ອີໂວ້ ໄດ້ລຸ້ນແຊັມອີກຄັ້ງ ຫຼັງເຂົ້າຮອບຊີງລາຍການທີ 2

102

ເປັນທີມນ້ອງໃໝ່ທີ່ສ້າງຜົນງານໄດ້ຢ່າງໂດດເດັ່ນໃນຕອນນີ້ ເມື່ອສາມາດເຂົ້າຊີງຊະນະເລີດໄດ້ 2 ລາຍການ ໃນວົງການບານເຕະລາວ ໄດ້ 2 ປີຕິດຕໍ່ກັນ ສໍາລັບ ອີໂວ້ ຢູໄນເຕັດ ທີ່ຫຼ້າສຸດດັບຝັນ ຊ້າງນ້ອຍ ເອັຟຊີ 1 – 0 ເມື່ອທ້າຍອາທິດທີ່ຜ່ານມາ ເຂົ້າຮອບຊີງຊະນະເລີດບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ໄປລຸ້ນແຊັມກັບທີມຍັກໃຫຍ່ຂອງ ສປປ ລາວ ຢ່າງ ລາວໂຕໂຢຕ້າ ເອັຟຊີ ແຊັມ ເປບຊີ ລາວພຣີເມຍລີກ 2019.

ອີໂວ້ ຢູໄນເຕັດ ເລີ່ມມີບົດບາດໃນວົງການບານເຕະລາວ ໃນປີ 2018 ຫຼັງກາຍເປັນນ້ອງໃໝ່ໄຟແຮງໃນການເຂົ້າຮ່ວມບານເຕະ ສາຍ ກ ໃນປີ 2018 ດ້ວຍການເອົາຊະນະ ວຽງຈັນ ຢູໄນເຕັດ 2 – 1 ລວມຜົນ 2 ນັດ ອີໂວ້ ຢູໄນເຕັດ ເອົາຊະນະ ວຽງຈັນ ຢູໄນເຕັດ 2 – 1 ຫຼັງນັດທໍາອິດສະເໝີກັນ 0 – 0 ຜ່ານເຂົ້າຊີງຊະນະເລີດພົບກັບ ປກສ ເອັຟຊີ ກ່ອນທີ່ຈະເສຍໃຫ້ກັບ ປກສ ເອັຟຊີ ໃນການດວນຈຸດໂທດ 5 – 4  ຫຼັງສະເໝີກັນ 1 – 1 ເຮັດໃຫ້ ອີໂວ້ ຢູໄນເຕັດ ຄວ້າຮອງແຊັມໄປຄອງ.

ອີໂວ້ ຢູໄນເຕັດ ເລື່ອນຂຶ້ນມາຫຼິ້ນໃນ ເປບຊີ ລາວພຣີເມຍລີກ 2019 ເຖິງຜົນງານໃນລີກຈະບໍ່ຄ່ອຍດີ, ແຕ່ຜົນງານໃນລາຍການບານເຕະຊີງຂັນ ສຕລ ຄອມມານໂດ 2019 ອີໂວ້ ຢູໄນເຕັດ ສ້າງຜົນງານຢ່າງໂດດເດັ່ນທີ່ສຸດລົງນັດທໍາອິດຮອບ 16 ທີມ ຊະນະ ມຊ ເອັຟຊີ 1 – 0 ແລະ ຮອບ 8 ທີມສຸດທ້າຍ ຊະນະ ທຣີນີຕີ້ ເອັຟຊີ 8 – 2.

ຫຼ້າສຸດ, ອີໂວ້ ຢູໄນເຕັດ ລົງແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ຮອບ 4 ທີມສຸດທ້າຍ ໃນວັນທີ 24 ສິງຫາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ພົບກັບ ຊ້າງນ້ອຍ ເອັຟຊີ ຜ່ານການແຂ່ງຂັນປາກົດວ່າ: ອີໂວ້ ຢູໄນເຕັດ ບຽດຊະນະ ຊ້າງນ້ອຍ ເອັຟຊີ 1 – 0 ຈາກການຍິງຂອງ ສົມນຶກ ສີບຸນເຮືອງ ນາທີ 56 ເຮັດໃຫ້ ອີໂວ້ ເຂົ້າຮອບຊີງຊະນະເລີດໄປພົບກັບ ລາວໂຕໂຢຕ້າ ເອັຟຊີ ທີ່ເອົາຊະນະ ປກສ ເອັຟຊີ 2 – 0 ໃນຮອບ 4 ທີມສຸດທ້າຍ.

ຮອບຊີງຊະນະເລີດການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ຈະຈັດຂຶ້ນໃນວັນທີ 28 ກັນຍາ 2019 ເຊິ່ງເປັນທີ່ໜ້າສົນໃຈວ່າ ລາວໂຕໂຢຕ້າ ເອັຟຊີ ແຊັມ ເປບຊີ ລາວພຣີເມຍລີກ 2019 ທັງເປັນແຊັມ 4 ສະໄໝ ຈະສາມາດເປັນແຊັມລາຍການຊີງຂັນ ສຕລ ຄອມມານໂດ 2019 ທີ່ຈັດເປັນຄັ້ງທໍາອິດໄດ້ ຫຼື ບໍ? ຫຼື ຈະເປັນ ອີໂວ້ ຢູໄນເຕັດ ນ້ອງໃໝ່ທີ່ມີຜົນງານເປັນເຖິງຮອງແຊັມ ບານເຕະ ສາຍ ກ 2018 ຈະສາມາດລົບຝັນຮ້າຍໃນປີກາຍ.

ສໍາລັບບານເຕະລາຍການຊີງຂັນ ສຕລ ຄອມມານໂດ 2019 ມີສະໂມສອນໃນ ເປບຊີ ລາວພຣີເມຍລີກ ກັບ ສະໂມສອນໃນ ສາຍ ກ 2019 ( COMMANDO LAO DIVISION 1 ) ມີ 14 ທີມເຂົ້າຮ່ວມ ແບ່ງເປັນທີມຈາກ ລາວພຣີເມຍລີກ 6 ທີມ ແລະ ທີມຈາກ ສາຍ ກ 8 ທີມ, ສ່ວນຮູບແບບການແຂ່ງຂັນແມ່ນຈັບສະຫຼາກປະກົບຄູ່ແຂ່ງຂັນ, ແຂ່ງຂັນແບບນ໊ອກເອົ້າເສຍຕົກຮອບທັນທີ, ຂະນະທີ່ 2 ສະໂມສອນ ຄື: ເຄພີເອັສ ເອັຟຊີ ແລະ ທຣີນີຕີ້ ເອັຟຊີ ໂຊກດີໃນການຈັບສະຫຼາກໄດ້ສິດຢືນຖ້າໃນຮອບ 8 ທີມສຸດທ້າຍແບບອັດຕະໂນມັດ.

ຄໍາສອນ; ຮູບຈາກ: ສຕລ