ນ້ຳຖ້ວມ 5 ແຂວງ ເສຍຫາຍກວ່າ 1,7 ພັນຕື້ກີບ

474

ສອງປີຕິດຕໍ່ກັນທີ່ປະເທດເຮົາປະເຊີນໜ້າກັບໄພພິບັດນ້ຳຖ້ວມ ສ້າງຄວາມເສຍຫາຍໜັກໜ່ວງ. ປີຜ່ານມາທົ່ວປະເທດເສຍຫາຍ 3 ພັນກວ່າຕື້ກີບ, ສ່ວນປີນີ້ສະເພາະແຕ່ 5 ແຂວງ ພາກກາງ – ພາກໃຕ້ ເສຍຫາຍກວ່າ 1,7 ພັນຕື້ກີບ. ໃນນີ້, ໜັກສຸດແມ່ນແຂວງສາລະວັນ ແລະ ຄຳມ່ວນ. ສ່ວນສະຖານະການຫຼັງນ້ຳແຫ້ງຮອດປັດຈຸບັນປະຊາຊົນຍັງພົບຄວາມຫຍຸ້ງຍາກ ແລະ ຕ້ອງການຄວາມຊ່່ວຍເຫຼືອຫຼາຍດ້ານ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເປີດເຜີຍໃນວັນທີ 1 ຕຸລາ 2019 ວ່າ: ເລີ່ມຕົ້ນລະດູຝົນ ໄດ້ມີຝົນຕົກໜັກ ເຮັດໃຫ້ເກີດໄພນໍ້າຖ້ວມ ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍຢູ່ 12 ແຂວງ ໃນທົ່ວປະເທດ ຄື: ໄຊຍະບູລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ຜົ້ງສາລີ, ອຸດົມໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ກວມເອົາທັງໝົດ 58 ເມືອງ, 1.794 ບ້ານ, 178.361 ຄອບຄົວ, 662.954 ຄົນ, ມີຜູ້ເສຍຊີວິດ 22 ຄົນ, ສູນຫາຍ 7 ຄົນ.

ປະຊາຊົນຕ້ອງຍົກຍ້າຍໄປຢູ່ບ່ອນທີ່ປອດໄພເບື້ອງຕົ້ນ 169 ບ້ານ, 17.323 ຄອບຄົວ, ທີ່ຢູ່ອາໄສບ້ານເຮືອນຂອງປະຊາຊົນ ເສຍຫາຍ 100% ຈໍານວນ 152 ຫຼັງ, ເສຍຫາຍບາງສ່ວນ 569 ຫຼັງ, ເລົ້າເຂົ້າເສຍຫາຍ 100% ຈໍານວນ 1.102 ຫຼັງ, ເນື້ອທີ່ນາເສຍຫາຍ 54 ພັນກວ່າເຮັກຕາ, ເນື້ອທີ່ໄຮ່ ເສຍຫາຍ 12 ເຮັກຕາ, ເນື້ອທີ່ສວນເສຍຫາຍ 5.822 ເຮັກຕາ, ໜອງປາເສຍຫາຍ 6.311 ໜອງ,  ມີງົວຕາຍ 2.472 ໂຕ, ຄວາຍ 774 ໂຕ, ແບ້ 905 ໂຕ, ໝູ 3.789 ໂຕ, ຊົນລະປະທານເສຍຫາຍ 409 ແຫ່ງ, ເສັ້ນທາງເປ່ເພ 656 ຕອນທາງ ລວມຄວາມຍາວປະມານ 10.591 ກິໂລແມັດ, ຂົວເສຍຫາຍ 88 ແຫ່ງ, ຂົວອູ່ 7 ແຫ່ງ, ໂຮງຮຽນເສຍຫາຍ 646 ແຫ່ງ, ໂຮງໝໍ 3 ແຫ່ງ, ສຸກສາລາ 45 ແຫ່ງ.

