ປັ່ນນໍ້າບ໋ອກໂຄຣີ ດື່ມທຸກມື້ຊ່ວຍປ້ອງກັນພະຍາດມະເຮັງ

139

ປົກກະຕິແລ້ວຈະເອົາບ໋ອກໂຄຣີມາປຸງແຕ່ງອາຫານໃຫ້ສຸກກ່ອນ ແຕ່ຖ້າຢາກຈະໄດ້ຮັບຄຸນຄ່າຫຼາຍທີ່ສຸດຄືຕ້ອງກິນແບບສົດໆ. ດັ່ງນັ້ນ, ຈຶ່ງນໍາເອົາສູດນ້ຳປັ່ນບ໋ອກໂຄຣີທີ່ຈະຊ່ວຍໃຫ້ດື່ມງ່າຍຂຶ້ນ, ຫວານໜ້ອຍ ແລະ ສົ້ມຕາມ ແຖມຍັງຮັກສາຄຸນຄ່າທາງອາຫານໄວ້ແບບຄົບຖ້ວນ.

ສ່ວນປະສົມ: ບ໋ອກໂຄຣີ 100 ກຣາມ,ນ້ຳໝາກນາວ 2 ບ່ວງແກງ, ໝາກລາແຊັງ 2 ຖ້ວຍນ້ອຍ, ນ້ຳກ້ອນ 1 ຖ້ວຍນ້ອຍ, ນ້ຳເຊື່ອມ 3 – 5 ບ່ວງແກງ.

ວິທີເຮັດ:

1 ເອົາບ໋ອກໂຄຣີ ແລະ ລາແຊັງມາລ້າງໃຫ້ສະອາດ ຊອຍບ໋ອກໂຄຣີເປັນຕ່ອນນ້ອຍໆ ພ້ອມທັງຜ່າເອົາແກ່ນລາແຊັງ ( ຖ້າບໍ່ຢາກເສຍເວລາໃນການແກະແກ່ນລາແຊັງສາມາດໃຊ້ໝາກກີວີແທນກໍໄດ້ ). ຈາກນັ້ນ, ເອົາບ໋ອກໂຄຣີ, ລາແຊັງລົງເຄື່ອງປັ່ນ ພ້ອມດ້ວຍນ້ຳເຊື່ອມ, ນ້ຳໝາກນາວ ແລະ ນ້ຳກ້ອນ ປັ່ນໃຫ້ລະອຽດດີຊີມລົດຊາດຕາມໃຈມັກຖອກໃສ່ຈອກແລ້ວດື່ມທັນທີ ເມື່ອດື່ມແລ້ວຈະເຮັດໃຫ້ມີຄວາມຮູ້ສຶກສົດຊື່ນ ແຖມຍັງຊ່ວຍທຳລາຍເຊລມະເຮັງຮ້າຍໄດ້ນຳ.

ບ໋ອກໂຄຣີມີຄຸນຄ່າທາງອາຫານສູງ ຈຶ່ງຊ່ວຍປ້ອງກັນພະຍາດມະເຮັງ, ປ້ອງກັນການເກີດຕາຕໍ້, ຊ່ວຍກຳຈັດອະນຸມູນອິດສະຫຼະໃນຮ່າງກາຍ, ຊ່ວຍໃຫ້ເປືອກເສັ້ນເລືອດແຂງແຮງ, ຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເກີດໄຂຄໍ່ອັກເສບ, ປ້ອງກັນພະຍາດເບົາຫວານ, ປ້ອງກັນພະຍາດຫົວໃຈ, ປ້ອງກັນພະຍາດເລືອດຈາງ ແລະ ຊ່ວຍບັນເທົາອາການອ່ອນເພຍ.

ຂໍ້ມູນຈາກ: Mom.com; ຮຽບຮຽງ: ນຸ້ມນິ້ມ