5 ນັກມວຍລາຍລາວ ບໍ່ສົມຫວັງຫຼຸດເປົ້າຕິດ 1 ໃນ 2 ລາຍການ ຊີງແຊັມໂລກທີ່ ສ.ເກົາຫຼີ

41

ສະຫະພັນມວຍລາວແຫ່ງຊາດ ສົ່ງ 5 ນັກກີລາມວຍລາຍລາວ ຈາກທີມ Lao Action Star ເປັນຕົວແທນ ສປປ ລາວ ໄດ້ໄປສະແດງສັກກະຍະພາບໃນເວທີສາກົນຮ່ວມແຂ່ງຂັນສິລະປະການຕໍ່ສູ້ຂອງແຕ່ລະປະເທດ ໃນລາຍການ Chungju World Martial Arts Park 2019 ລະຫວ່າງວັນທີ 30 ສິງຫາ ຫາ 6 ກັນຍາ 2019 ທີ່ປະເທດ  ສ.ເກົາຫຼີ ປາກົດວ່າ ໄປບໍ່ເຖິງເປົ້າ ເນື່ອງຈາກນັກກີລາແຕ່ລະຊາດມາດີ ແລະ ບໍ່ເນັ້ນທ່າຍາກກວ່າປີກາຍ.

ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍແຫ່ງຊາດລາວ ກ່າວກ່ອນເດີນທາງໄປຮ່ວມລາຍການດັ່ງກ່າວວ່າ: ສະຫະພັນມວຍລາວແຫ່ງຊາດ ສົ່ງນັກກີລາມວຍລາຍລາວ ຈໍານວນ 5 ຄົນ ໄປຮ່ວມແຂ່ງຂັນການສະແດງສິລະປະການຕໍ່ສູ້ໂລກ ທີ່ເມືອງ Chungju ສ.ເກົາຫຼີ ໂດຍມີ 46 ປະເທດເຂົ້າຮ່ວມ.

ລາຍການດັ່ງກ່າວຈັດມາແລ້ວ 3 ຄັ້ງ ແລະ ສປປ ລາວ ສົ່ງໄປຮ່ວມຄັ້ງທໍາອິດໃນປີ 2018 ສົ່ງເຂົ້າພຽງ 1 ລາຍການ ຄື: ຟ້ອນດ່ຽວ ສາມາດຍາດໄດ້ອັນດັບທີ 3, ສ່ວນປີ 2019 ສົ່ງເຂົ້າຮ່ວມ 3 ລາຍການ ຄື: ຟ້ອນດ່ຽວ, ຟ້ອນຄູ່ ແລະ ຟ້ອນລວມ 5 ຄົນ ໂດຍຕັ້ງເປົ້າໝາຍໃນປີນີ້ແມ່ນຫວັງຜົນງານໃຫ້ດີກວ່າປີທີ່ຜ່ານມາຄືຕິດອັນດັບ 1 ໃນ 2.

ແຕ່ໃນການແຂ່ງຂັນຕົວຈິງໃນປີ 2019 ປາກົດວ່າ: ທັບນັກກີລາລາວ ໄປບໍ່ເຖິງຝັນ ໂດຍລາຍການຟ້ອນດ່ຽວ ໄດ້ອັນດັບທີ 11 ແລະ ລາຍການຄູ່ຍາດໄດ້ອັນດັບທີ 5 ໄດ້ຮັບເງິນລາງວັນ 182.000 ວອນ, ສ່ວນລາຍການປະເພດທີມຍາດໄດ້ອັນດັບທີ 6 ກ່ອນທີ່ນັກກີລາມວຍລາຍລາວ ຈະເດີນທາງກັບມາ ສປປ ລາວ ເມື່ອທ້າຍອາທິດທີ່ຜ່ານມາ.

ຫຼັງກັບມາຮອດ ສປປ ລາວ ທ່ານ ອາຈານ ພິລາວັນ ຈັນທະກາລີ ນັກກີລາມວຍລາຍລາວ ຕົວຫຼັກເປີດເຜີຍເມື່ອວັນທີ 10 ກັນຍາທີ່ຜ່ານມາ ວ່າ: ການແຂ່ງຂັນລາຍການດ່ຽວ ແມ່ນແຕກຕ່າງກັບປີກາຍຫຼາຍ ເນື່ອງຈາກປີນີ້ຈະເນັ້ນແມ່ໄມ້ມວຍ ບໍ່ໄດ້ເນັ້ນເລື່ອງທ່າຍາກຜາດໂຝນ ( ລອຍກາງອາກາດ ) ຫຼາຍເກີນໄປ ຂະນະທີ່ພວກເຮົາກັບເນັ້ນທ່າຍາກຜາດໂຝນຫຼາຍເກີນໄປ ເຮັດໃຫ້ລາຍການຟ້ອນດ່ຽວ ໄດ້ອັນດັບທີ 11 ແລະ ລາຍການຄູ່ຍາດໄດ້ອັນດັບທີ 5 ໄດ້ຮັບເງິນລາງວັນ 182.000 ວອນ, ສ່ວນລາຍການປະເພດທີມຍາດໄດ້ອັນດັບທີ 6 ບໍ່ໄດ້ຕາມເປົ້າ.

“ ຢ່າງໃດກໍຕາມ, ສຳລັບແຜນປີຕໍ່ໄປຈະພະຍາຍາມສູ້ຊົນໃຫ້ໄດ້ຕິດອັນດັບ 1 ໃນ 5 ແລະ ຈະສົ່ງນັກກີລາເຂົ້າຮ່ວມໃຫ້ໄດ້ຫຼາຍລາຍການ ທັງມືເປົ່າ ແລະ ປະກອບອາວຸດ ເພື່ອເພີ່ມປະສົບການທັງພາຍໃນ ແລະ ສາກົນ. ທັງນີ້, ກໍຕ້ອງຂໍຂອບໃຈສະຫະພັນມວຍລາວ ທີ່ເປີດໂອກາດໃຫ້ທີມງານ Lao Action Star ໄດ້ມີສ່ວນຮ່ວມໃນການເຜີຍແຜ່ວັດທະນະທຳ ກໍຄືມວຍລາຍລາວ ອອກສູ່ສາກົນ ” ອາຈານ ພິລາວັນ ຈັນທະກາລີ ກ່າວ.

ສໍາລັບຄະນະນໍາ ແລະ ກີລາ ລວມທັງໝົດມີ 5 ຄົນ ( ນັກກີລາ 5 ຄົນ ) ທີ່ອອກເດີນທາງໄປໃນຊຸດນີ້ນໍາໂດຍ ອາຈານ ພິລາວັນ ຈັນທະກາລີ ເຈົ້າຂອງອັນດັບ 3 ໃນລາຍການຟ້ອນດ່ຽວເມື່ອປີ 2018, ອາຈານ ຈື້ເນັ້ງ ຄົວປາວຊົ່ງ ຫຼື ບູດສ໌ລີລາວ, ອາຈານ ໄພລັດ ທໍາມະວົງສາ ຄູຝຶກວໍວິນາມທີມຊາດລາວ, ກອງເງິນ ອິນທິສານ ແລະ ຄໍາຮັກ ສີວົງໄຊ ໂດຍທັງ 5 ຄົນແມ່ນມາຈາກທີມ Lao Action Star ທີມສະແດງແມ່ໄມ້ມວຍລາວ ແລະ ແອັກຊັນຕ່າງໆໃນໜັງສັ້ນທີ່ມີຊື່ສຽງໃນ ສປປ ລາວ.

( ຄໍາສອນ )