ຂົ້ວກະດູກຂ້າງໃສ່ຫົວສີໃຄຕ້ານໄຂ້ຫວັດໃນຍາມຝົນ

232

ຫົວສີໃຄເປັນພືດຢາພື້ນເມືອງທີ່ສາມາດໃຊ້ປະກອບອາຫານລາວໄດ້ຫຼາຍປະເພດ ບໍ່ວ່າຈະເປັນອາຫານປະເພດກ້ອຍ, ລາບ, ແກງ ຫຼື ຍຳຕ່າງໆ ແລະ ຍັງມີອາຫານອີກຫຼາຍຢ່າງທີ່ມີສ່ວນປະກອບຂອງຫົວສີໃຄ. ສຳລັບຄໍລຳລາຍການອາຫານມື້ນີ້ ຈະມາປຸງແຕ່ງຂົ້ວກະດູກຂ້າງໃສ່ຫົວສີໃຄຕ້ານໄຂ້ຫວັດໃນຍາມຝົນ.

ສ່ວນປະສົມ:  ກະດູກຂ້າງ 500 ກຣາມ, ຫົວສີໃຄ 10 ຫົວ, ຫົວຜັກບົ່ວແດງ 5 ຫົວ, ຫົວກະທຽມ 2 ຫົວ, ໃບຂີ້ຫູດ 5 ໃບ, ໝາກເຜັດ 5 – 10 ໜ່ວຍ, ນ້ຳມັນ 2 ບ່ວງແກງ, ນ້ຳປາ 1/2 ບ່ວງແກງ, ນ້ຳສະອິ້ວຂາວ 1/2 ບ່ວງແກງ, ເກືອ 1/2 ບ່ວງກາເຟ, ນ້ຳຕານ 1 ບ່ວງກາເຟ,  ນ້ຳມັນຫອຍ 1 ບ່ວງແກງ.

ວິທີປຸງແຕ່ງ:

ເອົາຫົວຜັກບົ່ວແດງ, ຫົວກະທຽມ ແລະ ໝາກເຜັດໃສ່ຄົກຕຳໃຫ້ລະອຽດ. ຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳມັນຮ້ອນເອົາສ່ວນປະສົມທີ່ຕຳລົງໄປຂົ້ວຈົນຫອມຈຶ່ງໃສ່ດູກຂ້າງລົງໄປ ປຸງລົດຊາດດ້ວຍນ້ຳຕານ, ເກືອ, ນ້ຳປາ, ນ້ຳມັນຫອຍ ແລະ ນ້ຳສະອິ້ວຂາວ ພ້ອມທັງຊອຍຫົວສີໃຄ ແລະ ໃບຂີຫູດລົງຂົ້ວຈົນສຸກດີແລ້ວຊີມລົດຊາດຕາມໃຈມັກຕັກໃສ່ຈານພ້ອມເສີບ.

ຂໍ້ມູນຈາກ: eayscook.com

ຮຽບຮຽງ: ນຸ້ມນິ້ມ