ສູ້ສຸດໃຈແລ້ວ ກະຕໍ້ຄູ່ຍິງລາວ ເສຍໃຫ້ ມຽນມາ ຮອບຊີງຊະນະເລີດລາຍການຊີງແຊັມໂລກທີ່ປະເທດໄທ

183

ການແຂ່ງຂັນກີລາກະຕໍ້ຊິງແຊັມໂລກ ລາຍການ King’s Cup Sepaktakraw World Championship ຄັ້ງທີ 34 ຊິງຂັນເຈົ້າຊີວິດໄທ ລະຫວ່າງວັນທີ 25 ສິງຫາ – 1 ກັນຍາ 2019 ທີ່ສູນການຄ້າ ແຟຊັ່ນໄອແລນ, ນະຄອນຫລວງບາງກອກ ປະເທດໄທ ມີຊີງໄຊ 8 ລາຍການຄື: ທີມຊຸດຍິງ-ຊາຍ, ທີມດ່ຽວຍິງ-ຊາຍ, ກະຕໍ້ລວດບ້ວງຍິງ-ຊາຍ ແລະ ຄູ່ຍິງ-ຄູ່ຊາຍ.

ການແຂ່ງຂັນດໍາເນີນມາຮອດມື້ທີ 3 ໃນວັນທີ 27 ສິງຫານີ້ ກະຕໍ້ທິມຄູ່ຍິງ ແລະ ຄູ່ຊາຍທິມຊາດລາວ ໃນຖານະແຊັມເກົ່າຈະລົງແຂ່ງຂັນຮອບ 4 ທີມສຸດທ້າຍ ພົບກັບ ສ ເກົາຫຼີ ໂດຍ ຄູ່ຍິງລາວ ລົງແຂ່ງຂັນເວລາປະມານ 11:00 ໂມງ ປາກົດວ່າ: ເຊັດທໍາອິດ ຄູ່ຍິງລາວ ສາມາດເອົາຊະນະໄປ 21-16 ຄະແນນ, ມາເຊັດທີ 2 ເອົາຊະນະໄປ 21-19 ເຮັດໃຫ້ ລາວ ຜ່ານເຂົ້າຊີງຊະນະເລີດໄປປ້ອງກັນແຊັມ ມຽນມາ ໃນວັນທີ 28 ສິງຫາ 2019 ໃນຕອນແລງ.

ໂດຍຮອບຊີງປາກົດວ່າ: ການແຂ່ງຂັນສູສີຕະຫຼອດການແຂ່ງຂັນ ໂດຍເຊັດທໍາອິດ ມຽນມາ ເອົາຊະນະ ລາວ ໄປໄດ້ກ່ອນໃນເຊັດທໍາອິດ 21-14, ສ່ວນເຊັດທີ 2 ຄູ່ຍິງລາວ ຕ້ອງເປັນຝ່າຍໄລ່ຕາມຕະຫຼອດ ລວມເຖິງ ກອຍ ໄຊຍາວົງ ຕົວຫຼັກໄດ້ຮັບບາດເຈັບບໍລິເວນຂາຕ້ອງໄດ້ປະຖົມພະຍາຍາມ 2-3 ຄັ້ງ ແຕ່ກໍຍັງຮືດສູ້ຕໍ່ໄປ ຈົນສາມາດໄລ່ຕີສະເໝີ 18-18 ກ່ອນຈະຈົບເກມ 21-18 ມຽນມາ ຄວ້າແຊັມໄປຄອງ, ສ່ວນ ຄູ່ຍິງລາວ ຄວ້າຫຼຽນເງິນໄປຄອງ.

ສ່ວນຄູ່ຊາຍຂອງລາວ ໃນຖານະແຊັມເກົ່າ ລົງແຂ່ງຂັນ ຮອບ 4 ທີມສຸດທ້າຍໃນເວລາປະມານ 11:45 ໂມງ ພົບກັບ ສ ເກົາຫຼີ ປາກົດວ່າ: ຄູ່ຊາຍລາວ ເສຍໄປ 1-2 ເຊັດ ອົດໄດ້ປ້ອງກັນແຊັມໄປຢ່າງໜ້າເສຍ ໄດ້ຫຼຽນທອງໄປຄອງ

(ຄໍາສອນ)
ຮູບຈາກ: Jai Keophaserd