ລະດັບນໍ້າເຊກອງຍັງສືບຕໍ່ສູງຂຶ້ນ ແຂວງ ອັດຕະປື ອອກແຈ້ງເຕືອນສຸກເສີນປະກາດກຽມພ້ອມຮັບມືກັບສະພາບນໍ້າຖ້ວມ

197

ອີງຕາມຂໍ້ມູນຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານໃຫ້ຮູ້ວ່າ: ພາຍຸດີເປຼ່ຊັນໄດ້ກໍ່ຕົວຢູ່ໃກ້ເຂດພາກເໜືອດ້ານຕາເວັນຕົກຂອງປະເທດ ຟິລິປິນ ຊຶ່ງມີຈຸດໃຈກາງຢູ່ເສັ້ນຂະໜານທີ 19 ອົງສາເໜືອ ແລະ ເສັ້ນແວງທີ 117.3 ອົງສາຕາເວັນອອກ ພວມເຄື່ອນທີ່ໄປຫາເກາະໄຮນໍາ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝຸນເຂດຮ້ອນໃນໄລຍະວັນທີ 2–6 ກັນຍາ 2019 ນີ້ ແລະ ສືບຕໍ່ເຄື່ອນທີ່ລຽບໃກ້ແຄມຝັ່ງປະເທດ ສສ ຫວຽດນາມ ຊຶ່ງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບັນບໍລິເວນກ້ວາງ ແລະ ຕົກໜັກຫຼາຍແຕ່ເຂດແຂວງຄຳມ່ວນ ລົງຫາ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໄລຍະ.

ປັດຈຸບັນ ຢູ່ ແຂວງ ອັດຕະປື ເຂດທີ່ມີຄວາມສ່ຽງສູງ ແມ່ນ ເຂດເມືອງ ພູວົງ, ເມືອງ ສະໜາມໄຊ ແລະ ເຂດບ້ານທີ່ລຽບຕາມລຳນ້ຳເຊກອງ, ປະລິມານນໍ້າຝົນ 24 ຊົ່ວໂມງໃນວັນທີ2ກັນຍາ ຢູ່ທີ່55,5 ມິນລິແມັດ, ລະດັບນໍ້າ ເຊກອງ ເຊົ້າມື້ນີ້ ວັນທີ 3/9/2019 ເວລາ 6 ໂມງ ລະດັບນ້ຳສູງຂຶ້ນ 11,95ແມັດ ຮອດເວລາ9:30ໂມງ ວັດແທກໄດ້12,73ແມັດ.

ຕໍ່ສະພາບດັ່ງກ່າວພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ອອກແຈ້ງເຕືອນສຸກເສີນ ໃນວັນທີ3ກັນຍາ 2019 ເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໃຫ້ກຽມພ້ອມຮັບມືກັບສະພາບນໍ້າຖ້ວມຍື່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂຶ້ນໄດ້ ໃນໄລຍະວັນທີ 3 ຫາ 6 ກັນຍາ ນີ້; ໃນເຊດ16ບ້ານເມືອງສະໜາມໄຊ, 3ບ້ານເມືອງສາມັກຄີໄຊ, 5 ບ້ານເມືອງໄຊເສດຖາ່ ຈົ່ງກະກຽມມ້ຽນມັດວັດຖຸສິງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.