ຢູ 14 ລ໋ອບ ສະເຕດ້ຽມ ໄປບໍ່ເຖິງຝັນບໍ່ຜ່ານຮອບທໍາອິດ ບານເຕະນານາຊາດທີ່ປະເທດໄທ

41

ສະໂມສອນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 14 ປີ ລ໋ອບ ສະເຕດ້ຽມ 1 ດຽວຈາກ ສປປ ລາວ ໄປບໍ່ເຖິງຝັນຕົກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍແລ້ວ ໃນການແຂ່ງຂັນເຕະບານເຍົາວະຊົນນານາຊາດ ລາຍການ CP – Meiji CUP U-14 International Champions 2019 ທີ່ໄທເປັນເຈົ້າພາບ ພາຍຫຼັງລົງສະໜາມ 3 ນັດເສຍລວດ, ສ່ວນ ໜອງບົວພິຊາຍາ ເອັຟຊີ ຕົວແທນກຸ່ມ A ທະລຸເຂົ້າຮອບ 8 ທີມສຸດທ້າຍ.

ເມື່ອວັນທີ 6 ກັນຍາຜ່ານມາ ທີ່ສະໜາມບູຣີຣໍາ ຢູໄນເຕັດຟຸດບອລແຄັມບາງບໍ່ ຈັງຫວັດສະໝຸດປຣາການ ປະເທດໄທ ສະໂມສອນບານເຕະເຍົາວະຊົນ 14 ປີ ລ໋ອບ ສະເຕດ້ຽມ ທີ່ລົງສະໜາມນັດສຸດທ້າຍຂອງກຸ່ມ A ພົບກັບ ສະໂມສອນ SAIMIT KABIN UNITED ຜ່ານການແຂ່ງຂັນຜົນປາກົດວ່າ: ລ໋ອບ ສະເຕດ້ຽມ ເສຍໃຫ້ SAIMIT KABIN UNITED ໄປແບບຫວຸດຫວິດ 0 – 1 ປະຕູ ຈາກຜົນການແຂ່ງຂັນດັ່ງກ່າວເຮັດໃຫ້ເຍົາວະຊົນ 14 ປີ ລ໋ອບ ສະເຕດ້ຽມ ບໍ່ຊະນະທີມໃດເລີຍຈາກການລົງສະໜາມ 3 ນັດ ເສຍ 3 ນັດລວດ ປະກອບມີ: ເສຍໃຫ້ ໜອງບົວພິຊາຍາ ເອັຟຊີ ( NongBuaPitchaya ) 0 – 2 ປະຕູ ແລະ ເສຍໃຫ້ ການທ່າເຮືອເອັຟຊີ ( ຮອງແຊັມເກົ່າຮອບຄັດເລືອກໃນປີ 2018 ) 0 – 5 ປະຕູ ແລະ ເສຍໃຫ້ SAIMIT KABIN UNITED 0 – 1 ປະຕູ.

ສໍາລັບກຸ່ມ A ປະກອບມີ: ການທ່າເຮືອ ເອັຟຊີ ( ຮອງແຊັມເກົ່າຮອບຄັດເລືອກໃນປີ 2018 ), SAIMIT KABIN UNITED, ລ໋ອບ ສະເຕດ້ຽມ ( ສປປ ລາວ ) ແລະ ໜອງບົວພິຊາຍາ ເອັຟຊີ ( NongBuaPitchaya ) ປາກົດວ່າແຊັມກຸ່ມຕົກເປັນຂອງ ໜອງບົວພິຊາຍາ ເອັຟຊີ ທີ່ລົງສະໜາມ 3 ນັດຊະນະລວດ ເຂົ້າຮອບ 8 ທີມສຸດທ້າຍ, ສ່ວນອີກ 3 ທີມທີ່ເຫຼືອຕົກຮອບ.

ຫຼັງສໍາເລັດການແຂ່ງຂັນ ທ່ານ ອາລ໋ອບ ມະນີບົດ ປະທານສະໂມສອນ ລ໋ອບ ສະເຕດ້ຽມ ກ່າວວ່າ: ການແຂ່ງຂັນຄັ້ງນີ້ຖືເປັນໂອກາດທີ່ດີໃຫ້ກັບເຍົາວະຊົນລາວທັງ 18 ນ້ອງ ໃນການໄປຫາປະສົບການໃນຕ່າງປະເທດ ເຖິງວ່າຈະບໍ່ສາມາດເຮັດໄດ້ຕາມເປົ້າ ໂດຍຄັ້ງນີ້ນັກເຕະໄດ້ທົດສອບໃນການແຂ່ງຂັນລະດັບແຂ່ງ ຕັ້ງລະ 15 ນາທີ ເຊິ່ງເປັນໄລຍະເວລາການແຂ່ງຂັນທີ່ທ້າທາຍສໍາລັບທີມເຮົາ ໂດຍລວມເຫັນວ່ານັກເຕະມີການພັດທະນາເລື້ອຍໆ. ຢ່າງໃດກໍຕາມ, ແຜນຕໍ່ໄປຈະພະຍາຍາມພັດທະນາທີມຕໍ່ໄປ ແລະ ຫາໂອກາດໃຫ້ພວກເຂົາໄດ້ໄປແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດຕໍ່ເນື່ອງ ເພື່ອໃຫ້ພວກເຂົາມີການພັດທະນາເລື້ອຍໆ.

ສໍາລັບການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 32 ທີມເຂົ້າຮ່ວມ, ແບ່ງອອກເປັນ 8 ກຸ່ມ, ກຸ່ມລະ 4 ທີມ ເພື່ອຄັດເອົາແຊັມ ແລະ ຮອງແຊັມເທົ່ານັ້ນເຂົ້າໄປຫຼິ້ນຮອບສຸດທ້າຍ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 19 – 23 ຕຸລາ 2019 ທີ່ສະໜາມຊ້າງອາຣີນາ ແລະ ສະໜາມຊ້າງເທຣນນິງ ກຣາວ ທີ່ຈັງຫວັດບູຣີຣໍາ ປະເທດໄທ ທີ່ມີ 6 ທີມ ເຊິ່ງມາຈາກໄທ 3 ທີມ, ມາເລເຊຍ 1 ທີມ, ຍີ່ປຸ່ນ 1 ແລະ ສສ ຫວຽດນາມ 1 ທີມ ທີມ ຢືນລໍຖ້າຢູ່ແລ້ວ.

( ຄໍາສອນ )