ດາກຈຶງ ເລີ່ມເສຍຄ່າທາງ ແລະ ພາສີທີ່ດິນຜ່ານທະນາຄານ

79

ສ່ວຍສາອາກອນປະຈໍາແຂວງເຊກອງ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາເຊກອງ ( ທຄຕລ ), ເຈົ້າໜ້າທີ່ຕໍາຫຼວດຈະລາຈອນແຂວງ ແລະ ຫ້ອງການການເງິນເມືອງດາກຈຶງ ໄດ້ຮ່ວມກັນເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ຂຶ້ນໃນວັນທີ 3 ກັນຍາ 2019 ໂດຍມີ ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ຫົວໜ້າ ທຄຕລ ສາຂາເຊກອງ, ທ່ານ ພັນໂທ ຊຽງກ່ອງແກ້ວ ບຸດດາເຮືອງ ຮອງຫົວໜ້າຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ, ທ່ານ ສົມບູນ ພັນຈັນ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ, ທ່ານຫົວໜ້າຫ້ອງການການເງິນເມືອງດາກຈຶງ, ພະນັກງານວິຊາການກ່ຽວຂ້ອງ ແລະ ອົງການປົກຄອງ 4 ບ້ານເທສະບານເມືອງເຂົ້າຮ່ວມ.

ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ກ່າວວ່າ: ການເປີດຂະບວນການຊຸກຍູ້ຊໍາລະຄ່າທຳນຽມທາງ ແລະ ພາສີທີ່ດິນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສະບັບເລກທີ 210/ທຄຕລ ລົງວັນທີ 3 ກັນຍາ 2019 ໂດຍທົ່ວແຂວງເຊກອງ ຈະລົງເຄື່ອນໄຫວຢູ່ 6 ຈຸດ ເຊິ່ງຈຸດນີ້ເປັນຈຸດທີ 4 ທັງນີ້ກໍເພື່ອໂຄສະນາປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍ ຄວາມສະດວກໃຫ້ອົງການຈັດຕັ້ງທຸກພາກສ່ວນ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າໄດ້ມາຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນ ປະຈໍາປີ 2019 ໃຫ້ເປັນຂະບວນຟົດຟື້ນ, ອັນສໍາຄັນກໍແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດກໍຄືການສ້າງສາພັດທະນາປະເທດຊາດ.

ການເສຍ ຫຼື ການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ສາມາດຊໍາລະໄດ້ 6 ຊ່ອງທາງ ຄື: ຜ່ານເຄົາເຕີບໍລິການ BCEL, ຜ່ານລະບົບ BCEL one, ຜ່ານ BCEL i-Bank, ຜ່ານຕູ້ ເອທີເອັມ ATM ຂອງ BCEL, ຜ່ານຕູ້ຮັບຊໍາລະອັດຕະໂນມັດ ແລະ ຕົວແທນ BCOME.

( ຂ່າວ : ສັນຍາ )