ວິທີເຮັດຢໍ່ຈືນພັນກັບຜັກສົດ

415

ມື້ນີ້ຈະມາເຮັດຢໍ່ຈືນພັນກັບຜັກສົດ ເຊັ່ນ: ຜັກສະຫຼັດ, ຫອມລາບ, ຫອມປ້ອມ, ບົວລະພາ, ຜັກແພວ ແລະ ອື່ນໆຕາມໃຈມັກ ເສີບພ້ອມກັບແຈ່ວຫວານໝາກຖົ່ວດິນ ຫຼື ແຈ່ວສົ້ມຫວານກໍແຊບຄືກັນ ສໍາລັບໄສ້ຢໍ່ຈືນຈະໃສ່ໝູບົດ ຫຼື ບໍ່ໃສ່ກໍໄດ້ ໂດຍໃສ່ແຕ່ຜັກກັບເຫັດກໍແຊບ.

ສ່ວນປະສົມ:

1 ຊີ້ນໝູບົດ 200 ກຣາມ.

2 ກະລໍ່າປີ 1/2 ຫົວ.

3 ຫົວກະຣົດ 1 ຫົວ.

4 ເຫັດຫູໜູຊອຍເປັນເສັ້ນ 1 ຖ້ວຍນ້ອຍ.

5 ຫົວຜັກບົ່ວໃຫຍ່ຊອຍເປັນເສັ້ນ 1 ຫົວ.

6 ຫອມຜັກບົ່ວແດງ 5 – 10 ຫົວ.

7 ກະທຽມສັບ 1 ບ່ວງແກງ.

8 ຕຳພິກໄທເມັດ 1 ບ່ວງກາເຟ.

9 ນ້ຳມັນຫອຍ 3 ບ່ວງແກງ.

10 ນ້ຳຕານ 1 – 2 ບ່ວງກາເຟ.

11 ນ້ຳປາ 1/2 ບ່ວງແກງ.

12 ເກືອໜ້ອຍໜຶ່ງ.

13 ຕຳໝາກຖົ່ວດິນໃຫ້ມຸ່ນໆ 1/2 ຖ້ວຍນ້ອຍ.

14 ໄຂ່ໄກ່ 1 ໜ່ວຍ ( ແຕ່ໃສ່ສະເພາະໄຂ່ແດງເທົ່ານັ້ນ ).

15 ແຜ່ນຢໍ່.

16 ນ້ຳມັນສຳລັບຈືນ.

ວິທີປຸງແຕ່ງ:

ເອົາຊີ້ນໝູບົດໃສ່ຊາມພ້ອມກັບສ່ວນປະກອບທີ່ໄດ້ຊອຍໄວ້ລົງມາປະສົມກັນ ແລະ ຈຶ່ງເອົາເກືອ, ພິກໄທ, ນ້ຳປາ, ນ້ຳມັນຫອຍ, ນ້ຳຕານລົງໄປຄົນໃຫ້ເຂົ້າກັນດີ ເມື່ອເວລາຈະຫໍ່ໃຫ້ໃຊ້ໝາກຖົ່ວດິນທີ່ຕໍາແລ້ວມາໂຮຍໃສ່ແລ້ວຫໍ່ຕາມປົກກະຕິ ( ໂຮຍໃສ່ຫຼາຍເທົ່າໃດກໍຈະຍິ່ງແຊບ ) ແລ້ວເອົາໄຂ່ແດງໃສ່ເວລາຈະຕິດແຜ່ນຢໍ່ ເພື່ອບໍ່ໃຫ້ແຜ່ນຢໍ່ກັບໄສ້ທາງໃນມັນຫຼຸດອອກຈາກກັນ.

ຫຼັງຈາກນັ້ນ, ກໍເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳມັນຮ້ອນກໍເອົາລົງຈືນຈົນເປັນສີເຫຼືອງ ແລະ ສຸກດີ ແລ້ວຕັກຂຶ້ນມາປະໄວ້ໃຫ້ສະເດັດນ້ຳມັນ. ຈັດໃສ່ຈານຈະກິນແບບກັບນ້ຳແຈ່ວ ແລະ ມີຜັກມາພັນນຳກໍແຊບຄືກັນ ເມື່ອເວລາກິນເຂົ້າໄປຈະໄດ້ລົດຊາດຂອງຖົ່ວດິນມັນໆຫອມໆ.