ຢາກເປັນພິທີກອນທີ່ດີຄວນເຮັດແນວໃດ?

136

ການຮຽນຮູ້ມີຫຼາຍຂົງເຂດ ແລະ ໜຶ່ງໃນຂະແໜງຮຽນນອກລະບົບ ຄື: ການຮຽນເວົ້າ, ຮຽນເປັນພິທີກອນຕາມເວທີຕ່າງໆ ເຊິ່ງເປັນວິຊາໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບອົງກອນໃດໜຶ່ງທີ່ຈະຈັດງານຕ່າງໆ, ສຳລັບການເວົ້າທີ່ມ່ວນເຊີນຊວນ ແລະ ຫາກເປັນຜູ້ນຳອົງກອນຍິ່ງມີຄວາມສຳຄັນ ເພາະເວົ້າມ່ວນ, ເວົ້າດີ ເວົ້າຖືກປະເດັນຈະເຮັດໃຫ້ພະນັກງານມີຄວາມກະຕືລືລົ້ນ ແລະ ນຳພາອົງກອນໄປສູ່ຄວາມສຳເລັດ.

ທ່ານ ທອງດີ ພິມມະວົງສາ ປະທານສະໂມສອນເຈົ້າເວົ້າໄດ້ ໄດ້ກ່າວໃນພິທີເປີດຕົວສູນຝຶກທັກສະການເວົ້າ ທີ່ວິທະຍາໄລ ລາວ – ອາເມຣິກາ ວ່າ: ການເວົ້າກໍຄືການຮຽນຮູ້ສິ່ງຕ່າງໆອ້ອມຮອບເຮົາ ຫາກເວົ້າໄດ້ດີກໍຈະກາຍເປັນຄົນດີມີ ຄວາມຮູ້, ຄວາມສາມາດໃນສາຍຕາສັງຄົມ. ສະນັ້ນ, ຜູ້ເວົ້າທີ່ດີນອກຈາກຈະມີສິລະປະການເວົ້າແລ້ວ ຈຳເປັນຕ້ອງມີຄວາມກຽມພ້ອມ ແລະ ມີ 8 ຂັ້ນຕອນດັ່ງລຸ່ມນີ້ສະເໝີ.

1 ກຽມດີ

ການເວົ້າທີ່ດີກ່ອນອື່ນຕ້ອງຮູ້ຈັກສະຖານະການ ແລະ ສະພາບການກ່ອນສະເໝີ, ຕົວຢ່າງວ່າ: ເປັນພິທີກອນກອງປະຊຸມໃດໜຶ່ງ ກ່ອນອື່ນໝົດຕ້ອງຮູ້ຊື່ງານ, ຮູ້ຈຸດປະສົງຂອງງານຢ່າງຈະແຈ້ງ, ຮູ້ຜູ້ເຂົ້າຮ່ວມ ແລະ ຮູ້ວາລະການດຳເນີນງານ. ນອກນັ້ນ, ຕ້ອງປະສານງານກັບຄະນະຈັດຕັ້ງພິທີທຸກຢ່າງ, ກວດກາຄວາມພ້ອມ ເຊັ່ນ: ເຄື່ອງສຽງ, ອຸປະກອບຮັບໃຊ້ກອງປະຊຸມຕ່າງໆເປັນຕົ້ນ. ສະນັ້ນ, ກ່ອນທີ່ຈະເລີ່ມງານພິທີກອນຕ້ອງກະກຽມຄວາມພ້ອມທັງດ້ານອຸປະກອນ, ເນື້ອໃນ ແລະ ຈິດໃຈຢ່າງພ້ອມພຽງ ເພາະກຽມດີແມ່ນສຳເລັດແລ້ວ 50% ນັ້ນເອງ.

2 ຝຶກຊ້ອມດີ

ໃນເວລາເປັນພິທີກອນໃນກອງປະຊຸມ ຫຼື ງານໃດໆຕ້ອງຈົດຊື່ ແລະ ຕໍາແໜ່ງຂອງປະທານ ແລະ ຜູ້ໃຫຍ່ໃຫ້ຖືກຕ້ອງ ໂດຍການປະສານກັບເລຂາ ຫຼື ວິຊາການທີ່ມາຈາກພາກສ່ວນດັ່ງກ່າວ, ຫຼັງຈາກຮູ້ແລ້ວກໍຝຶກຊ້ອມອ່ານຊື່ ແລະ ຕຳແໜ່ງໃຫ້ຖືກ ຫ້າມຜິດເດັດຂາດ ເພາະອາດຈະເປັນການເສຍມາລະຍາດຢ່າງແຮງ. ສໍາລັບພິທີກອນມືໃໝ່ໃຫ້ຂຽນເນື້ອໃນຕ່າງໆຢ່າງລະອຽດໃສ່       ເອກະສານຕິດຕົວ ນອກຈາກຝຶກຊ້ອມຢ່າງຄ່ອງແຄ້ວແລ້ວ ເວລາເວົ້າຈຳເປັນຕ້ອງເບິ່ງອີກເພື່ອໃຫ້ບໍ່ຜິດ ແລະ ຍັງເປັນການເວົ້າທີ່ມີຫຼັກຖານອ້າງອີງ.

