ການທ່ອງທ່ຽວຍີ່ປຸ່ນ-ສ.ເກົາຫຼີໄດ້ຮັບຜົນກະທົບຈາກສົງຄາມການຄ້າ

121

ສົງຄາມການຄ້າລະຫວ່າງຍີ່ປຸ່ນ ແລະ ສ.ເກົາຫຼີເຮັດໃຫ້ປີ້ຍົນຈາກສ.ເກົາຫຼີໄປຍີ່ປຸ່ນຖືກລົງກວ່າ60-80%ເມື່ອປຽບທຽບກັບລາຄາປີ້ຍົນໃນໄລຍະດຽວກັນຂອງປີກ່ອນ.

ສະຖານະການການທ່ອງທ່ຽວຂອງສອງປະເທດໃນຕອນນີ້ເປັນຜົນມາຈາກຄວາມເຄັ່ງຕຶງທາງການຄ້າເຊິ່ງໃນໄລຍະງານບຸນຊູຊອກຂອງສ.ເກົາຫຼີໃນໄລຍະກາງເດືອນ ກັນຍາໃນປີນີ້ມີຍອດຈອງແພັກເກດທ່ອງທ່ຽວເດີນທາງໄປຍີ່ປຸ່ນຂອງຄົນສ.ເກົາຫຼີຫຼຸດລົງເຖິງ80%.

ຕົວເລກນັກທ່ອງທ່ຽວໃນເດືອນ ກໍລະກົດຈາກສະມາຄົມການທ່ອງທ່ຽວຂອງສ.ເກົາຫຼີໃຫ້ຮູ້ວ່ວາ:ນັກທ່ອງທ່ຽວຍີ່ປຸ່ນທີ່ໄປທ່ອງສ.ເກົາຫຼີຫຼຸດລົງ2,7% ແລະ ນັກທ່ອງທ່ຽວສ.ເກົາຫຼີເດີນທາງໄປທ່ຽວຍີ່ປຸ່ນຫຼຸດລົງ7,6%.

ຂະນະທີ່ສາຍການບິນສ.ເກົາຫຼີຢ່າງໂຄຣຽນແອ ແລະ ເອເຊຍນາ ແອລາຍ ກໍປັບຫຼຸດຖ້ຽວບິນຈາກສ.ເກົາຫຼີໄປຍີ່ປຸ່ນໂດຍໃຫ້ເຫດຜົນວ່າຄວາມຕ້ອງການໃນການເດີນທາງຂອງນັກທ່ອງທ່ຽວຫຼຸດລົງ.