ທີມຊາດລາວ ສໍາເລັດການເກັບຕົວທີ່ຫວຽດນາມ ກຽມພ້ອມລຸຍບານເຕະຊີງແຊັມອາຊີ 2019

45

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ສໍາເລັດການໄປເກັບຕົວທີ່ ສສ ຫວຽດນາມ ແລະ ໄດ້ອຸ່ນເຄື່ອງ 3 ນັດ ກ່ອນຈະກັບມາເກັບຕົວທີ່ ສປປ ລາວ ຕໍ່ ແລະ ກຽມຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ ກຸ່ມ J ລະຫວ່າງວັນທີ 18 – 22 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ພາຍຫຼັງທີ່ ຢູ 16 ລາວ ເປີດຄັດເລືອກນັກເຕະຈາກ 120 – 130 ຄົນ ແລະ ຄັດໃຫ້ເຫຼືອ 30 ຄົນສຸດທ້າຍໃນຕົ້ນເດືອນກັນຍາທີ່ຜ່ານມາ ກ່ອນອອກເດີນທາງໄປເກັບຕົວທີ່ ສສ ຫວຽດນາມ ລະຫວ່າງວັນທີ 1 – 10 ກັນຍາ 2019 ແບ່ງເປັນລະຫວ່າງວັນທີ 1 – 6 ກັນຍາ 2019 ໄປເກັບຕົວທີ່ເມືອງ pleiku ແລະ ໄດ້ມີການອຸ່ນເຄື່ອງ 2 ນັດ ປາກົດວ່າ: ນັດທໍາອິດສາມາດສະເໝີກັບ ຢູ 16 ຮ່ວງແອງ ຢາລາຍ 1 – 1 ແລະ ນັດທີ 2 ເສຍໃຫ້ກັບ Nutifood JMG ACADEMY 1 – 2.

ສ່ວນລະຫວ່າງວັນທີ 7 – 10 ກັນຍາ 2019 ແມ່ນເດີນທາງໄປເກັບຕົວທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຊິ່ງໃນວັນທີ 9 ກັນຍາ 2019 ແມ່ນໄດ້ລົງອຸ່ນເຄື່ອງນັດທີ 3 ພົບກັບ ຢູ 16 PVF ຜ່ານການແຂ່ງຂັນປາກົດວ່າ: ຢູ 16 ລາວ ສາມາດເອົາຊະນະ 2 – 1 ກ່ອນຈະເດີນທາງກັບມາເກັບຕົວທີ່ ສປປ ລາວ ເພື່ອກຽມລຸຍລາຍການດັ່ງກ່າວ.

ສໍາລັບ ຢູ 16 ລາວ ຖືກຢູ່ຮ່ວມກຸ່ມ J ແຂ່ງຂັນທີ່ ສປປ ລາວ ເປັນເຈົ້າພາບຮ່ວມກັບ ຍີ່ປຸ່ນ ແຊັມເກົ່າ 3 ສະໄໝ 1994, 2006 ແລະ 2018, ມາເລເຊຍ ແລະ ກໍາປູເຈຍ ໂດຍຕາຕະລາງແຂ່ງຂັນ ມີດັ່ງນີ້:

ນັດທີ 1 ວັນທີ 18 ກັນຍາ 2019 ເວລາ 15:00 ໂມງ ລາວ ພົບ ຍີ່ປຸ່ນ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດທີ 2 ວັນທີ 20 ກັນຍາ 2019 ເວລາ 18:30 ໂມງ ລາວ ພົບ ມາເລເຊຍ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດທີ 3 ວັນທີ 22 ກັນຍາ 2019 ເວລາ 18:30 ໂມງ ລາວ ພົບ ກຳປູເຈຍ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ສ່ວນການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ມີຢູ່ 10 ກຸ່ມ A – J ຈະຄັດເອົາແຊັມຂອງແຕ່ລະກຸ່ມ ແລະ ຄັດເອົາອັນດັບ 2 ຂອງກຸ່ມຈໍານວນ 6 ທີມທີ່ດີທີ່ສຸດ ເຂົ້າໄປຫຼິ້ນຮອບສຸດທ້າຍໃນລະຫວ່າງວັນທີ 16 ກັນຍາ – 3 ຕຸລາ 2020 ( ຍັງບໍ່ທັນປະກາດປະເທດເຈົ້າພາບຮອບສຸດທ້າຍ ).

( ຄໍາສອນ; ຮູບຈາກ: ສຕລ )