ຢູ 16 ລາວ ຄວ້າອັນດັບ 9 ບານເຕະຊີງແຊັມອາຊີ 2020

38

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ລົງສະໜາມ 3 ນັດ ສາມາດເກັບໄຊຊະນະໄດ້ 2 ນັດ ແລະ ເສຍ 1 ນັດຢຶດອັນດັບ 2 ຂອງກຸ່ມ ໃນການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ 2020 ຮຸ່ນອາຍຸ 16 ປີ ຮອບຄັດເລືອກ ກຸ່ມ J ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 18 – 22 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດຫຼັກ 16, ແຕ່ບໍ່ສາມາດຕິດ 1 ໃນ 4 ທີມອັນດັບ 2 ທີ່ດີທີ່ສຸດໄປຫຼິ້ນຮອບສຸດທ້າຍໄດ້.

ຢູ 16 ລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ຍີ່ປຸ່ນ 0 – 4 ເຮັດໃຫ້ເປັນງານຍາກລໍາບາກໃນການລຸ້ນເຂົ້າຮອບສຸດທ້າຍ, ແຕ່ນັດທີ 2 ສາມາດເອົາຊະນະ ມາເລເຊຍ 1 – 0 ເຮັດໃຫ້ເລີ່ມມີໂອກາດ ແລະ ຫຼ້າສຸດເມື່ອວັນທີ 22 ກັນຍາ 2019 ລົງສະໜາມນັດສຸດທ້າຍບຽດຊະນະ ກໍາປູເຈຍ 1 – 0 ເຮັດໃຫ້ທີມຊາດລາວ ມີ 6 ຄະແນນ ແລະ ມີຜົນປະຕູໄດ້ເສຍ – 2 ເຮັດໃຫ້ກາຍເປັນທີມອັນດັບ 2 ທີ່ດີທີ່ສຸດຢູ່ອັນດັບທີ 9 ຂອງຕາຕະລາງ ເຮັດໃຫ້ໝົດສິດໄປຫຼິ້ນຮອບສຸດທ້າຍ ເພາະລາຍການນີ້ຄັດເອົາ 4 ທີມທີ່ດີທີ່ສຸດໃນອັນດັບ 2.

ສະຫຼຸບທີມທີ່ໄດ້ໄປຫຼິ້ນຮອບສຸດທ້າຍທີ່ປະເທດບາເຣນ ລະຫວ່າງວັນທີ 16 ກັນຍາ – 3 ຕຸລາ 2020 ປະກອບມີ ແຊັມຂອງແຕ່ລະກຸ່ມທັງ 11 ກຸ່ມ, 4 ທີມອັນດັບ 2 ທີ່ດີທີ່ສຸດ ແລະ ເຈົ້າພາບ 1 ທີມ ລວມທັງໝົດເປັນ 16 ທີມ ດັ່ງນີ້:

ເຈົ້າພາບ ບາເຣນ.

ແຊັມຂອງແຕ່ລະກຸ່ມ A – K: ທາຈິກິດສະຖານ, ອິນເດຍ, ອີຣານ, ຊາອຸດິດ ອາຣັບບີ, ກາຕາ, ສະຫະລັດອາຣັບ ເອເມເຣັດ,  ສປ ຈີນ, ອົສຕຣາລີ, ສປປ ເກົາ ຫຼີ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

ຮອງແຊັມກຸ່ມ ມີ: ເຢເມນ ຮອງແຊັມກຸ່ມ E, ອິນໂດເນເຊຍ ຮອງແຊັມກຸ່ມ G, ອຸດສະເບກິດສະຖານ ຮອງແຊັມກຸ່ມ B ແລະ ໂອມານ ຮອງແຊັມກຸ່ມ D.

( ຂ່າວ: ຄໍາສອນ; ຮູບ: ສຕລ )