ໄພງຽບຕ້ອງລະວັງ! ພັກຜ່ອນນ້ອຍ ສົ່ງຜົນເສຍຕໍ່ສຸຂະພາບ

314

ການນອນຫຼັບພັກຜ່ອນ ເປັນສິ່ງຈຳເປັນ ແຕ່ເນື່ອງດ້ວຍຫຼາຍປັດໄຈທີ່ເຮັດໃຫ້ນອນນ້ອຍ ຫຼື ເຂົ້ານອນເດີກ ເຊິ່ງເກີດມາຈາກສະພາວະທາງອາລົມມີຄວາມຕືງຄຽດ ສົ່ງຜົນໃຫ້ນອນບໍ່ຫຼັບ ເຊິ່ງອາການເຫຼົ່ານີ້ເລີ່ມຕົ້ນຈະມີອາການຊືມເສົ້າ, ອ່ອນເພຍ, ບໍ່ສົດຊື່ນແຈ່ມໃສ ຫາກເປັນໄລຍະຍາວ ຈະສົ່ງຜົນເສຍຕໍ່ສຸຂະພາບ, ໜ້າທີ່ການງານ ແລະ ສັ່ງຄົມ ແລະ ໂຣກຮ້າຍບາງຊະນິດອາດເກີດຂຶ້ນໄດ້ ຍ້ອນສຸຂະພາບບໍ່ມີພູມຄຸ້ມກັນທີ່ແຂງແຮງ.  ສະນັ້ນ, ມືິນີ້ ແອັດມິນ ຈະມານຳສະເໜີຜົນເສຍຂອງການພັກຜ່ອນບໍ່ພຽງພໍ ຫຼື ນອນນ້ອຍ ສົ່ງຜົນແນວໃດຕໍ່ສຸຂະພາບ ມາເບິ່ງນຳກັນເລີຍ!!!

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และภาพระยะใกล้

 

ອາລົມແປປ່ວນງ່າຍ: ຈາກຜົນວິໄຈພົບວ່າ ຄົນທີ່ນອນຫຼັບພຽງ 4-5 ຊົ່ວໂມງ ຕໍ່ຄືນ ຕໍ່ເນື່ອງກັນປະມານ 1 ອາທິດ ມັກຈະມີອາລົມແປປວນຫຼາຍກວ່າ ຄົນທີ່ນອນປະມານ 7 ຊົ່ວໂມງຕໍ່ຄືນ ເຊິ່ງຄົນທີ່ນອນນອນຈະມີອາລົມຕືງຄຽດ, ເສົ້າ, ໂມໂຫ, ຫງຸດຫງິດງ່າຍ, ທໍ້ແທ້ ເຖິງແມ່ນວ່າສະຖານນະການນັ້ນເປັນສິ່ງທີ່ຕ້ອງຜະເຊີນທຸກວັນ ກໍ່ຍັງມີທ່າອ່ຽງຄົນນອນນ້ອຍ ຈະຄ່ອຍຄວບຄຸມອາລົມໄດ້ນ້ອຍກວ່າຄົນທີ່ນອນພຽງພໍ

 

ในภาพอาจจะมี 3 คน, คนที่ยิ้ม, ภาพระยะใกล้

ສະໝອງເຮັດວຽກຊ້າ: ການນນອນນອນສົ່ງຜົນໃຫ້ສະໝອງຮັບຮູ້ ແລະ ຮຽນຮູ້ຊ້າລົງຈິງ ເນື່ອງຈາກຜົນສຳຫຼວດໃນໂຮງຮຽນມັດທະຍົມແຫ່ງໜຶ່ງໃນສະຫະລັດອາເມລິກາ ທີ່ໄດ້ມີການທົດສອບຍ້າຍເວລາເຂົ້າຮຽນຈາກ 7:30 ໂມງ ມາເປັນ 8:ງແິ30 ໂມງ ພົບວ່າຜົນຄະແນນຂອງວິຂາເລກ ແລະ ວິຊາການອ່ານຂອງນັກຮຽນເພີ່ມຂຶ້ນສູງປະມານ 2% ແລະ 1% ຕາມລໍາດັບ ເຊິ່ງອະທິບາຍໄດ້ວ່າ ຖ້າເພີ່ມໄລຍະຂອງການນອນຫຼັບ ກໍ່ສາມາດເພີ່ມປະສິດທິພາບ ໃນການຮຽນຮູ້ ແລະ ຈົດຈຳຂອງສະໝອງໄດ້ຫຼາຍຂຶ້ນ.

