ເຂົ້າຫ້ອງນໍ້າສາທາລະນະແນວໃດຈຶ່ງປອດໄພ

340

ຫ້ອງນໍ້າ ຖືເປັນແຫຼ່ງລວມເຊື້ອໂລກ ເພາະເປັນທີ່ຮອງຮັບຂອງເສີຍຈາກການຖ່າຍໜັກ, ຖ່າຍເບົາຂອງເຮົາເອງ ແລະ ຍິ່ງເປັນຫ້ອງນໍ້າສາທາລະນະແລ້ວ ຍິ່ງມີຫຼາຍຄົນໃຊ້ຮ່ວມຫຼາຍ ຫາກເຮົາບໍ່ຮັກສາຄວາມສະອາດຢ່າງຖືກວິທີ ອາດສ່ຽງຕໍ່ການໄດ້ຮັບເຊື້ອພະຍາດເຂົ້າສູ່ຮ່າງກາຍເຮົາໄດ້.

ມື້ນີ້ແອັດມິນເລີຍຈະມາແນະນໍາ ການທີ່ເຮົາຈະປ້ອງກັນຕົນເອງໃຫ້ປອດໄພຈາກການຕິດເຊື້ອຕ່າງໆຈາກການເຂົ້າຫ້ອງນໍ້າສາທາລະນະມາໃຫ້ຮູ້ກັນດັ່ງນີ້:
1 ເລືອກເຂົ້າຫ້ອງນໍ້າທີ່ບໍ່ຄ່ອຍມີຄົນໃຊ້ ຖ້າເປັນໄປໄດ້ ເລືອກເຂົ້າຫ້ອງນໍ້າທີ່ບໍ່ໄດ້ຢູ່ໃນແຫຼ່ງທີ່ຄົນຫຼາຍ ອາດຈະເປັນຫ້ອງນໍ້າໃນຫ້ອງການທີ່ມີພະນັກງານໜ້ອຍ, ຫ້ອງທີ່ບໍ່ຄ່ອຍມີຄົນເຂົ້າ …

2 ບໍ່ຄວນສໍາຜັດໂດຍກົງ, ທຸກຄັ້ງທີ່ເຂົ້າຫ້ອງນໍ້າສາທາລະນະ ຄວນສໍາຜັດກັບສິ່ງຕ່າງໆໃນຫ້ອງນໍ້າໃຫ້ໜ້ອຍທີ່ສຸດ ເມື່ອເປີດປະຕູເຂົ້າໄປ ອາດຈະໃຊ້ເຈ້ຍອານາໄມວາງບ່ອນລູກບິດປະຕູ ຫຼື ກອນ ເປັນຕົ້ນ.

3 ກ່ອນນັ່ງຊັກໂຄກເຮົາຄວນເຮັດຄວາມສະອາດບໍລິເວນທີ່ຜິວໜັງເຮົາຈະສໍາຜັດລົງ ດ້ວຍການໃຊ້ເຈ້ຍອະນາໄມປຽກຂ້າເຊື້ອ ຫຼື ໃຊ້ເຈ້ຍຮອງນັ່ງຝາຊັກໂຄກກ່ອນຂັບຖ່າຍ ແຕ່ລະວັງຢ່າໃຫ້ແຜ່ນຮອງປຽກນໍ້າເດັດຂາດ ເພາະເຊື້ອພະຍາດອາດຈະແຊກຊຶມມາກັບນໍ້າໄດ້.

4 ໃຊ້ເວລາໃຫ້ນ້ອຍທີ່ສຸດ ໝາຍຄວາມວ່າເວລາທີ່ເຮົາເຂົ້າຫ້ອງນໍ້າສາທາລະນະເຮົາກໍຮີບເຂົ້າ ຮີບອອກ ແຕ່ຖ້າຈໍາເປັນໃຊ້ຊັກໂຄກ ເຮົາຄວນເລືອກຫ້ອງທີ່ສະອາດທີ່ສຸດ ແລະ ຫຼັງຈາກຖ່າຍແລ້ວ ເຮົາກໍປິດຝາຊັກໂຄກກ່ອນກົດ ເພື່ອປ້ອງກັນເຊື້ອໂລກແຜ່ກະຈາຍໃນອາກາດ.

5 ບໍ່ຢຽບໂຖສ້ວມ ບໍ່ຄວນໃສ່ເກີບຂຶ້ນໄປນັ່ງຢູ່ເທິງຝາຮອງນັ່ງ ຫຼາຍຄົນຄິດວ່າເຮັດແບບນີ້ຈະບໍ່ໄດ້ສໍາຜັດກັບຊັກໂຄກ ແຕ່ຄວາມຈິງແລ້ວ ລະຫວ່າງທີ່ຂັບຖ່າຍອາດຈະເຮັດໃຫ້ນໍ້າໃນໂຖສ້ວມກະເດັນຂຶ້ນມາຖືກເຮົາຫຼາຍກວ່າ ການນັ່ງທໍາມະດາ ແລະ ທີ່ສໍາຄັນການທີ່ເຮົາຢຽບໂຖຊັກໂຄກມັນກໍ່ສ່ຽງທີ່ມັນຈະແຕກ ແລະ ເຮັດໃຫ້ເຮົາບາດເຈັບໄດ້.

6 ບໍ່ຕັກນໍ້າທີ່ເປີດໄວ້ໃນຊາມ, ຄຸ ມາລ້າງທໍາຄວາມສະອາດ ຄວນໃຊ້ໂອໂຕ່ງນໍ້າຈາກກ໊ອກຈະເປັນການປ້ອງກັນເຊື້ອພະຍາດໄດ້ດີກວ່າ ເພາະບາງຄົນຈຸ່ມມືລ້າງໃນຖັງເລີຍກໍ່ມີ ຫຼື ຖ້າຫາກເປັນສາຍສີດໃຫ້ນໍ້າໄຫຼອອກກ່ອນປະມານ 1 ນາທີ ເພື່ອປ້ອງກັນເຊື້ອໂລກທີ່ປະປົນຢູ່ອ້ອມໆສາຍສີດ.

7 ລ້າງມືທຸກຄັ້ງຫຼັງອອກຈາກຫ້ອງນໍ້າ ລ້າງໃຫ້ສະອາດ ຮຸກສະບູ່ໃຫ້ທົ່ວມື, ນິ້ວມື ເຊັດໃຫ້ແຫ້ງໆ …

ຮູ້ແລ້ວກໍຢ່າລືມປະຕິບັດ ແລະ ບອກຕໍ່ໃຫ້ຄົນອື່ນຮູ້ນໍາເດີ້ ເພື່ອສຸຂະອານາໄມທີ່ດີຂອງທ່ານ ແລະ ຄອບຄົວ.