ທ່ານນາຍົກ ເນັ້ນໃຫ້ຄູ – ອາຈານປະຕິຮູບການສຶກສາໃຫ້ທັນຍຸກ

278

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ຄູ – ອາຈານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍທ່ານໄດ້ເນັ້ນໃຫ້ຄູ – ອາຈານທຸກຄົນໃຫ້ສຸມຈິດໃຈໃນການປະຕິຮູບການສຶກສາ ເພື່ອພັດທະນາບຸກຄະລາກອນແທດເໝາະກັບການພັດທະນາປະເທດຊາດໃນຍຸກໃໝ່.

ວັນທີ 4 ຕຸລາ 2019 ກະຊວງສຶກສາທິການ ແລະ ກີລາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ ຂຶ້ນທີ່ສະໂມສອນໃຫຍ່ ມຊ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາຄູ – ອາຈານ ແລະ ນ້ອງນັກຮຽນ – ນັກສຶກສາເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ຕະຫຼອດໄລຍະ 25 ປີຜ່ານມາ, ພະນັກງານຄູ – ອາຈານທັງຫຼາຍໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ວົງການສຶກສາໃນ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານສຶກສາ ມາຮອດປີ 2019 ສາມາດຂະຫຍາຍໂຮງຮຽນລ້ຽງເດັກ ແລະ ອະນຸບານໃນຂອບເຂດທົ່ວປະເທດ ມີຈຳນວນ 3.432 ແຫ່ງ ມີຄູຈຳນວນ 7.955 ຄົນ ແລະ ມີຈຳນວນນັກຮຽນ 240.384 ຄົນ, ໂຮງຮຽນປະຖົມ 8.854 ແຫ່ງ ຈຳນວນຄູ 33.533 ຄົນ ນັກຮຽນ 770.659 ຄົນ, ໂຮງຮຽນມັດທະຍົມ ເພີ່ມຂຶ້ນເປັນ 1.792 ແຫ່ງ ມີຄູ – ອາຈານ 32.334 ຄົນ ແລະ ຈຳນວນນັກຮຽນ 659.850 ຄົນ.

ນອກນັ້ນ, ຍັງໄດ້ເຮັດໜ້າທີ່ສະໜອງການສຶກສາໃຫ້ແກ່ຜູ້ດ້ອຍໂອກາດເຂົ້າເຖິງໂຮງຮຽນ ເປັນຕົ້ນແມ່ນບໍາລຸງຈົບຊັ້ນ      ມ.ຕົ້ນ ໄດ້ 133 ເມືອງ ໃນ 148 ເມືອງທົ່ວປະເທດ, ໄດ້ສົ່ງເສີມການສຶກສາອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໂດຍມີໂຮງຮຽນອາຊີວະ ທັງພາກລັດ ແລະ ເອກະຊົນ 111 ແຫ່ງ ມີມະຫາວິທະຍາໄລ 4 ແຫ່ງ ມີນັກສຶກສາ 1,14 ແສນຄົນ, ມີໂຮງຮຽນສົງ 55 ແຫ່ງ ມີບຸກຄະລາກອນ 908 ອົງ ແລະ ມີຜູ້ເຂົ້າຮຽນທັງໝົດ 13.816 ຄົນ.

ປັດຈຸບັນ, ທົ່ວປະເທດມີພະນັກງານໃນຂະແໜງການສຶກສາ ຈຳນວນ 85.812 ຄົນ ຍິງ 44.455 ຄົນ. ໃນນັ້ນ, ລັດຖະກອນຄູ 76.528 ຄົນ ຍິງ 40.951 ຄົນ ແລະ ລັດຖະກອນບໍລິຫານ 9.284 ຄົນ ຍິງ 3.504 ຄົນ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຍັງກ່າວຕື່ມວ່າ: ເພື່ອພັດທະນາໃຫ້ຂະແໜງການສຶກສາໃຫ້ໄດ້ຮັບຄຸນນະພາບກວ່າເກົ່າ, ຂະແໜງການສຶກສາຕ້ອງປັບປຸງສັບຊ້ອນ ແລະ ຈັດສັນຄູຄືນໃໝ່ໃນເຂດຫ່າງໄກສອກຫຼີກ, ເນັ້ນກໍ່ສ້າງຄູໃນວິຊາທີ່ຂາດ, ປັບປຸງມາດຕາຂອງດຳລັດ ວ່າດ້ວຍລັດຖະກອນຄູ ໃນການປະເມີນຄູ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບຄູ.

ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ຕໍ່ຄູ – ອາຈານທີ່ເສຍສະຫຼະຕໍ່ຂະແໜງການສຶກສາຕະຫຼອດໄລຍະຜ່ານມາ ແລະ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາພະນັກງານຄູ – ອາຈານຈົ່ງພ້ອມໃຈກັນສຶກສາຄົ້ນຄວ້າ ແລະ ສຸມຈິດສຸມໃຈໃສ່ການສຶກສາກ່ຽວກັບການປະຕິຮູບການສຶກສາໃຫ້ມີຄວາມກ້າວໜ້າ ແລະ ແທດເໝາະກັບຍຸກສະໄໝ ເປັນຕົ້ນແມ່ນລະບົບການສຶກສາຂອງ ສປປ ລາວ ຕ້ອງເປັນລະບົບທີ່ໄດ້ຮັບການປະຕິຮູບໃຫ້ມີມາດຕະຖານດຽວກັນທີ່ໄດ້ຮັບການພັດທະນາ ແລະ ຕອບສະໜອງຄວາມຮຽກຮ້ອງທີ່ແທ້ຈິງ ການສ້າງບຸກຄະລາກອນໃຫ້ມີຄວາມດຸນດ່ຽງຕອບສະໜອງຄວາມຕ້ອງການຂອງສັງຄົມ ໂດຍກະຊວງ ສສກ ຕ້ອງຄຸ້ມຄອງການພັດທະນາການສ້າງລະບົບການສຶກສາທາງໄກໃຫ້ດີສອດຄ່ອງກັບຕົວຈິງ, ການຂໍທຶນການສຶກສາຕ້ອງມີຈຸດສຸມທີ່ຊັດເຈນ, ຈັດສັນທຶນຮອນການສຶກສາໃຫ້ສອດຄ່ອງ ແລະ ຕ້ອງມີຄຸນນະພາບ ເປັນຕົ້ນແມ່ນຈັດໃຫ້ພາກສ່ວນທີ່ມີ ຄວາມຈຳເປັນທີ່ແທ້ຈິງ. ນອກນັ້ນ, ຄູ – ອາຈານຕ້ອງເປັນຄົນທີ່ມີຄວາມຮູ້ຜູ້ທີ່ໃຫ້ຄວາມຮູ້ທີ່ດີ ແລະ ເກັ່ງ ມີຄວາມທັນສະໄໝ ທັນຍຸກ ເປັນຄົນໃຝ່ຮຽນຮູ້ສຶກສາຄົ້ນຄວ້າວິທະຍາສາດທີ່ກ້າວໜ້າບໍ່ໃຫ້ຕົກຍຸກເດັດຂາດ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ ]