ແຂ່ງຂັນຄະນິດຄິດໄວຊີງແຊັມວຽງຈັນ ຄັ້ງທີ 5

90

ວັນທີ 22 ກັນຍາ 2019 ສູນຄະນິດຄິດໄວ ສະມາດແມ໊ດໄດ້ຈັດການແຂ່ງຂັນຄະນິດຄິດໄວຊີງແຊັມວຽງຈັນ ຄັ້ງທີ 5 ຂຶ້ນທີ່ສູນການຄ້າ ລາວ – ໄອເຕັກ ໂດຍ ເຂົ້າຮ່ວມເປັນປະທານຂອງ ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອຳນວຍການສູນຄະນິດຄິດໄວ ພ້ອມດ້ວຍບັນດາຄູ – ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ສຸລະໄຊ ຈົງຈິດໄພສານ ໄດ້ໃຫ້ສຳພາດວ່າ: ການແຂ່ງຂັນໃນຄັ້ງນີ້ ເປັນການສົ່ງເສີມໃຫ້ເຍົາວະຊົນລາວ ອາຍຸ 5 – 15 ປີ ມີຄວາມສົນໃຈ ແລະ ເຫັນເຖິງ ຄວາມສຳຄັນຂອງຄະນິດສາດ ທັງເປັນການວັດໄອຄິວຂອງສະໝອງນ້ອງໆນັກຮຽນໃຫ້ມີການພັດທະນາທັກສະ, ຄວາມໃສ່ໃຈ ແລະ ຮັກໃນການຮຽນຄະນິດສາດຫຼາຍຂຶ້ນ ພ້ອມທັງເປັນການຝຶກທັກສະຄວາມສາມາດ ແລະ ພັດທະນາຄວາມພ້ອມຂອງເຍົາວະຊົນລາວໃຫ້ມີສັກກະຍະພາບເທົ່າທຽມກັບພາກພື້ນ ແລະ ສາກົນ ໃຫ້ເຕີບໃຫຍ່ໄປເປັນກຳລັງແຮງອັນສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ.

ການແຂ່ງຂັນ ຄັ້ງທີ 5 ນີ້ ມີຜູ້ເຂົ້າແຂ່ງຂັນທັງໝົດ 417 ຄົນ ທີ່ມາຈາກບັນດາສູນໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊັ່ນ: ຫຼວງພະບາງ, ຫົວພັນ, ບໍລິຄໍາໄຊ, ຫຼວງນໍ້າທາ, ອຸດົມໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ໂດຍຂໍ້ສອບໃນປີນີ້ແມ່ນຈະຍາກຂຶ້ນປະມານ 20% ໃນຈຳນວນ 150 ຄະແນນເຕັມ.

ຜົນການແຂ່ງຂັນ ລະດັບ A ຊະນະເລີດທີ 1 ໄດ້ແກ່ ນາງ ຈັນສຸດາ ວັນນະລາດ ໄດ້ 144 ຄະ ແນນ, ອັນດັບ 2 ນາງ ລັດສະໝີ ວັນຄາລັກ ແລະ ອັນດັບທີ 3 ທ້າວ ທິລະເດດ ລັດຕະນະມົງຄຸນ.

ລະດັບ B ຊະນະເລີດທີ 1 ທ້າວ ກິດຕິພົນ ສີໄກສອນ 142 ຄະແນນ, ອັນດັບທີ 2 ທ້າວ ຄໍາມຸງຄຸນ ລໍບຸນແອງ ແລະ ອັນດັບທີ 3 ທ້າວ ນົບພະດົນ ວໍຣະບຸດ.

ລະດັບ C ຊະນະເລີດທີ 1 ນາງ ນັນທະນາພອນ ປະວົງວຽງຄໍາ 146 ຄະແນນ, ອັນດັບທີ 2 ນາງ ທິບພະສອນ ຈັນທະເພັງ ແລະ ອັນດັບທີ 3 ນາງ ແກ້ວທັນວາ ອອນລັດບຸນມີ.

ລະດັບ D ຊະນະເລີດທີ 1 ທ້າວ ນັດທະໄຊ ວົງໄຊຍາ 150 ຄະແນນ, ອັນດັບທີ 2 ນາງ ວຽງສະຫວັນ ບົວລິວົງ ອັນດັບທີ 3 ໄດ້ ແກ່ນາງ ສໍມາລີ ຂັນຈະເລີນ.

( ຂ່າວ: ກາວຊົ່ງ )