ເຕືອນ!!! ລະດັບນໍ້າເຊບັ້ງໄຟຍັງສືບຕໍ່ເພີ່ມຂຶ້ນ ແຈ້ງປະຊາຊົນກຽມຍ້າຍວັດຖູໄວ້ບ່ອນປອດໄພ

38

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນໄພລະດັບນໍ້າສາຂາແມ່ນໍ້າ ສະບັບເລກທີ 1186/ ກອຕທ.19 ລົງວັນທີ 26 ສິງຫາ 2019 ວ່າ: ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ປົກຄຸມພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງພັດປົກຄຸມ. ໃນໄລຍະວັນທີ 26-29 ສິງຫາ 2019 ເຊິ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກຢູ່ແຂວງພາກເໜືອ ຫາ ພາກກາງ ເຊິ່ງຈະເຮັດໃຫ້ລະດັບແມ່ນໍ້າສາຂາ ຍັງຈະສືບຕໍ່ຂຶ້ນຕື່ມ ໂດຍສະເພາະແມ່ນ:

 

 

ລະດັບນໍ້າລ້ອງເຊບັ້ງໄຟ  ໃນວັນທີ 26 ສິງ 2019 ກົມອຸຕຸນິຍົມ ແລະ ອຸທົກກະສາດ ວັດແທກໄດ້ 19,14 ແມັດ, ເຂດລະວັງໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18,50 ແມັດ ແລະ ຍັງຈະສືບຕໍ່ຂຶ້ນຕື່ມອີກ.

ເຊບັ້ງໄຟ (ຕົ້ນແຫນ) ວັດແທກໄດ້ມື້ນີ້  13,32 ແມັດ, ເຂດລະວັງໄພແມ່ນ 12 ແມັດ, ເຂດອັນຕະລາຍ 13 ແມັດ ແລະ ຄາດວ່າຍັງຈະສືບຕໍ່ຂຶ້ນຕື່ມອີກ.

 

 

ລະດັບນໍ້າເຊຈຳພອນ, ແກ້ງກອກ ວັດແທກໄດ້ ມື້ນີ້ 8,44 ແມັດ, ເຊິ່ງຂຶ້ນກາຍເຂດລະວັງໄພແລ້ວ, ເຂດລະວັງໄພແມ່ນ 7,50 ແມັດ, ເຂດອັນຕະລາຍແມ່ນ 8,50 ແມັດ.

 

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ລຽບຕາມແມ່ນໍ້າສາຂາດັ່ງກ່າວ ຈົ່ງມີສະຕິ ແລະ ສືບຕໍ່ເກັບມ້ຽນ, ຮີບຮ້ອນເຄື່ອນຍ້າຍວັດຖຸສິ່ງຂອງ ພ້ອມສັດລ້ຽງໄປໄວ້ບ່ອນທີ່ປອດໄພ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມອັ່ງ, ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຂ້າງໜ້ານີ້.