ລາຄາເຂົ້າສານ ເຂດໄພນໍ້າຖ້ວມ ປັບລົງເລັກໜ້ອຍ

282

ປີນີ້ຊາວນາທົ່ວປະເທດພົບບັນຫາໜັກໜ່ວງໃນການຜະລິດເຂົ້າ ທັງນາແຊງ ແລະ ນາປີ ຈາກຜົນກະທົບໄພແລ້ງ ແລະ ນໍ້າຖ້ວມເສຍຫາຍນັບແສນກວ່າເຮັກຕາ ເຮັດໃຫ້ລາຄາເຂົ້າສູງແຕ່ຕົ້ນປີ. ເຖິງຢ່າງໃດກໍຕາມ, ລັດຖະບານໄດ້ນຳເຂົ້າຄັງແຮມາຈຳໜ່າຍຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ເພື່ອປະຄອງລາຄາເຂົ້າບໍ່ໃຫ້ສູງເກີນ.

ສ່ວນເຂດທີ່ຖືກໄພນ້ຳຖ້ວມ ການຄ້າແຂວງເຜີຍ ລາຄາເຂົ້າປັບລົງເລັກໜ້ອຍ ແຕ່ຍັງກັງວົນພາຍຫຼັງທີ່ເຂົ້າໄດ້ຈາກການຊ່ວຍເຫຼືອໝົດ, ຄວາມຕ້ອງການເຂົ້າໃນຕະຫຼາດອາດສູງຂຶ້ນ ເຊັ່ນດຽວກັບລາຄາ.

ທ່ານ ສະເຫຼີມໄຊ ສຸລິຍະວົງສັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ    ( ອຄ ) ເມືອງສາລະວັນ ໃຫ້ສຳພາດວ່າ: ພາຍຫຼັງທີ່ເກີດເຫດການນໍ້າຖ້ວມເທສະບານເມືອງສາລະວັນ ໃນເດືອນກັນຍາຜ່ານມາ ໃນໄລຍະທຳອິດນັ້ນການຂາຍສິນຄ້າຂອງພໍ່ຄ້າຊາວຂາຍກໍພົບຄວາມຫຍຸ້ງຍາກ. ແຕ່ຢ່າງໃດກໍຕາມ, ການສະໜອງສິນຄ້າເຄື່ອງອຸປະໂພກຕ່າງໆກໍບໍ່ໄດ້ຂາດແຄນ ແລະ ຍັງຂາຍຕາມເກນລາຄາປົກກະຕິ ເຊັ່ນ: ລາຄາເຂົ້າໜຽວ ປະເພດ 1 ອາທິດນີ້ 3 ຕຸລາ 2019 ທີ່ຕະຫຼາດເມືອງສາລະວັນ 9.000 ກີບຕໍ່ກິໂລ ຖືວ່າຫຼຸດລົງຈາກອາທິດທຳອິດຫຼັງເກີດນ້ຳຖ້ວມ ( 5 ກັນຍາ ) ລາຄາ 10.000 ກີບຕໍ່ກິໂລ. ຂະນະທີ່ເຂົ້ານາປີຂອງພໍ່ແມ່ປະຊາຊົນພາຍໃນເມືອງກໍໄດ້ຮັບຄວາມເສຍຫາຍເປັນສ່ວນຫຼາຍ ກວມເກືອບ 70% ແລະ ໄລຍະຍາວກໍຍັງຄາດຄະເນບໍ່ໄດ້ວ່າລາຄາເຂົ້າຈະເປັນແນວໃດ.

ທ່ານ ຄຳຜ່ານ ສີສະນະ ຫົວໜ້າຫ້ອງການ ອຄ ເມືອງວາປີ ກ່າວວ່າ: ລາຄາເຂົ້າໜຽວ ປະເພດ 1 ພາຍໃນເມືອງຂອງພວກເຮົາກໍເຫັນວ່າຍັງຢູ່ໃນເກນປົກກະຕິ ລາຄາ 6.500 ກີບຕໍ່ກິໂລ ແຕ່ວ່າປະຊາຊົນສ່ວນໃຫຍ່ແມ່ນບໍ່ໄດ້ຊື້ ເນື່ອງຈາກວ່າປະຊາຊົນກໍຍັງມີເຂົ້າກິນຢູ່ ໂດຍສະເພາະເຂົ້າທີ່ພັກ – ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອ.

ສ່ວນທີ່ແຂວງສະຫວັນນະເຂດ ເມືອງທີ່ຖ້ວມໜັກສຸດ ຄື: ເມືອງຈຳພອນ, ສອງຄອນ, ຊົນບູລີ ເຊິ່ງລາຄາເຂົ້າສານໜຽວ ປະເພດ 1 ທີ່ຕະຫຼາດເທສະບານເມືອງຈຳພອນ ໃນອາທິດນີ້ 3 ຕຸລາ 2019 ແມ່ນໄດ້ຫຼຸດລົງແລ້ວ. ທ່ານ ນາງ ປາດາຣັກ ວົງພະຈິດ ວິຊາການຫ້ອງການ ອຄ ເມືອງຈຳພອນ ໃຫ້ສຳພາດວ່າ: ລາຄາເຂົ້າສານໜຽວ ປະເພດ 1 ໄດ້ຫຼຸດລົງຈາກ 8.000 ກີບຕໍ່ກິໂລ ມາຢູ່ທີ່ 7.000 – 7.500 ກີບຕໍ່ກິໂລ ໃນອາທິດນີ້ພາຍຫຼັງທີ່ຂຶ້ນໃນ 2 – 3 ອາທິດຜ່ານມາໃນໄລຍະນ້ຳຖ້ວມ ບວກກັບເຂົ້າດໍນາປີຂອງປະຊາຊົນເລີ່ມໄດ້ເກັບກ່ຽວຂາຍອອກແລ້ວ ຈຶ່ງເຮັດໃຫ້ລາຄາປັບລົງ.

ຂະນະທີ່ເມືອງສອງຄອນ ທ່ານ ລຳເງິນ ໂພສານຸວົງ ວິຊາການຫ້ອງການ ອຄ ເມືອງ ໃຫ້ຮູ້ວ່າ: ລາຄາເຂົ້າສານໜຽວ ປະເພດ 1 ປີນີ້ແມ່ນໄດ້ປັບຂຶ້ນຫຼາຍນັບແຕ່ຕົ້ນປີລາຄາເຂົ້າພຽງແຕ່ 6.000 ກີບຕໍ່ກິໂລ; ແຕ່ມາຮອດປັດຈຸບັນນີ້ ຂຶ້ນມາຢູ່ທີ່ 9.000 ກີບຕໍ່ກິໂລ ສະເພາະແຕ່ໄລຍະນ້ຳຖ້ວມ 2 ອາທິດທຳອິດຂອງເດືອນກັນຍາຜ່ານມາ ປັບຂຶ້ນເປັນ 1.000 ກີບຕໍ່ກິໂລ. ຄາດວ່າໄລຍະຍາວກໍອາດຈະກະທົບຕໍ່ລາຄາເຂົ້າ ເພາະເມືອງຂອງພວກເຮົາເນື້ອທີ່ນາປີຖືກນ້ຳຖ້ວມເສຍຫາຍເປັນຈຳນວນຫຼາຍ.

 

( ຂ່າວ: ສັນຕິ )