3 ແຕ່ງກາຍດີ

ພິທີກອນຕ້ອງແຕ່ງກາຍໃຫ້ດີ ການນຸ່ງເຄື່ອງຊົງຜົມຕ້ອງເໝາະກັບງານ ຫາກເປັນກອງປະຊຸມສຳຄັນ ແລະ ມີຜູ້ໃຫຍ່ ຜູ້ມີຕຳແໜ່ງມາຮ່ວມຫຼາຍຄົນ, ພິທີກອນຕ້ອງໃສ່ຊຸດສາກົນ ຖ້າເປັນງານລ້ຽງສັງສັນບາງຄັ້ງກໍຄວນໃສ່ຊຸດໄໝລາວ ແລະ ງານອື່ນໆກໍເຊັ່ນດຽວກັນ. ເພາະການແຕ່ງກາຍທີ່ເໝາະສົມເປັນການສະແດງເຖິງມາລະຍາດ, ຄວາມພ້ອມຂອງພິທີກອນ ແລະ ຄວາມເປັນລະບຽບຮຽບຮ້ອຍເປັນແບບຢ່າງທີ່ດີ ມີວິໄນຂອງພິທີກອນກໍວ່າໄດ້.

4 ຕ້ອງໝັ້ນໃຈ

ເມື່ອກຽມພ້ອມທຸກຢ່າງແລ້ວກໍກ້າວຂຶ້ນເວທີຢ່າງສະຫງ່າຜ່າເຜີຍດ້ວຍຄວາມໝັ້ນໃຈ ຖ້າຮູ້ສຶກກັງວົນໃຫ້ດື່ມນໍ້າປະມານ 3 ກືນ ຫາຍໃຈໃຫຍ່ 3 ບາດ ຕັ້ງສະມາທິກ່າວສະບາຍດີທຳອິດດ້ວຍນ້ຳສຽງທີ່ໝັ້ນໃຈ ສາຍຕາກວາດໄປຫາຜູ້ຟັງແຕ່ຫ້າມເບິ່ງໃຜດົນໆ ແລະ ຊັດໆ ເພື່ອບໍ່ໃຫ້ເສຍສະມາທິ ແລະ ຈົ່ງບອກຕົນເອງວ່າ: ຄົນອື່ນມີປາກ ເຮົາກໍມີປາກ ຄົນອື່ນເປັນໄດ້ ເວົ້າເກັ່ງ ເຮົາກໍເຮັດໄດ້ຄືກັນ.

5 ການດຳເນີນຕ້ອງເຮັດໃຫ້ຖືກຂັ້ນຕອນ

ການເວົ້າໃຫ້ຖືກຂັ້ນຕອນໃນເວລາເວົ້າຖືເປັນວຽກສຳຄັນທີ່ສຸດ ຫາກເວົ້າໄປໆ – ມາໆຈະເຮັດໃຫ້ຜູ້ຟັງລຳຄານ ແລະ ຫົວຂວັນ ຈົນເຮັດໃຫ້ເຮົາເສຍສະມາທິເສຍຄວາມໝັ້ນໃຈໄປໄດ້. ສະນັ້ນ, ເວລາເວົ້າຫາກຢ້ານລືມກໍຄວນຈົດໄວ້ ແລະ ເວົ້າຕາມລຳດັບທຸກປະການ ເຊັ່ນ: 1). ກ່າວສະບາຍດີແຂກ ແລະ ຜູ້ເຂົ້າຮ່ວມ, ຫາກມີພະສົງກໍກ່າວ ນ້ອມນະມັດສະການ ພະເຖລານຸເຖລະ; 2). ຮຽນປະທານຄະນະປະທານ; 3). ຮຽນແຂກທີ່ມີກຽດທຸກທ່ານ ໂດຍລຽງຕາມຊັ້ນຕໍາແໜ່ງກ່ອນ; 4). ແນະນຳຕົນເອງ; 5). ກ່າວຈຸດປະສົງຂອງງານ ແລະ ອື່ນໆຕາມລຳດັບ.

ຫຼັງຈາກນັ້ນ, ກໍແນະນຳແຂກແຕ່ລະທ່ານ, ຮຽນເຊີນປະທານມາກ່າວ, ກ່າວຂອບໃຈ ແລະ ອື່ນໆ ໄປຕາມວາລະທີ່ກຳນົດໄວ້ທຸກປະການ.

