ສປປ ລາວ ກຽມສົ່ງທຸລະກິດດີເດັ່ນໄປແຂ່ງຂັນໃນເວທີອາຊຽນ

98

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນນາມສະມາຊິກທີ່ປຶກສາທຸລະກິດອາຊຽນ ໄດ້ຈັດງານມອບລາງວັນທຸລະກິດດີເດັ່ນອາຊຽນຂອງ ສປປ ລາວ ປະຈຳປີ 2019. ທັງນີ້, ກໍເພື່ອສົ່ງເສີມຄວາມເຂັ້ມແຂງ ແລະ ເຮັດໃຫ້ບັນດາວິສາຫະກິດໃນ ສປປ ລາວ ມີຄວາມສາມາດໃນການແຂ່ງຂັນໃນປະຊາຄົມເສດຖະກິດອາຊຽນ ສຳລັບຫົວໜ່ວຍທຸລະກິດທີ່ ຄວ້າລາງວັນທຸລະກິດດີເດັ່ນອາຊຽນຂອງ ສປປ ລາວ ແມ່ນຈະຖືກສົ່ງເຂົ້າຮ່ວມການແຂ່ງຂັນລາງວັນທຸລະກິດດີເດັ່ນອາຊຽນ 2019 ທີ່ຈະຈັດຂຶ້ນໃນທ້າຍປີນີ້ທີ່ປະເທດໄທ.

ພິທີມອບລາງວັນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2019 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາແຂກທີ່ຖືກເຊີນ ແລະ ນັກທຸລະກິດເຂົ້າຮ່ວມ.

ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ລາງວັນທຸລະກິດດີເດັ່ນອາຊຽນຂອງລາວໄດ້ຈັດຕັ້ງມາແຕ່ປີ 2016 ເປັນຕົ້ນມາ ເພື່ອແນໃສ່ສົ່ງເສີມຕິດຕາມຫົວໜ່ວຍທຸລະກິດທີ່ມີຜົນງານທີ່ໂດດເດັ່ນຂອງ ສປປ ລາວ ແລະ ໃຫ້ຜູ້ທີ່ໄດ້ຮັບລາງວັນໄດ້ກາຍເປັນຕົວແບບເຜີຍແຜ່ ຄວາມຮູ້ປະສົບການເພື່ອຊ່ວຍສົ່ງເສີມຊຸກຍູ້ການເຮັດທຸລະກິດໃນລາວ ກໍຄືໃນພາກພື້ນປະຊາຄົມເສດຖະກິດອາຊຽນໄດ້ມີຜົນສຳເລັດດີຂຶ້ນເລື້ອຍໆ.

ການມອບລາງວັນ ສຳລັບປີ 2019 ນີ້ ເປັນການສ້າງແຮງບັນດານໃຈໃຫ້ແກ່ຫົວໜ່ວຍທຸລະກິດລາວ ເຊິ່ງທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ອື່ນໆໃນຫຼາຍໆປີຜ່ານມາ. ນອກນັ້ນ, ຍັງເປັນການເຕົ້າໂຮມເອົາຫົວໜ່ວຍທຸລະກິດໃນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາການເຊື່ອມໂຍງເສດຖະກິດກັບອາຊຽນ ແລະ ເປັນບາດກ້າວອັນສຳຄັນໃນການເຂົ້າສູ່ຕະຫຼາດອາຊຽນ ແລະ ສາກົນ.

ການແຂ່ງຂັນທຸລະກິດພາຍໃນ ໃນມາດຕະຖານອາຊຽນ ຍັງເປັນແຮງຊຸກຍູ້ໃຫ້ແກ່ຫົວໜ່ວຍທຸລະກິດລາວ ໄດ້ຍົກສູງປະສິດທິຜົນການຜະລິດ ແລະ ການບໍລິການ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມ. ພ້ອມດຽວກັນນັ້ນ, ຍັງເປັນການເປີດໂອກາດໃຫ້ແກ່ຫົວໜ່ວຍທຸລະກິດລາວທີ່ໄດ້ຮັບລາງວັນດີເດັ່ນ ຈະຖືກສົ່ງເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນ ນັ້ນກໍຄືລາງວັນທຸລະກິດດີເດັ່ນອາຊຽນ 2019 ທີ່ຈະຂຶ້ນໃນທ້າຍປີນີ້ທີ່ປະເທດໄທ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ເຫັນໄດ້ເຖິງຄວາມສຳຄັນຂອງລາງວັນທຸລະກິດດີເດັ່ນອາຊຽນຂອງລາວ ເຊິ່ງເປັນເວທີສຳຄັນທີ່ຢັ້ງຢືນເຖິງປະສິດທິພາບຂອງທຸລະກິດລາວທາງດ້ານການຄຸ້ມຄອງ ແລະ ບໍລິຫານຈັດການ, ການປັບປຸງຄຸນນະພາບສິນຄ້າ ສາມາດແຂ່ງຂັນໃນເວທີພາກພື້ນ ແລະ ສາກົນ, ລາງວັນດັ່ງກ່າວແມ່ນການປະກາດເຖິງກຽດຕິຍົດຍ້ອງຍໍຊົມເຊີຍຄວາມພະຍາຍາມ ແລະ ມຸ່ງໝັ້ນພັດທະນາວິສາຫະກິດໃນໄລຍະຜ່ານມາ ເຊິ່ງມີຄວາມຈຳເປັນຕ້ອງໄດ້ຮັກສາໄວ້ ແລະ ພັດທະນາໃຫ້ດີຂຶ້ນໄປເລື້ອຍໆ.

ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ວຽກງານສົ່ງເສີມທຸລະກິດ ໂດຍສະເພາະແມ່ນໄດ້ກຳນົດນະໂຍບາຍອັນຈະແຈ້ງ ເພື່ອສ້າງຂີດຄວາມສາມາດໃນການແຂ່ງຂັນໃນຍຸກເຊື່ອມໂຍງເສດຖະກິດສາກົນ ເພື່ອເປັນການຫຼຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນ ເພື່ອສ້າງສະພາບແວດລ້ອມເອື້ອອຳນວຍໃນການດຳເນີນທຸລະກິດໃຫ້ດີຂຶ້ນ.

ສຳລັບລາງວັນດີເດັ່ນອາຊຽນ ປະຈຳປີ 2019 ສປປ ລາວ ໄດ້ຈັດເປັນ 4 ປະເພດ ປະກອບມີ: 18 ລາງວັນ ຈາກ 16 ຫົວໜ່ວຍທຸລະກິດ ຄື: ລາງວັນຂະແໜງບຸລິມະສິດດີເດັ່ນ, ລາງວັນທຸລະກິດຂະໜາດນ້ອຍ – ຂະໜາດກາງດີເດັ່ນ, ລາງວັນພິເສດ ແລະ ລາງວັນໃໝ່ ( New Business Award ).

[ ຂ່າວ: ສົມລົດ; ຮູບ: ວິລະສັກ ]