ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ກຸ່ມບໍລິສັດ ພອນສັກ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມລວມມູນຄ່າ 4 ຕື້ກີບ

247

ໃນຕອນແລງ ຂອງວັນທີ 5 ກັນຍາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ກຸ່ມບໍລິສັດ ພອນສັກ ໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າ 4 ຕື້ກີບ.

ໃນນີ້ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ຕາງໜ້າບໍລິສັດ ມອບການຊ່ວຍເຫຼືອ ມູນຄ່າ 2 ຕື້ກີບ (ເງິນສົດ 1 ຕື້ກີບ ແລະ ວັດຖຸສິ່ງຂອງ 1 ຕື້ກີບ).

ທ່ານ ນາງ ສຸດດາລາວັນ ສີຫາພົມ ຕາງໜ້າກຸ່ມບໍລິສັດ ພອນສັກ ມອບເງິນຊ່ວຍເຫຼືອ ຈຳນວນ 2 ຕື້ກີບ, ຊຶ່ງໃຫ້ກຽດກ່າວຮັບໂດຍແມ່ນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຂອບໃຈ ຕໍ່ທັງສອງບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາວັດຖຸສິ່ງຂອງ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ໄປມອບຕໍ່ ໃຫ້ຮອດໃຫ້ເຖິງປະຊາຊົນ ທີ່ປະສົບໄພພິບັດນໍ້າຖ້ວມ ຢ່າງແທ້ຈິງ.