 

ในภาพอาจจะมี 1 คน

 

ມັກເຈັບຫົວ: ການນນອນນ້ອຍ ຈະເຮັດໃຫ້ເລືອດໄປຫຼໍ່ລ້ຽງສະໝອງບພຽງພໍ ຈຶ່ງເປັນສາເຫດຂອງການເຈັບຫົວ, ບໍ່ສະບາຍ ໂດຍສະເພາະກັບຄົນປ່ວຍທີ່ເປັນໂຣກໄມເກຣນນັ້ນ ຍິ່ງມີໂອກາດຈະກັບມາເປັນຄືນໄດ້ຫຼາຍ

ອ້ວນ, ນໍ້າໜັກຂຶ້ນງ່າຍ: ຄົນນອນນ້ອຍມີທ່າອ່ຽງນໍ້າໜັກຕົວເພີ່ມຂຶ້ນງ່າຍກວ່າຄົນນອນພໍ ເພາະຮ່າງກາຍເກີດອາການຍາກອາຫານ ຫຼື ຮູ້ສຶກຫິວງ່າຍ ໂດຍສະເພາະອາຫານທີ່ມີແຄຣລີສູງ ເຊິ່ງບັນຫານີ້ເອງຄືປັດໄຈສຳຄັນຂອງໂຣກອ້ວນ ແລະ ມີນໍ້າໜັກຕົວເພີ່ມຂຶ້ນ.

 

ในภาพอาจจะมี หนึ่งคนขึ้นไป และรองเท้า

 

ໂຣກຫົວໃຈ: ສາເຫດທີ່ສົ່ງຜົນຕໍ່ອັດຕາການເຕັ້ນຂອງຫົວໃຈ ກໍ່ຄືໂປຣຕີນ ທີ່ສະສົມຕົວເພີ່ມຂຶ້ນໃນຊ່ວງທີ່ຕື່ນ ແລະ ຈະຖືກຂັບອອກໄປໂດຍທຳມະຊາດໃນເວລານອນຫຼັບ ເພາະສະນັ້ນ ຄົນທີ່ນອນບໍ່ພໍ ຫຼື ນອນນ້ອຍຕິດຕໍ່ກັນເປັເວລາດົນໆ ຈະມີຄວາມສ່ຽງເປັນໂຣກຫົວໃຈໄດ້.

 

ในภาพอาจจะมี หนึ่งคนขึ้นไป

 

ລະບົບພູມຄຸ້ມກັນຕໍ່າ: ການນອນຫຼັບເປັນການເພີ່ມປະສິດທິພາບໃນຂະບວນການຕ່າງໆ ການຟື້ນຟູ ແລະ ການຊ້ອມແຊມເຊລຕ່າງໆຂອງຮ່າງກາຍ ຫາກນອນບໍ່ພຽງພໍ ປະສິດທິພາບກໍ່ນ້ອຍລົງ, ສົ່ງຜົນໃຫ້ເຈັບປ່ວຍໄດ້ງ່າຍ

 

ในภาพอาจจะมี 1 คน, กำลังรับประทาน, กำลังนั่ง และสถานที่ในร่ม

 

ມີອາການຊັກຊ້າ: ເຊິ່ງນັກວິໄຈ ໄດ້ເຮັດແບບທົດສອບກຸ່ມອາສາສະໝັກເປັນ 2 ກຸ່ມຄື: ກຸ່ມນຶ່ງຫ້າມນອນ, ສ່ວນອີກກຸ່ມໜຶ່ງນອນໄດ້ຕາມປົກກະຕິ ຈາກນັ້ນ, ອາສາະໝັກທັງ 2 ກຸ່ມໄດ້ເຮັດບົດທົດສອບ 2 ຄັ້ງ ເຊິ່ງຜົນປະກົດວ່າ ກຸ່ມອາສາທີ່ນອນພຽງພໍນັ້ນ ມີການຕອບໂຕ້ ແລະ ຕັດສິນໃຈໄວກວ່າ ກຸ່ມທີ່ບໍ່ໄດ້ນອນ ຫຼື ນອນນ້ອຍ.

 

ในภาพอาจจะมี 1 คน, กำลังนั่ง และโทรศัพท์

 

ສາຍຕາມົວ: ນອນນ້ອຍຈະເຮັດໃຫ້ປະສິດທິພາບໃນການເບິ່ງເຫັນດ້ອຍລົງ ການນອນບໍ່ພຽງພໍຈະສົ່ງຜົນໃຫ້ສາຍຕາມືດມົວ, ເບິ່ງບໍ່ແຈ້ງ ແລະ ຖ້າເປັນຕິດຕໍ່ກັນຫຼາຍຄືນ ກໍ່ອາດຈະເຫັນພາບຫຼອນຮ່ວມນຳ

 

ในภาพอาจจะมี หนึ่งคนขึ้นไป และภาพระยะใกล้

 

