ຄົບແລ້ວ 16 ທີມ, ຢູ 16 ລາວ ຫວິດຕໍາແໜ່ງ 4 ທີມອັນດັບ 2 ດີສຸດ ໃນບານເຕະຊີງແຊັມອາຊີ 2020

363

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ລົງສະໜາມ 3 ນັດສາມາດເກັບໄຊຊະນະໄດ້ 2 ນັດ ແລະ ເສຍ 1 ນັດຢູ່ຢຶດອັນດັບ 2 ຂອງກຸ່ມ J ໃນການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ 2020 ຮຸ່ນອາຍຸ 16 ປີ ຮອບຄັດເລືອກ ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 18-22 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດຫຼັກ 16.

ຈາກຜົນດັ່ງກ່າວ ເຮັດໃຫ້ທີມຊາດລາວ ມີ 6 ຄະແນນ ແລະ ມີຜົນປະຕູໄດ້ເສຍ -2 ເຮັດໃຫ້ກາຍເປັນທີມອັນດັບ 2 ທີ່ດີທີ່ສຸດຢູ່ອັນດັບທີ 9 ຂອງຕາຕະລາງເຮັດໃຫ້ໝົດສິດໄປຫຼິ້ນຮອບສຸດທ້າຍ ເພາະລາຍການນີ້ຄັດເອົາ 4 ທີມທີ່ດີທີ່ສຸດໃນອັນດັບ 2.

ສະຫຼຸບທີມທີ່ໄດ້ໄປຫຼິ້ນຮອບສຸດທ້າຍທີ່ປະເທດບາເຣນ ລະຫວ່າງວັນທີ 16 ກັນຍາ – 3 ຕຸລາ 2020 ປະກອບມີ ແຊັມຂອງແຕ່ລະກຸ່ມທັງ 11 ກຸ່ມ, 4 ທີມອັນດັບ 2 ທີ່ດີທີ່ສຸດ ແລະ ເຈົ້າພາບ 1 ທີມ ລວມທັງໝົດເປັນ 16 ທີມດັ່ງນີ້:

-ເຈົ້າພາບ ບາເຣນ
-ແຊັມຂອງແຕ່ລະກຸ່ມ A-K: ທາຈິກິດສະຖານ, ອິນເດຍ, ອີຣານ, ອາຣັບບີ ຊາອຸດິ, ກາຕ້າ, ສະຫະລັດອາຣັບເອເມເຣດ, ສປ ຈີນ, ອົດສະຕຣາລີ, ສປປ ເກົາຫຼີ, ຍີ່ປຸ່ນ ແລະ ສ ເກົາຫຼີ.
-ຮອງແຊັມກຸ່ມມີ: ເຢເມນ ຮອງແຊັມກຸ່ມ E, ອິນໂດເນເຊຍ ຮອງແຊັມກຸ່ມ G, ອຸດສະເບກິດສະຖານ ຮອງແຊັມກຸ່ມ B ແລະ ໂອມານ ຮອງແຊັມກຸ່ມ D.
(ຂ່າວ: ຄໍາສອນ; ຮູບ: ສຕລ)