ຍົກຍ້າຍຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່

41

ວັນທີ 21 ສິງຫາ 2019 ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດການຍົກຍ້າຍ ທ່ານ ພັນເອກ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະພັກກອງບັນຊາການ ປກສ ແຂວງ ແລະ ເມືອງເຂົ້າຮ່ວມ.

ທັງນີ້, ກໍເພື່ອເປັນການປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1684/ປກສ ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ອີງຕາມກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງເລກທີ 20/ສພຊ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 306/ນຍ, ອີງຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະປະຈຳພັກກະຊວງປ້ອງກັນ ຄວາມສະຫງົບ ຄັ້ງວັນທີ 19 ສິງຫາ 2019 ແລະ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງກະຊວງປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຜ່ານການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ຕົກລົງຍົກຍ້າຍ ທ່ານ ພັນເອກ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ ບໍ່ແກ້ວ ເພື່ອຊີ້ນໍາ – ນຳພາວຽກງານຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃນຂັ້ນຕໍ່ໄປ.

( ຂ່າວ: ມຸນຕີ )