ສະຫະພັນມວຍລາວແຫ່ງຊາດ ກຽມສົ່ງ 5 ນັກກີລາມວຍລາຍລາວ ຮ່ວມແຂ່ງຂັນໃນເວທີສາກົນທີ່ ສ ເກົາຫຼີ

156

ສະຫະພັນມວຍລາວແຫ່ງຊາດ ກຽມສົ່ງ 5 ນັກມວຍລາວລາຍ ຈາກທີມ Lao Action Star ໄດ້ໄປສະແດງສັກກາຍະພາບ ໃນເວທີສາກົນລາຍການ 2019 Chungju World Martial Arts Park ລະຫວ່າງວັນທີ 30 ສິງຫາ – 6 ກັນຍາ 2019 ທີ່ປະເທດ ເກົາຫຼີ.

ໃນຕອນແລງຂອງວັນທີ 26 ສິງຫາ ທີ່ຜ່ານມາ ສະຫະພັນມວຍລາວແຫ່ງຊາດ ຂ້າງສະໜາມກີລາເຈົ້າອານຸວົງ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍແຫ່ງຊາດລາວ ທັງເປັນປະທານສະຫະພັນມວຍໂລກ ຖະແຫຼງຂ່າວວ່າ: ສະຫະພັນມວຍລາວແຫ່ງຊາດ ຈະສົ່ງນັກກີລາມວຍລາຍລາວ 5 ຄົນ ໄປຮ່ວມແຂ່ງຂັນໃນລາຍການ 2019 Chungju World Martial Arts Park ທີ່ ສ ເກົາຫຼີ ໂດຍມີ 46 ກວ່າປະເທດເຂົ້າຮ່ວມ, ເຊິ່ງປີ 2018 ສົ່ງເຂົ້າພຽງ 1 ລາຍການຄື ຟ້ອນດ່ຽວ ສາມາດຍາດໄດ້ອັນດັບທີ 3, ສ່ວນປີນີ້ ສົ່ງເຂົ້າຮ່ວມ 3 ລາຍການຄື ຟ້ອນດ່ຽວ, ຟ້ອນຄູ່ ແລະ ຟ້ອນຄູ່ປະສົມ ຕັ້ງເປົ້າຍາດຜົນງານໃຫ້ດີກວ່າປີທີ່ຜ່ານມາຄືຕິດອັນດັບ 1 ໃນ 2.

ສໍາລັບນັກກີລາ 5 ຄົນນໍາໂດຍ ອາຈານ ພິລາວັນ ຈັນທະກາລີ ເຈົ້າຂອງອັນດັບ 3 ໃນຄັ້ງທໍາອິດ, ອາຈານ ຈື້ ເນັ້ງຄົວປາວຊົງ ຫຼື ບູດສ໌ລີລາວ ແລະ ອາຈານ ໄພລັດ ທໍາມະວົງສາ ຄູຝຶກວໍວິນາມທີມຊາດລາວ, ກອງເງິນ ອິນທິສານ ແລະ ຄໍາຮັກ ສີວົງໄຊ ຈະອອກເດີນທາງໄປໃນວັນທີ 28 ສິງຫາ 2019.