMMANDO LAODIVISION 1 ) ປະຈໍາປີ 2019 ຢ່າງເປັນທາງການ ເມື່ອວັນທີ 6 ຕຸລາ 2019 ທີ່ສະໜາມບານເຕະ ສຕລ ( ບ້ານຫ້ວຍຫົງ ) ແລະ ສ້າງປະຫວັດສາດເປັນສະໂມສອນທໍາອິດທີ່ສາມາດປ້ອງກັນແຊັມລາຍການດັ່ງກ່າວໄດ້ສໍາເລັດ.

ປີ 2018 ປກສ ເອັຟຊີ ກາຍເປັນແຊັມບານເຕະສາຍ ກ 2018 ເຊິ່ງເປັນສະໄໝທໍາອິດດ້ວຍການດວນຈຸດໂທດເອົາຊະນະ ອີໂວ ຢູໄນເຕັດ 5 – 4 ຫຼັງສະເໝີກັນ 1 – 1, ສ່ວນການແຂ່ງຂັນບານເຕະສາຍ ກ ປະຈໍາປີ 2019 ປກສ ເອັຟຊີ ສາມາດຮັກສາຟອມໄດ້ຢ່າງໂດດເດັ່ນ ກ່ອນສ້າງປະຫວັດສາດກາຍເປັນສະໂມສອນທໍາອິດທີ່ສາມາດປ້ອງກັນແຊັມບານເຕະສາຍ ກ ໄດ້ສໍາເລັດ.

ສໍາລັບຜົນງານຂອງ ປກສ ເອັຟຊີ ລົງສະໜາມໄປ 22 ນັດຊະນະ 18, ສະເໝີ 2 ແລະ ເສຍ 2 ນັດ ມີ 56 ຄະແນນ ຄວ້າຂັນແຊັມບານເຕະສາຍ ກ ປະຈໍາປີ 2019 ໄປຄອງ ພ້ອມເງິນລາງວັນ 30 ລ້ານກີບ, ສ່ວນ ຊ້າງນ້ອຍ ເອັຟຊີ ຄວ້າອັນດັບ 2 ມີ 54 ຄະແນນ ແລະ ອັນດັບ 3 ເປັນກອງທັບ ເອັຟຊີ ມີ 47 ຄະແນນ ເໜືອອັນດັບ 4 ຢ່າງ ນະຄອນຫຼວງ ພຽງ 1 ຄະແນນ.

ທ່ານ ໂອເລ້ ບູສະອາດ ຄູຝຶກຂອງ ປກສ ເອັຟຊີ ຊຸດບານເຕະສາຍ ກ ໃຫ້ສໍາພາດຫຼັງພາທີມຄວ້າແຊັມ ວ່າ: ປີນີ້ພວກເຮົາຕັ້ງຄວາມຫວັງໄວ້ຫຼາຍພໍສົມຄວນ ເພາະວ່າເປັນແຊັມເກົ່າ ແລະ ປີນີ້ທຸກໆທີມພັດທະນາທີມ ສາມາດຕໍ່ກອນກັບທີມພວກເຮົາໄດ້ດີ, ແນ່ນອນພວກເຮົາມີທີມເວີກທີ່ຫຼິ້ນນໍາກັນມາຫຼາຍປີ ລວມເຖິງມີຂັ້ນເທິງໃຫ້ການສະໜັບສະໜູນ ແລະ ໃຫ້ຄໍາຊີ້ນໍາຢູ່ສະເໝີ, ສ່ວນອີກຂໍ້ຫຍຸ້ງຍາກແມ່ນປີນີ້ຕ່າງຈາກປີກາຍ ເພາະມາແຂ່ງແບບລີກ ເຮັດໃຫ້ໄລຍະແຂ່ງຂັນຍາວນານ ແຕ່ພວກເຮົາກໍສາມາດຮັກສາຟອມເກັ່ງສະໝໍ່າສະເໝີໄວ້ໄດ້ ຈົນສາມາດປ້ອງກັນແຊັມໄດ້ສໍາເລັດ.

“ ເຊື່ອວ່າລະດູການໜ້ານັກກີລາຊຸດນີ້ຈະສືບຕໍ່ຮັກສາມູນເຊື້ອ ແລະ ພັດທະນາໄປເລື້ອຍໆ ລວມທັງຍັງເປັນນັກກີລາຄວາມຫວັງໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີ 2020 ອີກດ້ວຍຄາດວ່າໄວໆນີ້ການຈັດຕັ້ງພວກເຮົາຈະປະກາດເລືອກນັກກີລາຊຸດດັ່ງກ່າວໄວໆນີ້ ໂດຍຊຸດນີ້ເປັນຫຼັກປະສົມປະສານກັບຊຸດອື່ນໆ ” ຄູຝຶກຂອງ ປກສ ເອັຟຊີ ກ່າວ.

( ຄໍາສອນ )