ກະຕໍ້ຄູ່ຍິງລາວແຊັມເກົ່າ ທະລຸເຂົ້າຮອບຊີງ, ສ່ວນຄູ່ຊາຍລາວແຊັມເກົ່າ ໄດ້ຫຼຽນທອງ ກະຕໍ້ຊີງແຊັມໂລກ ທີ່ໄທ

101

ການແຂ່ງຂັນກີລາກະຕໍ້ຊິງແຊັມໂລກ ລາຍການ King’s Cup Sepaktakraw World Championship ຄັ້ງທີ 34 ຊິງຂັນເຈົ້າຊີວິດໄທ ລະຫວ່າງວັນທີ 25 ສິງຫາ – 1 ກັນຍາ 2019 ທີ່ສູນການຄ້າ ແຟຊັ່ນໄອແລນ, ນະຄອນຫລວງບາງກອກ ປະເທດໄທ ມີຊີງໄຊ 8 ລາຍການຄື: ທີມຊຸດຍິງ-ຊາຍ, ທີມດ່ຽວຍິງ-ຊາຍ, ກະຕໍ້ລວດບ້ວງຍິງ-ຊາຍ ແລະ ຄູ່ຍິງ-ຄູ່ຊາຍ.

ການແຂ່ງຂັນດໍາເນີນມາຮອດມື້ທີ 3 ໃນວັນທີ 27 ສິງຫານີ້ ກະຕໍ້ທິມຄູ່ຍິງ ແລະ ຄູ່ຊາຍທິມຊາດລາວ ໃນຖານະແຊັມເກົ່າຈະລົງແຂ່ງຂັນຮອບ 4 ທີມສຸດທ້າຍ ພົບກັບ ສ ເກົາຫຼີ ໂດຍ ຄູ່ຍິງລາວ ລົງແຂ່ງຂັນເວລາປະມານ 11:00 ໂມງ ປາກົດວ່າ: ເຊັດທໍາອິດ ຄູ່ຍິງລາວ ສາມາດເອົາຊະນະໄປ 21-16 ຄະແນນ, ມາເຊັດທີ 2 ເອົາຊະນະໄປ 21-19 ເຮັດໃຫ້ ລາວ ຜ່ານເຂົ້າຊີງຊະນະເລີດໄປປ້ອງກັນແຊັມ ລໍຖ້າພົບຜູ້ຊະນະລະຫວ່າງ ອິນໂດເນເຊຍ ຫຼື ມຽນມາ ໃນວັນທີ 28 ສິງຫາ 2019 ໃນຕອນແລງມື້ນີ້ ( ໄດ້ຜົນຈະລາຍງານໃຫ້ຊາບພາຍຫຼັງ )

ສ່ວນຄູ່ຊາຍຂອງລາວ ໃນຖານະແຊັມເກົ່າ ລົງແຂ່ງຂັນ ຮອບ 4 ທີມສຸດທ້າຍໃນເວລາປະມານ 11:45 ໂມງ ພົບກັບ ສ ເກົາຫຼີ ປາກົດວ່າ: ຄູ່ຊາຍລາວ ເສຍໄປ 1-2 ເຊັດ ອົດໄດ້ປ້ອງກັນແຊັມໄປຢ່າງໜ້າເສຍ ໄດ້ຫຼຽນທອງໄປຄອງ, ສ່ວນ ສ ເກົາຫຼີ ຜ່ານເຂົ້າຮອບຊີງໄປພົບກັບຜູ້ຊະນະລະຫວ່າງ ມາເລເຊຍ ຫຼື ມຽນມາ ໃນຕອນແລງມື້ນີ້

(ຄໍາສອນ)
ຮູບຈາກ: Jai Keophaserd