ວິທີຊ່ວຍເສີມສ້າງ IQ ໃຫ້ລູກນ້ອຍຕັ້ງແຕ່ໃນທ້ອງ

79

ແມ່ຍິງຫຼາຍໆຄົນຕ້ອງມີວີທີການເບິ່ງແຍງຕົນເອງໃນລະ ຫວ່າງຖືພາທີ່ແຕກຕ່າງກັນໄປ ແຕ່ສິ່ງທີ່ແມ່ທຸກຄົນຄິດແບບດຽວກັນ ຄື: ການທີ່ເບິ່ງແຍງຕົນເອງໃຫ້ມີສຸຂະພາບທີ່ແຂງແຮງ ຫຼື ເຮັດທຸກສິ່ງທຸກຢ່າງບໍ່ແມ່ນເພື່ອຕົນເອງ ແຕ່ເພື່ອລູກນ້ອຍທີ່ຢູ່ໃນທ້ອງໃຫ້ມີການພັດທະນາການທີ່ດີ ແລະ ສົມບູນທຸກພາກສ່ວນ, ທີ່ສຳຄັນທີ່ສຸດຄືການພັດທະນາຂອງສະໝອງຕໍ່ຄວາມສະຫຼາດທາງສະຕິປັນຍາຂອງລູກນ້ອຍ. ສະນັ້ນ, ຈຶ່ງໄດ້ຊອກຫາວິທີມາແນະນຳໃຫ້ແມ່ໆໄດ້ເສີມສ້າງ IQ ໃຫ້ລູກນ້ອຍຕັ້ງແຕ່ໃນທ້ອງໄດ້ງ່າຍໆດ້ວຍການຮ່ວມມືກັນປະຕິບັດທັງຜູ້ເປັນແມ່ ແລະ ພໍ່.

ອາລົມດີເຂົ້າໄວ້:

ເພື່ອຮ່າງກາຍຈະໄດ້ລັ່ງສານຄວາມສຸກອອກມາ ແລະ ສົ່ງຜ່ານໄປຫາລູກ ເຮັດໃຫ້ລູກມີພັດທະນາການທີ່ດີທາງດ້ານສະໝອງ ແລະ ອາລົມ ແຕ່ຖ້າຄຽດຮ່າງກາຍຈະລັ່ງສານອະດຣີນາລີນ ( Adrenaline ) ອອກມາແທນຈຶ່ງສົ່ງຜົນໃຫ້ລູກເກີດອອກມາເປັນເດັກມັກຂັດ, ລ້ຽງຍາກ ແລະ ມີພັດທະນາການຊ້າໄດ້.

ເລືອກກິນອາຫານໃຫ້ເໝາະສົມ:

ໂດຍສະເພາະແມ່ນອາຫານທີ່ອຸດົມດ້ວຍກົດໄຂມັນບໍ່ອີ່ມຕົວ ເຊັ່ນ: DHA, AA ແລະ ARA ເຊິ່ງມີຫຼາຍໃນປາທະເລ ແລະ ທັນຍາພືດຕ່າງໆ ໂດຍເປັນອົງປະກອບທີ່ສຳຄັນຂອງການເສີມສ້າງສະໝອງໃຫ້ລູກໄດ້ຫຼາຍ ກວ່າ 60%.

ການອອກກຳລັງກາຍ:

ໃນເວລາທີ່ແມ່ອອກກຳລັງກາຍຈະເຮັດໃຫ້ລູກໃນທ້ອງມີການເຄື່ອນໄຫວຕາມຈັງຫວະຂອງແມ່ນຳ ເຊິ່ງການເຄື່ອນໄຫວນີ້ຈະຊ່ວຍກະຕຸ້ນໃຫ້ລະບົບປະສາດສຳຜັດຂອງລູກມີການພັດທະນາດີຂຶ້ນ ແລະ ສົມບູນ.

ການລູບໜ້າທ້ອງເລື້ອຍໆ:

ການລູບທ້ອງສາມາດຊ່ວຍກະຕຸ້ນລະບົບປະສາດ ແລະ ສະໝອງສ່ວນຮັບຮູ້ຄວາມຮູ້ສຶກຂອງລູກໃຫ້ມີພັດທະນາການດີຂຶ້ນ ໂດຍມີເຕັກນິກງ່າຍໆ ຄື: ໃຫ້ແມ່ ຫຼື ພໍ່ລູບໜ້າທ້ອງເປັນວົງມົນວົນໄປມາ.

ໂອ້ລົມກັບລູກນ້ອຍຢູ່ເລື້ອຍໆ:

ເພື່ອໃຫ້ລະບົບປະສາດການຮັບຟັງຂອງລູກເຮັດວຽກໄດ້ຫຼາຍຂຶ້ນ ເຊິ່ງລະບົບດັ່ງກ່າວຈະເລີ່ມເຮັດວຽກໃນອາຍຸການຖືພາປະມານ 5 ເດືອນ ເພາະການໂອ້ລົມກັບລູກດ້ວຍສຽງທີ່ນຸ້ມນວນດ້ວຍປະໂຫຍກຊໍ້າໆຈະຊ່ວຍໃຫ້ລະບົບປະສາດ ແລະ ສະໝອງທີ່ຄວບຄຸມການໄດ້ຍິນມີການພັດທະນາດີຂຶ້ນເພື່ອກຽມພ້ອມສຳລັບການໄດ້ຍິນຫຼັງເກີດ.

ຟັງເພງໃນຈັງຫວະທີ່ຕ້ອງການ ແລະ ຟັງສະບາຍ:

ບໍ່ວ່າແມ່ຈະຟັງເພງຫຍັງລູກນ້ອຍກໍຈະໄດ້ຟັງໄປນຳ ແລະ ຖ້າເປັນເພງໃນຮູບແບບຄລາສສິກແລ້ວຍິ່ງຈະຊ່ວຍກະຕຸ້ນໃຫ້ເຄືອຂ່າຍໄຍປະສາດທີ່ເຮັດວຽກກ່ຽວກັບການໄດ້ຍິນຂອງລູກພັດທະນາດີຂຶ້ນ ແລະ ເມື່ອລູກເກີດອອກມາຈະມີຄວາມສາມາດໃນການຈັດລຳດັບຄວາມຄິດໃນສະໝອງ, ຮູ້ສຶກຜ່ອນຄາຍ ແລະ ຈົດຈຳສິ່ງຕ່າງໆໄດ້ດີ.

ສ່ອງໄຟທີ່ໜ້າທ້ອງ ຫຼື ໃຊ້ອຸປະກອນຟັງທ້ອງ:

ເມື່ອຖືພາໄດ້ປະມານ 7 ເດືອນ ລູກຈະສາມາດມືນຕາໄດ້ໃນການສ່ອງໄຟທີ່ໜ້າທ້ອງຈະເຮັດໃຫ້ເຊວສະໝອງ ແລະ ເສັ້ນປະສາດສ່ວນຮັບພາບໃນການເບິ່ງເຫັນມີພັດທະນາດີຂຶ້ນ ກຽມພ້ອມສຳລັບການເບິ່ງເຫັນຫຼັງເກີດ.

( ຂໍ້ມູນຈາກ: Baby and Mom.com )

( ຮຽບຮຽງ: ນຸ້ມນິ້ມ )