ຢູ 16 ລາວ ປະກາດ 23 ນັກເຕະ ຊຸດເປັນເຈົ້າພາບບານເຕະຊີງແຊັມອາຊີ 2020 ຮອບຄັດເລືອກ

181

ທີມຊາດລາວຮຸ່ນອາຍຸບໍ່ເກີນ 16 ປີ ປະກາດ 23 ນັກເຕະທີມຊາດລາວ ໃນການເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸ 16 ປີ ຮອບຄັດເລືອກ 2020 ( AFC U-16 CHAMPIONSHIP 2020, Qualifiers ) ກຸ່ມ J ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ 18 – 22 ກັນຍາ 2019 ໂດຍປະກອບມີ: ຍີ່ປຸ່ນ ( ແຊັມເກົ່າ ), ລາວ, ມາເລເຊຍ ແລະ ກຳປູເຈຍ.

ໂດຍ 23 ນັກເຕະທີມຊາດລາວ ຢູ 16 ຊຸດນີ້ ປະກອບມີ: ຜູ້ຮັກສາປະຕູ ທ້າວ ພູນິນ ໄຊຍະສອນ ຈາກເອັສຣາ, ກົບ ໂລກພະທິບ ຈາກເອັສຣາ ແລະ ບຸນໂຊກ ສິງຫາລາດ ຈາກ  ແຂວງຈໍາປາສັກ.

ກອງຫຼັງ: ອານັນທະຊາ ສີພົງພັນ ຈາກເອັສຣາ, ວົງສັກດາ ຈັນທະລືໄຊ ຈາກເອັສຣາ, ສີລາຄອນ ອິນລີ ຈາກແຂວງສະຫວັນນະເຂດ, ເພັດດາວັນ ສົມສະໜິດ ຈາກແຂວງຈໍາປາສັກ,    ທິລາພອນ ປະຖໍາມະວົງ ຈາກທະເວນຕີ້ຊິກ, ສຸນທອນຄຸດ ພົມມະຫາໄຊ ຈາກແຂວງຈໍາປາສັກ ແລະ ເສົາພະຈັນ ໄພສົງຄາມ ຈາກແຂວງຈໍາປາສັກ.

ກອງກາງ: ດາໝົດ ທອງຄໍາສະຫວັດ ຈາກແຂວງຈໍາປາສັກ, ລາວີ ສົມທອງຄໍາ ຈາກລາວໂຕໂຢຕ້າ ເອັຟຊີ, ພຸດທະວົງ ສົງວິໄລ ຈາກເອັສຣາ, ໂຊກທະວີ ແດນຈໍາປາ ຈາກເອັສຣາ, ຄອນສະຫວັນ ແກ້ວໜູຈັນ ຈາກ ໂມນາໂກ ( AS MONOCA ),       ອາທິດ ຫຼວງລາດ ຈາກແຂວງສະຫວັນນະເຂດ, ຈັນທະພອນ ຊາທອງຍົດ ຈາກແຂວງຈໍາປາສັກ, ຄໍາປານ ດວງວິໄລ ຈາກແຂວງສາລະວັນ,    ໄຊຊະນະ ສີຫາລາດ ຈາກເອັສຣາ, ສາຍຝົນ ແກ້ວຫານາມ ຈາກສະໝຸຍ ອາຄາເດມີ້ ແລະ ຈັນທະວີໄຊ ຂຸນທຸມພອນ ຈາກແຂວງສະຫວັນນະເຂດ.

ກອງໜ້າ: ພົມມາ ໂຄດພູທອນ ແລະ ທິບພະຈັນ ຄໍາໃບອ່ອນ ຈາກແຂວງຈໍາປາສັກ.

ສໍາລັບຕາຕະລາງການແຂ່ງຂັນທີມຊາດລາວ ມີດັ່ງນີ້: ນັດທໍາອິດວັນທີ 18 ກັນຍາ 2019 ເວລາ 15:00 ໂມງ ພົບທີມຊາດຍີ່ປຸ່ນ, ນັດທີ 2 ວັນທີ 20 ກັນຍາ 2019 ເວລາ 18:30 ໂມງ ພົບ ມາເລເຊຍ ແລະ ນັດສຸດທ້າຍວັນທີ 22 ກັນຍາ 2019 ເວລາ 18:30 ໂມງ ພົບ ທີມຊາດກຳປູເຈຍ ໂດຍທຸກໆນັດແມ່ນແຂ່ງຂັນທີ່ ສະໜາມກີລາແຫ່ງຊາດ ຫຼັກ 16.

( ຄໍາສອນ; ຮູບຈາກ: ສຕລ )