ທ່ານ ຄຳແພງ ໄຊສົມແພງ ກ່າວຕື່ມວ່າ: ເຫດການນໍ້າຖ້ວມທີ່ໜັກໜ່ວງໃນປີ 2019 ແມ່ນເກີດຂຶ້ນໃນໄລຍະທ້າຍເດືອນສິງຫາ – ຕົ້ນເດືອນກັນຍາຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງ ອັດຕະປື ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 47 ເມືອງ, 1.655 ບ້ານ, 169.916 ຄອບຄົວ, 546.099 ຄົນ, ມີຜູ້ເສຍຊີວິດ 18 ຄົນ, ສູນຫາຍ 1 ຄົນ, ປະຊາຊົນຕ້ອງຍົກຍ້າຍເບື້ອງຕົ້ນ 10.163 ຄອບຄົວ, 39.506 ຄົນ. ໃນນີ້, ມີຈໍານວນໜຶ່ງແມ່ນຢູ່ບັນດາຈຸດສູນພັກເຊົາທີ່ທາງອໍານາດການປົກຄອງທ້ອງຖິ່ນ, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງ ຈັດສັນໃຫ້ ແລະ ອີກຈໍານວນໜຶ່ງແມ່ນຍົກຍ້າຍໄປຢູ່ນໍາພີ່ນ້ອງ. ຜ່ານການປະເມີນມູນຄ່າເສຍຫາຍເບື້ອງຕົ້ນໃນ 5 ແຂວງ ລວມ 1.735 ຕື້ກີບ. ໃນນີ້, ແຂວງ ອັດຕະປື 82 ຕື້ກີບ, ແຂວງເຊກອງ 137 ຕື້ກີບ, ແຂວງຈໍາປາສັກ 282 ຕື້ກີບ, ແຂວງສາລະວັນ 747 ຕື້ກີບ ແລະ  ແຂວງຄໍາມ່ວນ 484 ຕື້ກີບ ສ່ວນແຂວງສະຫວັນນະເຂດ ຍັງຢູ່ໃນຂັ້ນຕອນສັງລວມຂໍ້ມູນ.

ສຳລັບຍອດບໍລິຈາກ ສົມທົບທຶນຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງໄດ້ເລີ່ມປະຕິບັດແຕ່ວັນທີ 7 ກັນຍາ ມາຮອດວັນທີ 27 ກັນຍາ 2019 ກໍໄດ້ມີຫຼາຍພາກສ່ວນທີ່ເຂົ້າມາໃຫ້ການຊ່ວຍເຫຼືອ ທັງເປັນເງິນ ແລະ ເຄື່ອງອຸປະໂພກ – ບໍລິໂພກ ເຊິ່ງລວມມູນຄ່າເປັນເງິນກີບ 10,5 ຕື້ກີບ, ເງິນບາດ 125 ບາດ, ເງິນໂດລາ 5,1 ແສນໂດລາ.

ໃນປັດຈຸບັນ ສຳລັບສິ່ງຂອງທີ່ຜູ້ປະສົບໄພຕ້ອງການ ຄື: ເຂົ້າສານ, ນ້ຳດື່ມ, ເຄື່ອງໃຊ້ໃນຄົວເຮືອນ, ຢາປົວພະຍາດ ແລະ ອື່ນໆ ເຊິ່ງກະຊວງ ຮສສ ຍັງເປີດຮັບບໍລິຈາກຈາກສັງຄົມທາງດ້ານວັດຖຸ, ສິ່ງຂອງ, ເງິນ ເພື່ອຈະໄດ້ນຳໄປໃຫ້ຜູ້ທີ່ໄດ້ຮັບຜົນກະທົບ.

ສ່ວນມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ: ສືບຕໍ່ໃນການເປັນໃຈກາງປະສານຕາມພາລະບົດບາດຂອງກະຊວງ ຮສສ ໃນນາມປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແລະ ພາລະບົດບາດໜ້າທີ່ຂອງກະຊວງໃນວຽກງານສົງເຄາະໃນການປະຕິບັດໃຫ້ການຊ່ວຍເຫຼືອສຸກເສີນ, ຟື້ນຟູຮີບດ່ວນ ແລະ ເປັນເສນາທິການໃຫ້ລັດຖະບານໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການສ້າງແຜນຊ່ວຍເຫຼືອ ແລະ ຟື້ນຟູຄືນຫຼັງໄພພິບັດ; ສືບຕໍ່ໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຕິດຕາມເກັບກຳຂໍ້ມູນການສ້ອມແປງສິ່ງອໍານວຍຄວາມສະດວກ ແລະ ສະຖານທີ່ບໍລິການ ເປັນຕົ້ນ: ເສັ້ນທາງ, ຂົວ, ໄຟຟ້າ, ນໍ້າປະປາ, ແຫຼ່ງນໍ້າກິນ – ນໍ້າໃຊ້, ໂຮງຮຽນ, ໂຮງໝໍ, ສຸກສາລາ ແລະ ອື່ນໆ ຮັບປະກັນໃຫ້ຜູ້ປະສົບໄພພິບັດທີ່ອາໄສຢູ່ສູນພັກເຊົາໄດ້ເຂົ້າເຖິງປັດໄຈອາຫານ, ນໍ້າດື່ມ, ການຢູ່ກິນທີ່ປອດໄພ, ສຸຂະນາໄມ, ສຸຂະພາບ ແລະ ອື່ນໆ.

( ຂ່າວ: ສົມລົດ; ຮູບ: ສອນໄຊ )