ທະຍອຍສົ່ງການຊ່ວຍເຫຼືອເຖິງຜູ້ໄດ້ຮັບຜົນກະທົບນໍ້າຖ້ວມເມືອງແບງ

76

ພາຍຫຼັງຝົນຕົກຕິດຕໍ່ກັນເປັນເວລາ 3 ຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຍື່ງຂຶ້ນໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ 3 ບ້ານ ໃນເມືອງແບງ ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍໜັກພໍສົມຄວນ. ນອກນີ້, ຍັງມີ 2 ຄອບຄົວທີ່ຖືກເຄາະຮ້າຍ ນໍ້າໄດ້ໄຫຼຊຸເອົາເຮືອນໄປຕາມກະແສນໍ້າ. ສະນັ້ນ, ເພື່ອເປັນຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ ການນຳແຂວງອຸດົມໄຊ ໄດ້ລົງມອບເຄື່ອງຊ່ວຍເຫຼືອສຸກເສີນ ພ້ອມທັງມອບເງິນສົດໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ລວມມູນຄ່າ 60 ລ້ານກີບ.

 

 

ໃນວັນທີ 18 ສິງຫາ 2019 ທີມງານຕາງໜ້າການນຳຂັ້ນແຂວງກໍ່ຄືຫ້ອງວ່າການແຂວງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ອຸດົມໄຊໄດ້ລົງມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກໄພນ້ຳຖ້ວມຢູ່ເມືອງແບງແຂວງອຸດົມໄຊ. ເຊິ່ງການລົງມອບເຄື່ອງຊ່ວຍເຫຼືອສຸກເສີນໃນຄັ້ງນີ້ ມີ ທ່ານ ວັນນາ ແກ້ວສັນຕິ ຫົວໜ້າຫ້ອງວ່າການແຂວງອຸດົມໄຊ, ທ່ານ ນາງ ໄຊສະຫວັນ ນັນທະໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດຮການສັງຄົມແຂວງ ພ້ອມດ້ວຍທີມງານນຳເອົາເງິນສົດ, ອຸປະກອນປຸກສ້າງ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງລົງມອບໃຫ້ຄອບຄົວທີ່ປະສົບເຄາະຮ້າຍຈາກໄພນ້ຳຖ້ວມຈຳນວນ 3 ບ້ານ ຄື: ບ້ານນາຫ້ວຍ, ບ້ານທາກາດ ແລະ ບ້ານຫ້ວຍລ້າ ມີຈຳນວນຄອບຄົວທີ່ຖືກຜົນກະທົບຈາກໄພນ້ຳຖ້ວມທັງໝົດຈຳນວນ 125 ຄອບຄົວ, ມີພົນລະເມືອງ 720 ຄົນ, ຍິງ 363 ຄົນ.

 

 

ນອກນີ້, ຫ້ອງວ່າການແຂວງອຸດົມໄຊກໍ່ໄດ້ມອບເງິນສົດໃຫ້ແກ່ທ່ານເຈົ້າເມືອງໆແບງ ມູນຄ່າ 50 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຟື້ນຟູບັນຫາໄພນ້ຳຖ້ວມໃນຄັ້ງນີ້, ມອບໃຫ້ເງິນສົດໃຫ້ຄອບຄົວເຮືອນຖືກໄຫຼໄປນຳນ້ຳຈຳນວນ 2 ຄອບຄົວ ຄອບຄົວລະ 5 ລ້ານກີບ ລວມເປັນ 10 ລ້ານກີບ ລວມມູນຄ່າທັງໝົດ 60 ລ້ານກີບ.

 

 

ຈາກນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ກໍ່ໄດ້ມອບສັງກະສີຈຳນວນ 240 ແຜ່ນ, ເຫຼັກຕອກສັງກະສີ 24 ກັບ, ເຄື່ອງນຸ່ງຫົ່ມຈຳນວນ 1.440 ຜືນ ແລະ ເຄື່ອງໃຊ້ຄົວເຮືອນທີ່ຈຳເປັນອີກຈຳນວນໜຶ່ງ. ກ່າວຮັບເງິນສົດ ແລະ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ບຸນເທີມ ເຕີຍມະນີ ເຈົ້າເມືອງເມືອງແບງ, ມີບັນດາທ່ານຄະນະຫ້ອງການ ຮສສ ເມືອງ, ຫ້ອງວ່າການເມືອງ, ອຳນາດການປົກຄອງບ້ານ ແລະ ຄອບຄົວຜູ້ທີ່ຖືກເຄາະຮ້າຍຈາກໄພນ້ຳຖ້ວມ ເຂົ້າຮ່ວມໃນພິທີມອບຮັບເຄື່ອງດັ່ງກ່າວນີ້ ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແບງ.