ອາກຊັງຕິນ ເຈາະຕະຫຼາດຖົ່ວເຫຼືອງ ຈີນ ໜູນປະລິມານສົ່ງອອກສູງສຸດ

70

ປະເທດອາກຊັງຕິນ ສາມາດບັນລຸຂໍ້ຕົກລົງໃນເບື້ອງຕົ້ນກັບ ຈີນ ປະເທດຜູ້ນໍາເຂົ້າພືດພັນທັນຍາຫານລາຍໃຫຍ່ທີ່ສຸດຂອງໂລກ ໂດຍຄາດຄະເນວ່າຈະໜູນປະລິມານສົ່ງອອກຖົ່ວເຫຼືອງສູງເປັນປະຫວັດການ.

ທ່ານ ລຸຍ ມິເກວ ເອັກເວເຮເຣ ລັດຖະມົນຕີກະຊວງກະສິກໍາອາກຊັງຕິນ ກ່າວວ່າ: ການສົ່ງອອກສິນຄ້າຖົ່ວເຫຼືອງງວດທໍາອິດໄປຕະຫຼາດ ຈີນ ທີ່ປະລິມານ 2 – 3 ລ້ານໂຕນ ເຊິ່ງຈະເປັນໄປໄດ້ໃນຕົ້ນປີໜ້າທັນທີ ເມື່ອທັງສອງປະເທດດໍາເນີນການເລື່ອງເອກະສານ ແລະ ຂະບວນການກວດກາທີ່ກ່ຽວຂ້ອງ ເຖິງວ່າຍັງບໍ່ມີການເປີດເຜີຍປະລິມານການສົ່ງອອກງວດທໍາອິດທີ່ຈະແຈ້ງ.

ການສົ່ງອອກຖົ່ວເຫຼືອງວດທໍາອິດຖືວ່າເປັນງວດໃຫຍ່ຂອງທັງ 2 ປະເທດ ໄດ້ສ້າງຄວາມດີໃຈໃຫ້ກັບຊາວກະສິກອນເມືອງໂຣຊາຣິໂອ ໃນລັດຊານຕາເຟ ເຊິ່ງຕັ້ງຢູ່ບໍລິເວນພາກກາງຝັ່ງຕາເວັນອອກຂອງອາກຊັງຕິນ ເນື່ອງຈາກເປັນແຫຼ່ງປູກຖົ່ວເຫຼືອງທີ່ສໍາຄັນຂອງອາກຊັງຕິນ.

ທ່ານ ກຸດຕາໂວ ອິຕິກໍຣາດ ປະທານສະພາອຸດສາຫະກໍາ ແລະ ການຄ້າຂອງອາກຊັງຕິນ ປະເມີນການສົ່ງອອກງວດທໍາອິດໃນໄລຍະຕົ້ນປີໜ້າວ່າອາດຈະເປັນເຊີງສັນຍະລັກຫຼາຍກວ່າ ແຕ່ຢ່າງໜ້ອຍກໍຊ່ວຍໃຫ້ຖົ່ວເຫຼືອງຈາກ ອາກຊັງຕິນ ເປັນທີ່ໜ້າສົນໃຈໃນຕະຫຼາດໂລກຫຼາຍຂຶ້ນ.

ອາກຊັງຕິນ ຖືເປັນປະເທດສົ່ງອອກຖົ່ວເຫຼືອງລາຍໃຫຍ່ຂອງໂລກຫາກລວມຕະຫຼາດໃນເອີຣົບ ແລະ ອາຊີຕາເວັນອອກສ່ຽງໃຕ້ ໂດຍຄາດຄະເນວ່າຫາກລວມປະລິມານການສົ່ງອອກທັງໝົດໃນປີນີ້ ແລະ ປີໜ້າ ອາດຈະເພີ່ມເປັນ 31 ລ້ານໂຕນ.