6 ເຊີນຊວນດີ

ການເຊີນຊວນໂນ້ມນ້າວຜູ້ຟັງໃຫ້ຫັນມາໃສ່ໃຈສິ່ງທີ່ເຮົາເວົ້າຢ່າງກະຕືລືລົ້ນ, ເວົ້າຢ່າງມີເຫດມີຜົນ, ເວົ້າຢ່າງຫຼ່ຽນໄຫຼ ແລະ ມີຕົວຢ່າງຢ່າງເປັນຮູບປະທຳໃຫ້ຜູ້ຟັງສາມາດຈິນຕະນາການໄດ້ງ່າຍຂຶ້ນ, ເວົ້າໃຫ້ຜູ້ຟັງສາມາດເຫັນພາບ ແລະ ພາຜູ້ຟັງເຂົ້າໄປໃນເລື່ອງທີ່ເຮົາເວົ້າ ແຕ່ກໍບໍ່ຄວນເວົ້າເກີນຄວາມຈິງ ເພາະຜູ້ຟັງຈະຂາດຄວາມເຊື່ອຖືໄດ້. ຕົວຢ່າງວ່າ: ງານສຳມະນາກໍໂນ້ມນ້າວວ່າ ວິທະຍາກອນມີໃຜແດ່, ມີຄຸນວຸດທິ ແລະ ໄວຍະວຸດຫຍັງແດ່ ແລະ ອື່ນໆ.

7 ນໍ້າສຽງດີ

ພິທີກອນ ຫຼື ຜູ້ເວົ້າທີ່ດີບໍ່ຄວນເວົ້າສຽງບໍ່ມ່ວນ, ເວົ້າຕິດຂັດ “ ອັນ… ເອີ… ອາ…. ເນາະ ” ເພາະຈະເບິ່ງວ່າບໍ່ມີຄວາມເປັນມືອາຊີບ ແລະ ຄຳສັບເຫຼົ່ານັ້ນມັນບໍ່ມີຄວາມໝາຍຫຍັງໃນການເວົ້າ. ພິທີກອນທີ່ມີນໍ້າສຽງມ່ວນຈະຊ່ວຍໃຫ້ງານມີຄວາມໜ້າສົນໃຈຫຼາຍຂຶ້ນ. ສະນັ້ນ, ຜູ້ເວົ້າຕ້ອງຮູ້ເວົ້າຕາມສະຖານະການໂດຍໃຊ້ສຽງໃນ 3 ລະດັບ ເຊັ່ນ: ສຽງດັງ, ສຽງກາງ ແລະ ສຽງຕໍ່າ. ຕາມກາລະເທສະ ແລະ ຈຸດປະສົງຂອງງານ ເປັນຕົ້ນງານໂຄສະນາສິນຄ້າແມ່ນໃຊ້ສຽງດັງ, ສຽງກາງໃນງານກອງປະຊຸມສະເໜີລາຍການຕ່າງໆ ຕາມວາລະ ແລະ ສຽງຕໍ່າໃນການສະກົດອາລົມຜູ້ຟັງ ເມື່ອເວົ້າເຖິງບັນຍາກາດທີ່ໂສກເສົ້າສະເທືອນໃຈ.

8 ຈົບດີ

ພາຍຫຼັງເວົ້າແລ້ວ ພິທີກອນກໍຄວນຈົບງານດ້ວຍຄຳເວົ້າທີ່ດີ, ມີເນື້ອໃນຂັ້ນຕອນການເວົ້າຢ່າງເໝາະສົມ ແລະ ກ່າວຄຳຂອບໃຈຕ່າງໆມາຍັງຜູ້ທີ່ຮັບຟັງທັງຫຼາຍ ພ້ອມຄຳອວຍພອນທີ່ມ່ວນ ແລະ ອື່ນໆ.

ການເວົ້າທີ່ດີເປັນສິ່ງສຳຄັນ ແລະ ຈຳເປັນສຳລັບນັກເວົ້າທຸກຄົນ ຖ້າເວົ້າໄດ້ດີຕໍ່ໜ້າມວນຊົນກໍຖືວ່າຕົນເອງມີຄວາມສາມາດ ແລະ ຄວາມຮູ້ ເຊິ່ງການຈະເຮັດແນວໃດໃຫ້ສາມາດກາຍເປັນນັກເວົ້າທີ່ເກັ່ງ ສາມາດເວົ້າສ້າງແຮງບັນດານໃຈ ແລະ ນຳສະເໜີບົດແບບມືອາຊີບແມ່ນຈຳເປັນຕ້ອງຝຶກຝົນຕົນເອງ ແລະ ກະກຽມຄວາມພ້ອມທຸກຄັ້ງທີ່ຈະຂຶ້ນເວົ້າ ເພາະທຸກສິ່ງທຸກຢ່າງບໍ່ແມ່ນຕາຍຕົວ ແລະ 8 ຂັ້ນຕອນໃນການ ເວົ້າໃຫ້ດີນັ້ນກໍເຊັ່ນກັນ. ສະນັ້ນ, ຫາກຢາກເປັນຜູ້ເວົ້າທີ່ດີເພື່ອຄວາມຈະເລີນກ້າວໜ້າໃນໜ້າທີ່ການງານ ແມ່ນຕ້ອງໝັ່ນຝຶກຝົນ ແລະ ຕ້ອງເປັນຄົນມີວິໄນ.

[ ໂດຍ: ກາວຊົ່ງ ]