ເລີ່ມເປີດຈອງສະຖານທີ່ຂາຍເຄື່ອງ ບຸນຊ່ວງເຮືອທ່າວັດຈັນ

115

ຍັບຈໍ້ມໍ່ເຂົ້າມາແລ້ວສໍາລັບງານບຸນຊ່ວງເຮືອວຽງຈັນ ປະຈຳປີ 2019 ທີ່ທ່າວັດຈັນ ເຊິ່ງແຕ່ລະປີຈະມີການຄົບງັນ ມີຊາວຄ້າຂາຍນໍາສິນຄ້າເຂົ້າມາວາງຂາຍ ເຊິ່ງປີນີ້ມື້ອອກພັນສາແມ່ນກົງກັບວັນອາທິດ ວັນທີ 13 ຕຸລາ 2019 ຜູ້ສໍາປະທານສະຖານທີ່ຄ້າຂາຍເຜີຍ ເປີດໃຫ້ຈັບຈອງພື້ນທີ່ແລ້ວ ສ່ວນລາຄາເລີ່ມແຕ່ 1,5 ລ້ານກີບຕໍ່ລັອກ, ຄ່າຝາກລົດ 5 ພັນກີບ.

ທ່ານ ຄໍາເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໄດ້ກ່າວວ່າ: ງານບຸນອອກພັນສາ ປະຈຳປີ 2019 ນີ້ທີ່ທ່າວັດຈັນ ເຊິ່ງລາຄາເລີ່ມແຕ່ 1,5 ລ້ານກີບຕໍ່ລັອກ. ປັດຈຸບັນມີຜູ້ມາຈັບຈອງພື້ນທີ່ຄ້າຂາຍແລ້ວ 10% ເຊິ່ງຖ້າທຽບໃສ່ກັບແຕ່ລະປີຖືວ່າຍັງບໍ່ທັນຄຶກຄື້ນ ສະເລ່ຍ 10 ຄົນຕໍ່ມື້. ສໍາລັບລັອກທີ່ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງກໍແບ່ງອອກເປັນ 2 ປະເພດ ຄື: ລັອກສໍາລັບຂາຍສິນຄ້າຫັດຖະກໍາ, ອຸດສາຫະກໍາ ຈາກບັນດາບໍລິສັດຕ່າງໆ ເຊິ່ງຈະໄດ້ຈັດແບ່ງເປັນເຕັ້ນຕາມຄວາມຕ້ອງການຂອງລູກຄ້າ ຫຼື ລູກຄ້າສາມາດເຂົ້າມາຕົກແຕ່ງເອງກໍໄດ້. ນອກນັ້ນ, ແມ່ນລັອກສໍາລັບຄ້າຂາຍສິນຄ້າປະເພນີ ເປັນຕົ້ນແມ່ນ ຂາຍເຂົ້າຫຼາມ, ປີ້ງໄກ່, ການບໍລິການອາຫານ ແລະ ອື່ນໆ.

ໃນວຽກງານປະກອບສ່ວນເພື່ອສ້າງບັນຍາກາດ ແລະ ສີສັນຂອງງານປີນີ້ ບໍລິສັດ ຄໍາເສັງ ໄດ້ປະກອບສ່ວນຕັ້ງເວທີກາງ ເພື່ອສະແດງສິລະປະພື້ນເມືອງ ( ເປົ່າແຄນ ), ການປະກອບເຮືອໄຟ, ບັ້ງໄພພຸ, ບັງໄພລະໄລ, ກີລາຕີມວຍ ໃນວັນທີ 12 ຕຸລາ 2019 ມີ 12 ຄູ່, ສ່ວນວັນທີ 13 ມີການຖ່າຍທອດສົດທັງ 6 ຄູ່ ເນັ້ນນັກມວຍ ລາວ – ໄທ, ສ່ວນວຽກງານຮັກສາຄວາມປອດໄພໄດ້ຕິດຕັ້ງດອກໄຟ, ປະກອບສ່ວນຕິດຕັ້ງກ້ອງວົງຈອນປິດ ຈໍານວນ 16 ໜ່ວຍ, ສ່ວນການອະນາໄມກໍໄດ້ຮ່ວມກັບຫ້ອງການ ຄບຕ ໃນການຮັກສາຄວາມສະອາດໃຫ້ສໍາເລັດໃນມື້ນັ້ນເລີຍ.

ທ່ານ ຄໍາເສັງ ສູນດາລາ ກ່າວຕື່ມອີກວ່າ: ສໍາລັບການບໍລິການຝາກລົດຂອງປະຊາຊົນໃນປີນີ້ ຍັງບໍ່ທັນໄດ້ລົງເລິກລາຍລະອຽດ ຄາດວ່າຈະມີຫຼາຍພາກສ່ວນເຂົ້າຮ່ວມນໍາ ໂດຍສະເພາະບ້ານ ເຊິ່ງຈຸດນີ້ກໍຍາກໃນການຄຸ້ມຄອງ ໂດຍສະເພາະການເກັບເກີນລາຄາ ສ່ວນການເກັບຄ່າປີ້ຝາກລົດກໍຄືກັບປີຜ່ານໆມາ ຄືລົດຈັກເກັບ 5 ພັນກີບ, ລົດໃຫຍ່ 15 ພັນກີບ. ຢ່າງໃດກໍຕາມ, ກໍຂໍເຊີນຊວນຊາວຄ້າຂາຍຜູ້ທີ່ຍັງບໍ່ທັນມີພື້ນທີ່ຄ້າຂາຍໃຫ້ເຂົ້າມາຈັບຈອງໄດ້ແລ້ວ ເຊິ່ງພວກເຮົາມີພະນັກງານລົງອໍານວຍຄວາມສະດວກໃນຈຸດຕ່າງໆ.

( ຂ່າວ – ຮູບ: ພຸດຕີ້ )