ມັກປັດສະວະ (ຍ່ຽວ) ເລື້ອຍໆ: ຫາກມີອາການເຊັ່ນນີ້ ກໍ່ເປັນສັນຍານເຕືອນວ່າຮ່າງກາຍພັກຜ່ອນບໍ່ພຽງພໍ, ປົກກະຕິສ່ວນກ້າມຊີ້ນຫູຮູດໃນທໍ່ປັດສະວະ ຈະບໍ່ເຮັດວຽກໃນຕອນກາງຄືນ ມີຄວາມແຂງແຮງພໍທີ່ຈະກັ້ນປັດສະວະ ບໍ່ໃຫ້ເກີດມີການປັດສະວະຢູ່ບ່ອນນອນຂະນະທີ່ນອນຫຼັບ ເມື່ອນອນບໍ່ພໍຕິດຕໍ່ກັນອາດຈະເຮັດໃຫ້ ທໍ່ປັດສະວະອ່ອນເພຍ

 

ในภาพอาจจะมี หนึ่งคนขึ้นไป และผู้คนกำลังยืน

 

ຂາດສະມາທິ: ຄວາມອ່ອນເພຍຈາກການນອນນ້ອຍ ສົ່ງຜົນໃຫ້ສາມະທິຕໍ່າລົງ ເຮັດໃຫ້ການດຳລົງຊວິດໃນປະຈຳວັນເຊັ່ນ: ການເຮັດວຽກ, ການຫຼິ້ນກິລາ, ການຮຽນ ຫຼື ການຂັບຂີ່ ເພາະສະໝອງບໍ່ມີສະມາທິໃນການຈົດຈຳສິ່ງທີ່ຢູ່ອ້ອມຂ້າງ ຮ່າງກາຍຢູ່ໃນພາວະມຶນງົງ ບໍ່ສາມາດຄັ້ງໃຈຈົດຈໍ່ກັບສິ່ງໃດໄດ້.

ເຈັບປ່ວຍໄດ້ງ່າຍ: ການນອນນ້ອຍເຮັດໃຫ້ພູມຕ້ານທານໂຮກຕໍ່າລົງ ຈາກຜົນວິໄຈສ່ວນໃຫຍ່ເຜີຍວ່າ ຄົນທີ່ນອນນ້ອຍກວ່າ 7 ຊົ່ວໂມງ ມີໂອກາດປ່ວຍ ຫຼາຍກວ່າຄົນທີ່ນອນ 8 ຊົ່ວໂມງຕໍ່ຄືນເຖິງ 3 ເທົ່າ ແລະ ຄົນທີ່ໃຊ້ເວລາດົນກວ່າຈະນອນຫຼັບນັ້ນ ມີໂອກາດປ່ວຍໄວກວ່າຄົນທີ່ວາງຫົວລົງໝອນແລ້ວຫຼັບຖິງ 5,5 ເທົ່າ.

ในภาพอาจจะมี หนึ่งคนขึ้นไป และภาพระยะใกล้

 

ສະມັດຕະພາບທາງເພດເສື່ອມ: ການນອນບໍ່ພໍ ມີຜົນຕໍ່ຂະບວນການສ້າງຮໍໂມນເທສໂທສເທີໂຣນຕໍ່າລົງ ເຊິ່ງສົ່ງຜົນໃຫ້ຄວາມຕ້ອງການທາງເພດຕໍ່າ ເຖິງຂັ້ນເສື່ອມສະມັດຕະພາບໄດ້.

 

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

 

ຂີ້ຫຼົງຂີ້ລືມ: ຜົນວິໄຈພົບວ່າ ຜູ້ປ່ວຍເປັນອັນໄຊເມີ ສ່ວນໃຫຍ່ມີພຶດຕິກຳນອນນ້ອຍ ເມື່ອທຽບກັບຄົນປົກກະຕິ ແລະ ສົ່ງຜົນໃຫ້ເກີດການສະສົມຂອງໂປຣຕີນ (Amyloid beta) ໃນເຊລປະສາດໜາຂຶ້ນ ເຮັດໃຫ້ສະໝອງເສື່ອມ ແລະ ອາຍຸສັ້ນລົງ ເຊິ່ງຜົນເສຍເຫຼົ່ານີ້ເກີດຂຶ້ນຈາກການນອນນ້ອຍ ທີ່ຖືກສະສົມເປັນເວລາດົນ ເຮັດໃຫ້ຮ່າງກາຍອ່ອນແອລົງ ແລະ ເຮັດໃຫ້ຊີວິດສັ້ນລົງ. ສະນັ້ນ, ເພື່ອຫຼີກລ່ຽງໂຣກຮ້າຍດັ່ງກ່າວ ຄວນນອນພັກຜ່ອນໃຫ້ຄົບ 7-8 ຊົ່ວໂມງທຸກໆຄືນ ເພື່ອສຸຂະພາບຮ່າງກາຍທີ່ແຂງແຮງ.