ຊົມເຊີຍ! ແລ່ນເພື່ອນ້ອງ ສາມາດລະດົມທຶນຊ່ວຍສ້າງໂຮງຮຽນໄດ້ຫຼາຍສິບລ້ານກີບ

65

ເມື່ອວັນທີ 20 ສິງຫາ 2019 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໄດ້ມີພິທີສະຫຼຸບໂຄງການແລ່ນການກຸສົນ ແລ່ນເພື່ອນ້ອງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງ, ທ່ານ ກອງແກ້ວ ແຫ່ງດາວົງໄຊ ຫົວໜ້າຂະແໜງກີລາລະດັບສູງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ພະນິດາ ໄຊຍະວົງ ຄະນະຈັດງານ, ທ່ານ ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງທີມຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ລົດແກ້ວ ຕາງໜ້າຄະນະກໍາມະການຈັດການແຂ່ງຂັນງານແລ່ນເພື່ອນ້ອງ ຂຶ້ນກ່າວສະຫຼຸບວ່າ: ໃນງານການກຸສົນຄັ້ງນີ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2019 ຜ່ານການຊີ້ນໍາໆພາຢ່າງໃກ້ຊິດຕິດແທດຂອງຫົວໜ້າຂະແໜງກີລາລະດັບສູງ ແລະ ທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ຈຶ່ງເຮັດໃຫ້ງານຄັ້ງນີ້ສໍາເລັດ 100% ໂດຍມີນັກແລ່ນທີ່ລົງທະບຽນເຂົ້າຮ່ວມຢ່າງເປັນທາງການເຂົ້າຮ່ວມ 600 ຄົນ. ໃນນັ້ນ, ມີບັນດາຜູ້ສະໜັບສະໜູນເກືອບ 93 ທ່ານເຂົ້າຮ່ວມແລ່ນ. ສໍາລັບງານແລ່ນຄັ້ງນີ້ມີຜູ້ສະໜັບສະໜູນເກືອບ 30 ພາກສ່ວນ ນໍາໂດຍ ປານຄໍາຈໍາປາ, mitsubishi motors laos ແລະ ບໍລິສັດ TNN ການຄ້າຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ເປັນຕົ້ນ.

“ ຜ່ານການແຂ່ງຂັນແລ່ນສາມາດລວມລາຍຮັບຈາກຜູ້ສະໜັບສະໜູນຕົວຈິງ 63.200.000 ກີບ ແລະ ລວມລາຍຮັບຈາກຄ່າລົງທະບຽນຕົວຈິງ 50.700.000 ກີບ. ເປົ້າໝາຍພວກເຮົາແມ່ນນໍາເອົາລາຍໄດ້ທັງໝົດຫຼັງຫັກຄ່າໃຊ້ຈ່າຍໄປຊ່ວຍເຫຼືອປຸກໂຮງຮຽນ ແລະ ຫ້ອງນໍ້າທີ່ບ້ານກັດ ເມືອງໄຊ ແຂວງອຸດົມໄຊ ເພາະກ່ອນໜ້ານີ້ໄດ້ສ້າງສໍາເລັດໄປແລ້ວໂຮງຮຽນ 1 ຫຼັງ ທີ່ມີຫ້ອງຮຽນ ມ 4, ມ 5 ແລະ ມ 6 ແຕ່ອັນທີ່ຍັງບໍ່ສໍາເລັດກໍຄືໂຮງຮຽນຫ້ອງ ມ 7 ແລະ ຫ້ອງນໍ້າ ໃຫ້ໄດ້ມາດຕະຖານ. ນອກນັ້ນ, ອີກຊ່ອງທາງໃນການລະດົມທຶນແມ່ນພວກເຮົາເປີດ One Heart ໃນ BCEL ONE ຂອງທະນາຄານການຄ້າ ມາຕັ້ງແຕ່ເດືອນກໍລະກົດ ແລະ ຈະປິດຮັບບໍລິຈາກໃນທ້າຍເດືອນກັນຍາ ກ່ອນຈະສະຫຼຸບຍອດອີກຄັ້ງ ແລະ ໄປມອບໃຫ້ກັບໂຮງຮຽນ, ທ່ານ ນາງ ລົດແກ້ວ ກ່າວ.

ຂະນະດຽວກັນ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ກ່າວວ່າ: ດີໃຈທີ່ສຸດທີ່ງານດັ່ງກ່າວສໍາເລັດໄປດ້ວຍຄວາມຈົບງາມ ໂດຍໃນເບື້ອງຕົ້ນກໍໜັກໃຈກັບການຈັດ ເພາະເປັນງານໃຫຍ່ຄັ້ງທໍາອິດຂອງທີມງານ ລົດແກ້ວ ນັກແລ່ນຍິງລາວ ແຕ່ຫຼັງຈາກທີ່ໄດ້ດໍາເນີນການຕົວຈິງ, ການປະສານງານກັບພາກສ່ວນອື່ນໆ ເຮັດໃຫ້  ງານອອກມາດີ ແລະ ປອດໄພທຸກປະການ ລວມເຖິງສາມາດດຶງດູດນັກແລ່ນທັງພາຍໃນ ແລະ ຕ່າງປະເທດ ນັບຕັ້ງແຕ່ເຍົາວະຊົນ ຈົນເຖິງອາວຸໂສເຂົ້າຮ່ວມຢ່າງຫຼວງຫຼາຍ, ອີກອັນໜຶ່ງທີ່ຂາດບໍ່ໄດ້ກໍຂໍຊົມເຊີຍຜູ້ສະໜັບສະໜູນພາກສ່ວນຕ່າງທີ່ເຮັດໃຫ້ງານຄັ້ງນີ້ສໍາເລັດໄປດ້ວຍດີ. ນອກນັ້ນ, ກໍຂໍແນະນໍາໃຫ້ຈັດຄັ້ງທີ 2 ຕໍ່ໄປ ເພາະຫຼາຍໆໂຮງຮຽນທັງໃນ ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງທີ່ຂາດເຂີນ ໂດຍຖືເອົາຄັ້ງທໍາອິດເປັນແບບຢ່າງ ແລະ ແບບແຜນຕໍ່ໄປ.

( ຄໍາສອນ )