ທິດນີ້ອາກາດຈະຮ້ອນຂຶ້ນ, ສ່ວນລະດັບນໍ້າຈຸດປາກເຊຫຼຸດລົງຕໍ່ເນື່ອງ

117

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນ ສະພາບອາກາດ ໃນໄລຍະວັນທີ 9 ຫາ 15 ກັນຍາ 2019ວ່າ: ໃນໄລຍະວັນທີ 9 ຫາ 11 ກັນຍາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະພັດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງຈະພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.

 

 

ຈາກນັ້ນ, ວັນທີ 12 ຫາ 15 ກັນຍາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະພັດປົກຄຸມຢູ່ທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

 

 

ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານລະດັບນໍ້າໃນບັນດາແມ່ນໍ້າຂອງ ແລະ ບັນດາສາຂາແມ່ນໍ້າຂອງໃນວັນທີ 10 ກັນຍາ 2019ວ່າ: ລະດັບນໍ້າບາງສາຍເລີ່ມຫຼຸດລົງ ໂດຍສະເພາະແມ່ນໍ້າຂອງຈຸດປາກເຊ ມື້ນີ້ 10 ກັນຍາ 2019 ວັດແທກໄດ້ 12,04 ແມັດ, ຫຼຸດລົງ 2 ແມັດ ຈາກວັນທີ 5 ກັນຍາທີ່ຂຶ້ນສູ່ຈຸດສູງສຸດ 13,75 ແມັດ, ເຂດລະວັງໄພແມ່ນ 11 ແມັດ, ເຂດອັນຕະລາຍ 12 ແມັດ.

 

 

ອັດຕະປື (ເວີນແຄນ) ວັດແທກໄດ້ 9,82 ແມັດ ຫຼຸດລົງ 8 ແມັດ ຈາກວັນທີ 5 ກັນຍາ 17,77 ແມັດ, ເຂດລະວັງໄພແມ່ນ 15 ແມັດ, ເຂດອັນຕະລາຍ 16 ແມັດ; ຄົງເຊໂດນ (ເຊໂດນ) ວັດແທກໄດ້ 7,80 ແມັດ ຫຼຸດລົງ 8 ແມັດ ຈາກວັນທີ 5 ກັນຍາທີ່ຢູ່ 15,50 ແມັດ, ເຂດລະວັງໄພແມ່ນ 12,30 ແມັດ, ເຂດອັນຕະລາຍ 13,30 ແມັດ; ສາລະວັນ (ເຊໂດນ) ວັດແທກໄດ້ 2,54 ແມັດ ຫຼຸດລົງ 9 ແມັດ ຈາກວັນທີ 5 ກັນຍາ 11,19 ແມັດ, ເຂດລະວັງໄພແມ່ນ 10,50 ແມັດ, ເຂດອັນຕະລາຍ 11,50 ແມັດ

 

 

ຂະນະທີ່, ຂົວເຊ (ເຊບັ້ງໄຟ) ວັດແທກໄດ້ 21,47 ແມັດ ເພີ່ມຂຶ້ນ 22 ຊັງຕີແມັດ ຈາກວັນທີ 5 ກັນຍາ 21,10 ແມັດ, ເຂດລະວັງໄພແມ່ນ 17,50 ແມັດ, ເຂດອັນຕະລາຍ 18,50 ແມັດ; ມະຫາໄຊ (ເຊບັ້ງໄຟ) ວັດແທກໄດ້ 16,74 ແມັດ ເພີ່ມຂຶ້ນ 2 ແມັດ ຈາກວັນທີ 5 ກັນຍາ 15,36 ແມັດ,; ບ້ານໄຮ່ (ເຊບັ້ງໄຟ) ວັດແທກໄດ້ 15 ແມັດ ເພີ່ມຂຶ້ນ 2 ແມັດ ຈາກວັນທີ 5 ກັນຍາ 13,76 ແມັດ, ເຂດລະວັງໄພແມ່ນ 13,70 ແມັດ, ເຂດອັນຕະລາຍ 14,70 ແມັດ.

 

 

ສ່ວນໜ້າເຂື່ອນ (ນໍ້າງື່ມ) ວັດແທກໄດ້ 203,96 ແມັດ  ເພີ່ມຂຶ້ນ 1 ແມັດ ຈາກວັນທີ 5 ກັນຍາ 203,59 ແມັດ ເຂດລະວັງໄພແມ່ນ 212 ແມັດ, ເຂດອັນຕະລາຍແມ່ນ 212,31 ແມັດ ແລະ ໃນອີກ1-2 ວັນຕໍ່ໜ້າລະດັບນໍ້າແຕ່ລະສາຍຈະຫຼຸດລົງມາອີກເລັກນ້ອຍ.