ຄູອາສານະຄອນຫຼວງ ຈະໄດ້ຮັບການແກ້ໄຂຜ່ານ 3 ມາດຕະການນີ້

47

ທົ່ວປະເທດຍັງມີຄູອາສາສະໝັກຫຼາຍຮ້ອຍຄົນ ທີ່ຍັງບໍ່ທັນບັນຈຸເຂົ້າເປັນລັດຖະກອນ ຫຼື ແມ່ນແຕ່ນະຄອນຫຼວງວຽງຈັນເອງ ກໍ່ຍັງມີຄູອາສາເຫຼືອປະມານ 1000 ກວ່າຄົນ ຍັງບໍ່ທັນໄດ້ລັດ. ສະນັ້ນ, ເພື່ອເປັນການແກ້ໄຂຄູອາສາທີ່ຍັງຄົງຄ້າງຢູ່ ສຶກສານະຄອນຫຼວງໄດ້ວາງ 3 ມາດຕະການໃນການແກ້ໄຂ ແລະ ຄາດວ່າຕ້ອງໃຊ້ເວລາອີກດົນສົມຄວນໃນການບັນຈຸຕົວເລກລັດຖະກອນ.

 

ເປັນພຽງພາບປະກອບຂ່າວ

 

ທ່ານ ຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ, ພວກເຮົາໄດ້ປະຕິບັດຕາມ 3 ມາດຕະການສໍາຄັນຄື: 1). ສັບຊ້ອນຄູອາສາສະໝັກທີ່ຢູ່ມາດົນແລ້ວໃຫ້ເຂົ້າເປັນລັດຖະກອນຄູໃຫ້ຖືກຕ້ອງຕາມວິຊາທີ່ຮຽນມາ ແລະ ຖືກຕ້ອງຕາມລະບຽບການທຸກຢ່າງຕາມໂກຕ້າທີ່ໄດ້ຮັບການແບ່ງປັນຈາກກະຊວງສຶກສາທິການ ແລະ ກິລາ. 2). ສໍາລັບຄູອາສາສະໝັກທີ່ຢູ່ມາດົນ ແຕ່ບໍ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນຄູ ແລະ ບໍ່ມີທາງເລືອກແລ້ວຈະໄດ້ລະດົມໃຫ້ບໍາລຸງວິຊາຊີບໃດໜຶ່ງຕາມທີ່ກະຊວງສຶກສາທິການ ແລະ ກິລາຈັດຂຶ້ນ; ຫຼັງຈາກບໍາລຸງສໍາເລັດແມ່ນໃຫ້ອອກໄປປະກອບອາຊີບຕາມທີ່ໄດ້ບໍາລຸງມາ ແລະ 3). ລະດົມຄູອາສາສະໝັກໃຫ້ອອກເລີຍຍ້ອນບໍ່ມີໂກ້ຕາ ແລະ ວິຊາທີ່ຮຽນມາກໍ່ບໍ່ຢູ່ໃນເປົ້າໝາຍໃນການຮັບເຂົ້າເປັນລັດຖະກອນຄູ.

ທ່ານໃຫ້ຮູ້ຕື່ມວ່າ: ການແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍທີ່ສຸດ ໂດຍສະເພາະແມ່ນ ຂອດການຈັດຕັ້ງປະຕິບັດມາດຕະການທີ 3 ເພາະຄູອາສາສະໝັກທີ່ມີຢູ່ບໍ່ຢາກອອກ ຍ້ອນໄດ້ເຮັດວຽກມາດົນແລ້ວ ຈຶ່ງເກີດມີການຕໍ່ລອງ ແລະ ຂໍຄວາມເຫັນໃຈຕ່າງໆນາໆ ຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ເພື່ອຂໍໂອກາດປະຕິບັດວຽກງານຕໍ່ໄປ ເນື່ອງຈາກໃນໄລຍະຜ່ານມາ, ຄູອາສາສະໝັກແມ່ນໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງເປັນຕົ້ນຕໍ ຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະບ້ານເປັນຕົ້ນ: ເຂົ້າກິນ, ເງິນເບ້ຍລ້ຽງຈໍານວນໜຶ່ງ ແລະ ອື່ນໆ, ເຊິ່ງເຮັດໃຫ້ຄູອາສາສະໝັກຫຼາຍຄົນມີຄວາມຜູກພັນກັບໂຮງຮຽນກໍ່ຄື ກັບປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງເປັນຢ່າງດີ.

ເປັນພຽງພາບປະກອບຂ່າວ