ອາກາດຈະຮ້ອນໃນຕອນບ່າຍ, ຂະນະທີ່ພາກເໜືອ-ໃຕ້ ມີຝົນເລັກນ້ອຍ

101

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດເວລາ 12: 00 ໂມງຂອງວັນທີ 07 ຕຸລາ 2019ວ່າ: ຄວາມກົດດັນຕ່ຳຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວພາກຂອງປະເທດລາວດ້ວຍກໍາລັງອ່ອນ ແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍຢູ່ໃນແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.

 width=

ພາກເໜືອດ້ານຕາເວັນອອກ ( ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນໃນຕອນເຊົ້າ, ພ້ອມມີໝແກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສລີ. ອຸນຫະພູມໃນລະຫວ່າງ 15-30 ອົງສາ.

ພາກເໜືອດ້ານຕາເວັນຕົກ ( ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງ ສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ ແລະ ບໍ່ແກ້ວ. ອຸນຫະພູມໃນລະຫວ່າງ 18-34 ອົງສາ.

ພາກກາງ​ (ໂພນໂຮງ, ປາກຊັນ, ຫຼັກ20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດຮ້ອນ ແລະ ຈະມີຝົນຕົກຢູ່ບາງທ້ອງຖິ່ນເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 22-35 ອົງສາ. ສະເພາະແຂວງໄຊສົມບູນ ອາກາດເຢັນ ພ້ອມມີໝອຫບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 16-29 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອາກາດຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 26-35 ອົງສາ.

ພາກໃຕ້​ (ປາກເຊ, ປາກຊ່ອງ, ນິຄົມ34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ ແລະ ອັດຕະປື. ອຸນຫະພູມໃນລະຫວ່າງ 24-35 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີຝົນຕົກໃນລະດັບຄ່ອຍເປັນບາງບໍລິເວນ, ອຸນຫະພູມໃນລະຫວ່າງ 13-29 ອົງສາ.