ອາຫານທີ່ຊ່ວຍປ້ອງກັນອາການເຈັບປ່ວຍຕ່າງໆ

462

ເວລາທີ່ຮູ້ສຶກບໍ່ສະບາຍ ຫຼື ແກ້ອາການຕ່າງໆ ກໍຈະມັກໃຊ້ຢາມາປິ່ນປົວ ແຕ່ຮູ້ບໍ່ວ່າການໃຊ້ຢາຫຼາຍເກີນໄປກໍສົ່ງຜົນເສຍຕໍ່ຮ່າງກາຍເຊັ່ນດຽວກັນ. ສະນັ້ນ, ຄວນປ້ອງກັນຕົນເອງບໍ່ໃຫ້ເຈັບປ່ວຍດ້ວຍການເລີ່ມກິນອາຫານໃຫ້ຄົບ 5 ໝູ່ ແລະ ອອກກໍາລັງກາຍສະໝໍ່າສະເໝີ ເຊິ່ງມື້ນີ້ຈະມາບອກການນໍາເອົາອາຫານມາຊ່ວຍແກ້ອາການຕ່າງໆ ດັ່ງນີ້:

ກະທຽມຊ່ວຍແກ້ອາການຫູຕິດເຊື້ອ:

ວິທີແກ້ຫູຕິດເຊື້ອ ຫຼື ອາການເຈັບຫູ ແມ່ນສາມາດແກ້ໄດ້ດ້ວຍວິທີແບບທຳມະຊາດ ຄື: ເອົາກະທຽມມາຕຳແລ້ວບີບເອົານ້ຳຢອດລົງບໍລິເວນທີ່ເຈັບ 2 ຢອດ ເຮັດແບບນີ້ມື້ລະ 2 ຄັ້ງໃນເວລາ 1 ອາທິດ ເພາະຜູ້ຊ່ຽວຊານແນະນຳວ່າວິທີນີ້ແມ່ນໄດ້ຜົນດີກວ່າການໃຊ້ຢາທົ່ວໄປ.

ຂີ້ໝິ້ນຊ່ວຍແກ້ອາການປວດຊໍ້າເຮື້ອ:

ເພາະຂີ້ໝິ້ນເປັນໜຶ່ງໃນຢາຈາກທຳມະຊາດ ແລະ ຍັງສາມາດນຳມາເປັນສ່ວນປະກອບເຂົ້າໃນການປຸງແຕ່ງອາຫານນຳທີ່ສາມາດບຳບັດການເຈັບປວດຊໍ້າເຮື້ອໄດ້ດີທີ່ສຸດ. ໂດຍທົດລອງໂຮຍຜົງຂີ້ໝິ້ນລົງໃນເຂົ້າ ຫຼື ເອົາມາປຸງແຕ່ງໃສ່ໃນອາຫານຕ່າງໆກໍຈະຊ່ວຍບັນເທົາອາການເຈັບປວດຊໍ້າເຮື້ອທີ່ກຳລັງເປັນຢູ່ໃຫ້ດີຂຶ້ນ.

ເກືອແກ້ອາການເຈັບຕີນ:

ຜູ້ທີ່ມັກມີອາການເຈັບຕີນ ຫຼື ຂໍ້ຕີນໃຫ້ເອົາຕີນແຊ່ລົງໃນນ້ຳເກືອອຸ່ນໆຈະຊ່ວຍໃຫ້ອາການເຈັບປວດຄ່ອຍໆດີຂຶ້ນ ເພາະເປັນອີກໜຶ່ງວິທີຈາກທຳມະຊາດທີ່ຊ່ວຍບຳບັດອາການດັ່ງກ່າວໄດ້ ແລະ ວິທີປະສົມນ້ຳແມ່ນໃສ່ເກືອ 1 ບ່ວງແກງ ລົງໃນນໍ້າອຸ່ນ 2 ລິດ ແລ້ວແຊ່ຕີນປະໄວ້ປະມານ 20 ນາທີ ມື້ລະ 2 ຄັ້ງ ຮັບຮອງວ່າເຫັນຜົນຢ່າງແນ່ນອນ.

ໝາກນັດ:

ຊ່ວຍໃນເລື່ອງຂອງການຍ່ອຍອາຫານ ຖ້າກິນໝາກນັດທຸກໆມື້ຈະຊ່ວຍຮັກສາອາການທ້ອງອືດທີ່ເກີດຈາກແກ໊ສໃນລະບົບຍ່ອຍອາຫານໄດ້ພາຍໃນ 3 ມື້.

ໝາກລາແຊັງ ຫຼື ອາງຸ່ນ:

ຈະຊ່ວຍແກ້ອາການເຈັບຫຼັງເພາະການກິນໝາກລາແຊັງທຸກມື້ຈະຊ່ວຍໃນເລື່ອງຂອງການໄຫຼວຽນຂອງເລືອດ ແລະ ຊ່ວຍປິ່ນປົວເນື້ອເຍື້ອບໍລິເວນຫຼັງທີ່ຖືກທຳລາຍ ອີກຢ່າງໜຶ່ງໝາກລາແຊັງນັບວ່າເປັນໜຶ່ງໃນອາຫານທຳມະຊາດທີ່ຊ່ວຍບັນເທົາອາການເຈັບຫຼັງໄດ້ໄວທີ່ສຸດເລີຍກໍວ່າໄດ້.

ຂໍ້ມູນຈາກ: healthynine.club

ຮຽບຮຽງ: ນຸ້ມນິ້ມ